ກອງທຶນການເງິນລະຫວ່າງປະເທດກ່າວວ່າ ລະບົບເສດຖະກິດຂອງ ຢູເຄຣນ ຢູ່ໃນພາວະຊຸດໂຊມລົງ

ປະຊາຊົນທີ່ກໍາລັງໜີອອກຈາກ ຢູເຄຣນ ພາກັນຕິດຄ້າງຢູ່ທາງຫຼວງ, ລຸນຫຼັງທີ່ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້ປະຕິບັດການທາງທະຫານຢູ່ທາງທິດຕາເວັນອອກຂອງ ຢູເຄຣນມ ວັນທີ 24 ກຸມພາ 2022.

ການຮຸກຮານຢູເຄຣນ ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາຂອງຣັດເຊຍ ໄດ້ສົ່ງຜົນກະທົບຕໍ່ການສູນເສຍຊີວິດຂອງມະນຸດ ແລະການສູນເສຍທາງດ້ານເສດຖະກິດທີ່ສໍາຄັນຂອງປະເທດຢ່າງຫຼວງຫຼາຍ, ໂດຍຜົນຮັບທາງດ້ານເສດຖະກິດຄາດວ່າຈະຫຼຸດລົງມາຢ່າງນ້ອຍ 10 ເປີເຊັນໃນປີ 2022, ອີງຕາມລາຍງານຂອງກອງທຶນລະຫວ່າງ ປະເທດ ຫຼື IMF.

ໃນລາຍງານທີ່ສະຖາບັນການເງິນໄດ້ເຜີຍແຜ່ອອກມາໃນມື້ວັນຈັນວານນີ້ ຊີ້ໃຫ້ເຫັນວ່າ ລະບົບເສດຖະກິດຂອງປະເທດ ຢູເຄຣນ ສາມາດຫຼຸດລົງມາເຖິງ 25 ຫາ 35 ເປີເຊັນ, ອີງຕາມຂໍ້ມູນ ການຫຼຸດລົງໂຕຈິງ ຂອງຍອດຜະລິດຕະພັນ ລວມພາຍໃນປະເທດໃນຊ່ວງສົງຄາມທີ່ຮວບຮວມມາຈາກເຫດການທີ່ເກີດຂຶ້ນ ກ່ອນໜ້ານີ້ ເຊັ່ນ ປະເທດອີຣັກ, ເລບານອນ, ຊີເຣຍ ແລະເຢເມນ.

ອົງ​ການ IMF ກ່າວວ່າ ພາວະເສດຖະກິດທີ່ຊຸດໂຊມມາເປັນເວລາດົນນານ ແລະຕົ້ນທຶນໃນການຟື້ນຟູທີ່ສູງຂຶ້ນນັ້ນ ຄາດວ່າຈະເກີດຂຶ້ນລຸນຫຼັງວິກິດການທາງດ້ານມະນຸດສະທໍາ.

ປະຊາຊົນຊາວ ຢູເຄຣນຫຼາຍກວ່າ 2 ລ້ານ 8 ແສນຄົນພາກັນລົບໜີອອກຈາກປະເທດ ນັບຕັ້ງແຕ່ການຮຸກຮານຂອງຣັດເຊຍ ໄດ້ເລີ້ມຕົ້ນຂຶ້ນ, ອີງຕາມສະຖິຕິທີ່ເຜີຍແຜ່ໂດຍອົງການສະຫະປະຊາຊາດ, ອັນໄດ້ກໍ່ໃຫ້ເກີດວິກິດການຂອງຜູ້ລີ້ໄພທີ່ໃຫຍ່ທີ່ສຸດໃນຢູໂຣບ ນັບແຕ່ສົງຄາມໂລກຄັ້ງທີສອງເປັນຕົ້ນມາ.

ທ່ານນາງຄຣິສຕາລິນາ ຈໍຈີວາ (Kristalina Georgieva), ກໍາມະການຜູ້ຈັດ ການໃຫຍ່ຂອງອົງ​ການ IMF ກ່າວໃນລະຫວ່າງຖະແຫຼງໂຕະມົນກັບສື່ມວນຊົນ ກ່ຽວກັບ ຢູເຄຣນ ວ່າ “ມັນໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ພື້ນຖານໂຄງລ່າງ ແລະໃນສ່ວນທີ່ມີຄຸນຄ່າຂອງຄວາມຮັ່ງມີທີ່ສຸດປະເທດ ຢູເຄຣນ -ຂອງປະຊາຊົນຂອງພວກເຂົາເຈົ້າ-ຈໍານວນໂຕເລກຂອງພົນລະເມືອງທີ່ຫລົບໜີ ທີ່ພວກເຮົາບໍ່ເຄີຍເຫັນຢູ່ໃນຢູໂຣບ ນັບຕັ້ງແຕ່ສົງຄາມໂລກຄັ້ງທີສອງ.”

“ເຖິງແມ່ນການຕໍ່ສູ້ກັນ ຈະຍຸຕິລົງນະເວລານີ້ກໍຕາມ, ຄ່າໃຊ້ຈ່າຍໃນການຟື້ນຟູ ແລະການບູ​ລະ​ນະ​ສ້າງ​ສາຄືນໃໝ່ນັ້ນ ມັນກໍເປັນຈໍານວນຫຼວງຫຼາຍແລ້ວ.”

ລາຍງານໄດ້ຢັ້ງຢືນວ່າ ການຍົກຍ້າຍຈໍານວນຫຼາຍ ແລະການສູນເສຍທຶນໂຕຈິງນັ້ນ ແມ່ນສົ່ງຜົນກະທົບ ຕໍ່ການຊຸດໂຊມລົງຂອງລະບົບເສດຖະກິດ, ອັນໄດ້ນໍາໄປສູ່ “ການຫຼົ້ມສະຫຼາຍ ຂອງການໝູນວຽນ ໃນລະບົບເສດຖະກິດ, ຄວາມສາ ມາດໃນການຈັດເກັບພາສີຫຼຸດລົງໃນຕໍ່ໜ້າ, ການເຊື່ອມໂຊມລົງທາງດ້ານການເງິນ ແລະສະຖານະການຕ່າງໆ ພາຍນອກຢ່າງຮຸນແຮງ.”

ອ່ານຂ່າວນີ້ເປັນພາສາອັງກິດ