ປ. ຢູເຄຣນ ກ່າວວ່າ ທ່ານທຣຳ ໄດ້ຖາມທ່ານ ກ່ຽວກັບການຮຸກຮານ ຂອງຣັດເຊຍ

ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko (ຊ້າຍ) ໂອ້ລົມກັບປະທານສະພາຢູໂຣບ ທ່ານ Donald Tusk ກ່ອນ ການຖະແຫຼງຂ່າວ ໃນຕອນປິດ ກອປະຊຸມສຸດຍອດ ສະຫະພາບຢູໂຣບກັບຢູເຄຣນ. (24 ພະຈິກ 2016)

ປະທານາທິບໍດີ​ຢູ​ເຄຣນ ທ່ານ Petro Poroshenko ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ປະທາ ນາທິບໍດີ​ທີ່​ໄດ້​ຮັບ​ເລືອກໃໝ່​ຂອງ​ສະຫະລັດ ທ່ານ Donald Trump ​ໄດ້​ຖາມກ່ຽວ​ກັບ​ການ​ຮຸກ​ຮານ​ຂອງຣັ​ດ​ເຊຍ ການ​ປະກາດ​ຮວມ​ເອົາ​ເຂດ​ໄຄຣ​ເມຍເຂົ້າ​ເປັນດິນ​ແດນ​ຂອງ​ຕົນ​ ​ລະ ຫວ່າງ​ການ​ໂອ້​ລົມ​ທາງ​ໂທລະສັບຂອງ​ພວກ​ທ່ານ.

​ໃນ​ການ​ກ່າວ ທີ່​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ຮ່ວມ ​ທີ່​ນະຄອນບຣັສ​ເຊີ​ລ ກັບ​ປະທານສະພາ ຢູໂຣບ ທ່ານ Donald Tusk ​ແລະ​ ປະທານ​ກຳມາ​ທິການ​ຢູ​ໂຣບ ທ່ານ Jean-Claude Juncker ນັ້ນ ທ່ານ Poroshenko ​ເວົ້າວ່າ ທ່ານ​ໄດ້​ມີ “​ໂອກາດໃຫ້ການ​ອະທິບາຍ​ຢ່າງ​ລະ​ອຽດຕໍ່​ທ່ານ Trump ກ່ຽວ​ກັບ​ສະຖານະ​ການ​ຫລ້າ​ສຸດ​ ໃນ​ພາກ​ຕາ​ເວັນ​ອອກ ຂອງ​ປະ​ເທດ​ຂ້າພະ​ເຈົ້າແລະ​ເຂດ​ໄຄ​ຣ​ເມຍ.”

ນອກ​ນັ້ນ ປະທານາທິບໍດີ​ຢູ​ເຄຣນຍັງ​ກ່າວ​ວ່າ “ປະ​ເທດ​ຂອງ​ທ່ານ​ໄດ້​ຮັບ​ການ​ສະໜັບສະ ໜຸນ​ຢ່າງ​ແຂງ​ຂັນ ​ຈາກ​ທັງ​ສອງ​ພັກ​ການ​ເມືອງ​ ຢູ່​ໃນ​ສະຫະລັດ ​ໃນ​ລັດຖະສະພາ ​ໃນ​ໝູ່​ພວກ​ນັກ​ການ​ເມືຶອງອາ​ເມຣິກັນ ທັງ​ພັກຣີພັບ​ບລີ​ກັນ​ ແລະ ​ພັກ​ເດ​ໂມ​ແຄ​ຣັດ ​ແລະ​ພວກ​ເຮົາ​ບໍ່​ຄາດ​ວ່າ ​ຈະ​ມີ​ການ​ປ່ຽນ​ແປງ​ທີ່​ສຳຄັນ​ໃດໆໃນ​ການ​ໃຫ້ຄວາມ​ສະໜັບສະໜຸນ​ຂອງ​ທັງ​ສອງ​ພັກ.”

Your browser doesn’t support HTML5

Ukraine NATO Trump

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ Trump ​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ເພື່ອສະໝັກ​ເປັນ​ປະທານາທິບໍດີ ​ສະຫະລັດ​ນັ້ນ ໄດ້​ພາ​ໃຫ້​ມີ​ຄວາມ​ຢ້ານ​ກົວ​ວ່າ ຖ້າ​ຫາກທ່ານ​ຊະນະ ທ່ານ​ອາດ​ຈະ​ອຽງ​ໄປ​ສູ່​ການ​ປັບປຸງ​ຄວາມ​ສຳພັນ​ກັບຣັດ​ເຊຍຊຶ່ງ​ຈະສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຢູເຄຣນ. ທ່ານ​ໄດ້​ກ່າວ​ຍົກຍ້ອງ​ ການ​ນຳພາ ​ຂອງ​ປະທາ​ນາ​ທິບໍດີຣັດ​ເຊຍ ທ່ານ Vladimir Putin ​ແລະ​ໄດ້​ຕ້ອງ​ຕິ​ ຜູ້ສະໝັກ​ເປັນ​ປະທາ​ນາ​ທິບໍດີ ​ຂອງ​ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary Clinton ທີ່​ໄດ້​ເວົ້າບໍ່​ດີກ່ຽວ​ກັບ​ທ່ານ Putin.

ຫລາຍ​ມື້ ຫລັງ​ຈາກ​ທີ່​ທ່ານ Trump ​ໄດ້​ຮັບ​ໄຊຊະນະ​ແລ້ວ ວັງ​ເຄຣັມລິນ ​ກ່າວ​ວ່າ ທ່ານ​ແລະ​ປະທານາທິບໍດີ Putin ​ໄດ້​ຕົກລົງ​ກັນ ​ໃນ​ລະຫວ່າງ​ການ​ໂອ້​ລົມ​ທາງໂທລະສັບວ່າ ຄວາມ​ສຳພັນ​ລະຫວ່າງ​ສະຫະລັດ ​ກັບຣັດ​ເຊຍ ​ແມ່ນ​ຍັງ​ບໍ່ທັນ​ເປັນທີ່ “ພໍ​ອົກ​ພໍ​ໃຈ​ເທື່ອ” ​ແລະ​ວ່າ ພວກ​ທ່ານ​ຈະ​ດຳ​ເນີນ​ງານ​ຮ່ວມ​ກັນ ​ເພື່ອ​ປັບປຸງຄວາມ​ສຳພັນ​ດັ່ງກ່າວ.

​ໃນ​ການ​ໃຫ້​ຄວາມ​ເຫັນ​ ລະຫວ່າງ​ການໂອ້​ລົມ​ທາງໂທລະສັບດຽວ​ກັນນີ້ ຫ້ອງການຂອງ​ທ່ານ Trump ຍັງ​ກ່າວ​ວ່າ ທ່ານ Putin ​ໄດ້​ໂທລະສັບ​ມາ​ສະ​ແດງຄວາມ​ດີ​ໃຈ ​ແລະ ​ປະ ທານາທິບໍດີ ​ທີ່​ໄດ້​ຮັບ​ເລືອກໃໝ່​ ຂອງ​ສະຫະລັດ ​ໃຫ້​ຂໍ້​ສັງ​ເກດ​ຕໍ່​ປະທາ​ນາ​ທິບໍດີ Putin ວ່າ ທ່ານ​ຫວັງ​ເປັນ​ທີ່​ສຸດ​ວ່າ ຈະ​ມີ​ຄວາມ​ສຳພັນ​ທີ່​ເຂັ້ມ​ແຂງແລະ​ຍືນ​ຍົງ​ກັບຣັດ​ເຊຍແລະ​ປະຊາຊົນ​ຊາວຣັດ​ເຊຍ​ນຳດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ