ລັດຖະມົນຕີການຕ່າງປະເທດຢູເຄຣນ ໃນວັນພຸດວານນີ້ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ຢືນຢູ່ຄຽງຂ້າງປະເທດຕົນ ໃນເວລາທີ່ສົງຄາມຣັດເຊຍຕໍ່ປະເທດທ່ານແກ່ຍາວມາໄດ້ 1 ປີ.
"1 ປີຕໍ່ມາ, ໂດຍບໍ່ມີໃຜຄາດຄິດເລີຍ, ຢູເຄຣນກຳລັງປ້ອງກັນຕົນເອງຢ່າງມີປະສິດທິຜົນ ບໍ່ໃຫ້ສັດຕູທີ່ເຂັ້ມແຂງກວ່າຫລາຍນັ້ນ ຮຸກຮານຕົນເອງໄດ້, ແລະຂ້າພະເຈົ້າ ຂໍຮ້ອງຕໍ່ພວກທ່ານວ່າ: ນີ້ແມ່ນຊ່ວງເວລາແຫ່ງຄວາມເດັດດ່ຽວ ທີ່ຈະສະແດງການສະ ໜັບສະໜຸນ, ຄວາມສາມັກຄີ, ແລະຄວາມເປັນນ້ຳນຶ່ງໃຈດຽວກັນ" ນັ້ນຄືຄຳເວົ້າຂອງ ທ່ານດມິດໂທຣ ຄຸເລບາ (Dmytro Kuleba) ທີ່ກ່າວຕໍ່ກອງປະຊຸມສຸກເສີນພິເສດ ຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໂດຍຮຽກຮ້ອງໃຫ້ລະນຶກເຖິງວັນຄົບຮອບ 1 ປີ ແຫ່ງການບຸກລຸກຂອງຣັດເຊຍ. ທ່ານກ່າວອີກວ່າ "ນີ້ແມ່ນເວລາທີ່ຈະ ພິສູດວ່າ ທ່ານລຸກຂຶ້ນເພື່ອປົກປ້ອງກົດບັດຂອງສະຫະປະຊາຊາດແທ້."
ກອງປະຊຸມຈະພິຈາລະນາຮ່າງມະຕິ ທີ່ຢູເຄຣນໄດ້ຍື່ນໄປ ໂດຍເນັ້ນໜັກເຖິງຄວາມຮີບດ່ວນເພື່ອຊອກຫາ “ສັນຕິພາບແບບຮອບດ້ານ, ຍຸຕິທຳ ແລະຄວາມຍືນຍົງ ທີ່ສອດຄ່ອງກັບຫຼັກການຂອງກົດບັດສະຫະປະຊາຊາດ.”
ທ່ານ Vasily Nebenzya ຜູ້ຕາວໜ້າຣັດເຊຍ ກ່າວຕໍ່ກອງປະຊຸມສຸກເສີນພິເສດ ຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ກ່ຽວກັບຢູເຄຣນ, ວັນທີ 22 ກຸມພາ, 2023
ກີຢິບ ແລະປະເທດພັນທະມິດຫວັງວ່າ ຈະມີຈໍານວນປະເທດສະໜັບສະໜຸນທີ່ເຂັ້ມ ແຂງ ຢູ່ໃນການລົງຄະແນນສຽງທີ່ມີແຜນຈະຈັດຂຶ້ນ ໃນວັນພະຫັດມື້ນີ້ ເພື່ອສົ່ງສັນ ຍານໃຫ້ມົສກູຮູ້ວ່າ ການສະຫນັບສະຫນຸນຂອງສາກົນຍັງຄົງເຂັ້ມແຂງຢູ່ກັບຢູເຄຣນ ໃນຂະນະທີ່ການຂັດແຍ້ງກ້າວເຂົ້າ 1 ປີ. ເກືອບຮອດ 70 ປະເທດໄດ້ຮ່ວມສະເໜີຮ່າງຍັດຕິ.
U.N. Secretary-General Antonio Guterres addresses the 11th emergency special session of the General Assembly, Feb. 22, 2023, at U.N. headquarters.
ທ່ານຄູເລບາກ່າວວ່າ “ພວກເຮົາຈຳເປັນຕ້ອງສົ່ງຂໍ້ຄວາມທີ່ເຂັ້ມແຂງ ແລະຊັດເຈນວ່າ ກົດບັດຂອງສະຫະປະຊາຊາດ ລວມທັງຫຼັກການສະເໝີພາບທາງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຕ່າງໆ ຄວນເປັນພື້ນຖານໃຫ້ແກ່ຂະບວນການແກ້ໄຂບັນຫາດ້ວຍສັນຕິວິທີ.