ຢູເຄຣນ ຮຽກ​ຮ້ອງ​ໃຫ້ຟື້ນ​ຟູ ​ຂໍ້ລິເລີ້ມການສົ່ງເຂົ້າເບລ່ ຜ່ານທະເລດຳ ຄືນໃໝ່

ລັດຖະມົນຕີຕ່າງປະເທດຢູເຄຣນ ທ່ານດີມີໂຕຣ ກູເບີລາ ແລະຄຸ່ຄຳແໜ່ງ ປາກິສຖານຂອງທ່່ານ ທ່ານບິລາວານ ບຸດໂຕ ຊາດາຣີ ຮ່ວມຢູ່ກອງປະຊຸມບັນດານັກຂ່າວ ທີ່ນະຄອນອິສລາມາບັດ ວັນທີ 20 ກໍລະກົດ 2023

ລັດຖະມົນຕີຕ່າງປະເທດຢູເຄຣນ ດີມີໂຕຣ ກູເລບາ ລະຫວ່າງການຢ້ຽມຢາມປາກິສຖານໃນວັນພະຫັດວານນີ້ ຮຽກຮ້ອງໃຫ້ມີການ​ຟື້ນ​ຟູ ​ຂໍ້ລິເລີ້ມການສົ່ງເຂົ້າເບລຜ່ານທະເລດຳຄືນໃໝ່ ເພື່ອຮັບ​ມື​ກັບ​ບັນ​ຫາ​ທ້າ​ທາຍດ້ານຄວາມປອດໄພ​ທາງ​ດ້ານອາຫານຢູ່​ໃນທົ່ວໂລກ.

ທ່ານກູເລບາ ໄດ້ກ່າວຕໍ່ພວກນັກຂ່າວຢູ່ນະຄອນອິສລາມາບັດ ພ້ອມດ້ວຍຄູ່ຕຳ ແໜ່ງຝ່​າຍປາກິສຖານ ທ່ານ​ບີ​ລາ​ວາ​ລ ບຸດໂຕ ຊາດາຣີ ເພື່ອເລີ້ມການຢ້ຽມ ຢາມຢ່າງເປັນທາງການຂອງທ່ານ ເປັນເວລາສອງວັນ ຊຶ່ງເປັນເທື່ອທຳອິດໂດຍລັດຖະມົນຕີຕ່າງປະເທດຢູເຄຣນ ນັບຕັ້ງແຕ່ສອງປະເທດໄດ້ສະຖາປະນາຄວາມສຳພັນທາງການທູດ ໃນປີ 1993.

ຂໍ້ຕົກລົງເພື່ອລິເລີ້ມສົ່ງອາຫານປະເພດເມັດຜ່ານທະເລດຳ ຊຶ່ງໃນປີແລ້ວນີ້ ໂດຍອົງການສະຫະປະຊາຊາດ ແລະເທິກີ ​ທີ່​ໄດ້​ຍົກ​ເລີກການ​ປິດ​ລ້ອມບັນດາທ່າເຮືອຢູເຄຣນ ທີ່ຣັດເຊຍໄດ້ວາງມາດຕະການ ຫລັງຈາກການຮຸກຮານຢ່າງເຕັມທີ່ ຕໍ່ຢູເຄຣນໃນເດືອນກຸມພາ 2022.

ມົສກູໄດ້ປະກາດໃນວັນຈັນທີ່ຜ່ານມາວ່າ ຕົນໄດ້ຖອນຈາກຂໍ້ຕົກລົງ ຊຶ່ງໄດ້ຊ່ວຍໃຫ້ຜ່ອນຄາຍການຂາດແຄນອາຫານ ແລະເງິນເຟີ້ຢູ່ໃນຫລາຍປະເທດ ທີ່​ເພິ່ງ
ພາອາຫານປະເພດເມັດຂອງຢູເຄຣນ ເພື່ອລ້ຽງດູພົນລະ​ເມືອງເຂົາເຈົ້າ.

“ພວກເຮົາເສຍໃຈທີ່ຈະແມ່ນຢູເຄຣນ ບັນດາປະເທດຂອງເອເຊຍ ແລະອາຟຣິກາ ຜູ້ຈະໄດ້ຮັບຄວາມເດືອດຮ້ອນທີີ່ສຸດ ຈາກການຖອນໂຕຂອງຣັດເຊຍ. ໃນ

ການກະທໍາດັ່ງກ່າວ ຣັດເຊຍໄດ້ບ່ອນທຳລາຍຕໍ່ຄວາມປອດໄພດ້ານອາຫານຢູ່​ໃນທົ່ວໂລກ ແລະພວກເຮົາໄດ້ເຫັນລາຄາຂຶ້ນ” ທີ່ທ່ານກູເ​ລ​ບາ ໄດ້ກ່າວ.

“ນີ້ວ່າ​ເປັນ​ຫຍັງ ມັນຈຶ່ງມີຄວາມສຳຄັນຫລາຍທີ່ຈະເຮັດໃຫ້ທຸກສິ່ງຢ່າງເປັນໄປໄດ້ ເພື່ອຟື້ນ​ຟູ​ການລິເລີ້ມສົ່ງອາຫານປະເພດເມັດຜ່ານທະເລດຳຄືນ ເພື່ອ​ສ້າງ​ຄວາມ​ກ້ຳ​ເກິ່ງຄືນ​ໃໝ່​ໃຫ້​ແກ່ຕະຫລາດອາຫານຢູ່ໃນທົ່ວໂລກ ເພື່ອໃຫ້ລາຄາກັບຄືນມາຢູ່ພາຍໃຕ້ການຄວບຄຸມ ແລະໃຫ້ຢູເຄຣນ ທີີ່ເປັນໄປໄດ້ສະໜອງຊິ​ຣິ​ໂອ ແກ່ບັນດາປະເທດ ຜູ້ມີຄວາມຕ້ອງການທີ່ສຸດ.”

ທ່ານໄດ້ກ່າວ ຫລັງຈາກໄດ້ຖອນອອກຈາກຂໍ້ຕົກລົງ ຣັດເຊຍໂຈມຕີບັນດາທ່າ ເຮືອຢູເຄຣນດ້ວຍລູກສອນໄຟໃນວັນພຸດທີ່ຜ່ານມາ ແລະໄດ້ທຳລາຍພື້ນ​ຖານ​ໂຄງ​ລ່າງທ່າເຮືອ ເຮັດໃຫ້ມີຄວາມຍາກຂຶ້ນ ສຳລັບຟື້ນ​ຟູ​ການສົ່ງອອກ​ຂອງ​ປະ​ເທດ.

ອ່ານຂ່າວນີ້ເປັນພາສາອັງກິດ