ຢູເຄຣນ ຍິງໂດຣນ 24 ລໍາ ໃນຈຳນວນ 28 ລໍາ ຕົກ ທີ່ລັດເຊຍສົ່ງເຂົ້າໄປໂຈມຕີກີຢິບ

  • ວີໂອເອ

ຄົນງານຕິດຕັ້ງໄມ້ກາງແຂນ ທີ່ໄດ້ຮັບການສ້ອມແປງຄືນໃໝ່ ຢູ່ເທິງຕຶກຂອງໂບດ Saint Sophia ໃນນະຄອນຫຼວງກີຢິບ, ປະເທດຢູເຄຣນ, ວັນທີ 21 ທັນວາ 2023.

ເຈົ້າໜ້າທີ່ກ່າວວ່າ ນະຄອນຫຼວງ ກີຢິບ ຂອງ​ຢູ​ເຄຣນ ​ໄດ້​ຖືກ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່ມີຄົນຂັບ ຫຼືໂດ​ຣນ​ຂອງຣັດ​ເຊຍ ເປັນຈຳນວນຫຼວງຫຼາຍ ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ສຸກມື້​ນີ້, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສອງ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນການ​ໂຈມ​ຕີ ​ຄັ້ງ​ທີ 6 ໃສ່​ເມືອງ​ດັ່ງກ່າວ​ໃນ​ເດືອນ​ນີ້.

ຢູ​ເຄ​ຣນ ກ່າວ​ວ່າ ຕົນ​ໄດ້​ຍິງເຮືອບິນບໍ່ມີຄົນຂັັບທີ່ຜະລິດໂດຍອີຣ່ານ ຈຳນວນ 24 ລຳ​ໃນ​ 28 ລຳ ຕົກ ທີ່​ຣັດ​ເຊຍ​ຍິງໃສ່ ກີຢິບ.

ຜູ້ປົກຄອງນະຄອນຫຼວງກີຢິບ ທ່ານວິທາລີ ກລິຈໂກ (Vitali Klitschko) ແລະເຈົ້າໜ້າທີ່ຄົນອື່ນໆ ໄດ້ລາຍງານການໂຈມຕີໃສ່ບັນດາເຂດທີ່ຢູ່ອາໄສ ທີ່ແຍກຈາກກັນ.

ຜູ້ປົກຄອງນະຄອນ​ກ່າວ​ຕື່ມ​ວ່າ ເຮືອບິນ​ບໍ່​ມີ​ຄົນ​ຂັບ​ໄດ້​ຕົກ​ໃສ່​ຕຶກຫ້ອງແຖວ ​ໃນເຂດໂຊໂລມຽນສກີ (Solomyanskyi) ເຊິ່ງ​ເຮັດ​ໃຫ້​ເກີດ​ໄຟ​ໄໝ້.

ທ່ານ ກລິຈໂກ (Klitschko) ກ່າວ​ວ່າ “ຊັ້ນ​ເທິງຂອງຕຶກ​ຖືກໄຟ​ໄໝ້​. ພວກເຈົ້າໜ້າທີ່ສຸກເສີນ ແມ່ນຢູ່ໃນບ່ອນເກີດເຫດ,".

ຫ້ອງແຖວດັ່ງກ່າວ ຢູ່ຫ່າງຈາກໂຮງໝໍເກີດລູກ ພຽງບໍ່ເທົ່າໃດຮ້ອຍແມັດ, ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ບັນດາຕຶກຫ້ອງແຖວຕ່າງໆ ຢູ່ໃນພາກສ່ວນອື່ນໆຂອງເມືອງ ກໍໄດ້ຮັບຄວາມເສຍຫາຍນຳດ້ວຍ.

ກ່ອນ​ໜ້າ​ນັ້ນ​ໃນ​ວັນ​ພະຫັດ​ວານ​ນີ້ ປະທານາທິບໍດີ​ຢູ​ເຄຣນ ທ່ານ ໂວໂລດີເມຍ ເຊເລນສກີ (Volodymyr Zelenskyy) ກ່າວ​ວ່າ ມີ​ສິ່ງທີ່ຊີ້ໃຫ້ເຫັນ​ວ່າ ການ​ວາງ​ແຜນ ​ແລະ​ການປະຕິບັດການ​ທາງ​ທະຫານ​ຂອງຣັດ​ເຊຍ ກໍາລັງ​ຊ້າ​ລົງ.

"ພວກເຮົາຈະສືບຕໍ່ສະຫນັບສະຫນູນການຊ້າລົງຂອງພວກເຂົາ," ທ່ານເຊເລນສກີ ກ່າວໃນຄຳປາໄສທາງວິດີໂອປະຈຳຕອນກາງຄືນຂອງທ່ານ.

ນອກຈາກ​ນັ້ນ​ ໃນ​ວັນ​ພະຫັດ​ວານ​ນີ້, ລະ​ເບີດ​ຂອງຣັດ​ເຊຍ​ໄດ້​ໂຈມຕີໃກ້​ກັບ​ບໍ່​ຖ່ານ​ຫີນສອງ​ແຫ່ງ​ໃນ​ເມືອງ ໂທເຣັດສກ໌ (Toretsk) ​ໃນ​ພາກ​ພື້ນ ໂດເນດ (Donetsk), ​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ ​ແລະ​ບາດ​ເຈັບ​ອີກ 5 ຄົນ, ລັດຖະມົນຕີ​ກະຊວງ​ພາຍ​ໃນ ທ່ານອິຮໍ ເຄຼເມັນໂກ (Ihor Klymenko) ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ