ອັງກິດ ຍອມຮັບວ່າການກໍ່ຄວາມໂຫດຮ້າຍຕໍ່ຊາວ ຢາຊີດີ ໂດຍພວກລັດອິສລາມ ແມ່ນ 'ການຂ້າລ້າງເຜົ່າພັນ'

ແຟ້ມຮູບ-ຜູ້ຮ່ວມໄວ້ອາໄລ ພາກັນກະກຽມທີ່ຈະຝັງຜູ້ເຄາະຮ້າຍຊາວຢາຊີດີ ທີ່ຍັງຄົງເຫຼືອຢູ່ ຢູ່ປ່າຊ້າໃນເມືອງຊິນຈາ, ອີຣັກ, ວັນທີ 6 ກຸມພາ 2021. ຊາວຢາຊີດີປະມານ 104 ຄົນ ຖືກສັງຫານໂດຍກຸ່ມລັດອິສລາມໃນປີ 2014 ໄດ້ຮັບສິດໃນການຝັງທີ່ເໝາະສົມຢູ່ໃນພາກເໜືອຂອງປະເທດ.

ແຟ້ມຮູບ-ຜູ້ຮ່ວມໄວ້ອາໄລ ພາກັນກະກຽມທີ່ຈະຝັງຜູ້ເຄາະຮ້າຍຊາວຢາຊີດີ ທີ່ຍັງຄົງເຫຼືອຢູ່ ຢູ່ປ່າຊ້າໃນເມືອງຊິນຈາ, ອີຣັກ, ວັນທີ 6 ກຸມພາ 2021. ຊາວຢາຊີດີປະມານ 104 ຄົນ ຖືກສັງຫານໂດຍກຸ່ມລັດອິສລາມໃນປີ 2014 ໄດ້ຮັບສິດໃນການຝັງທີ່ເໝາະສົມຢູ່ໃນພາກເໜືອຂອງປະເທດ.

ລັດຖະບານອັງກິດ ໃນວັນອັງຄານວານນີ້ຍອມຮັບວ່າ ອາຊະຍາກໍາທີ່ກະທໍາຕໍ່ ຊົນເຜົ່າກຸ່ມນ້ອຍ ຢາຊີດີ (Yazidi) ໂດຍກຸ່ມຫົວຮຸນແຮງລັດອິສລາມຢູ່ໃນອີຣັກ ເມື່ອປີ 2014 ເປັນການຂ້າລ້າງເຜົ່າພັນ.
ການຕັດສິນໃຈດັ່ງກ່າວນີ້ ມີຂຶ້ນພຽງບໍ່ເທົ່າໃດມື້ກ່ອນວັນຄົບຮອບ 9 ປີຂອງການ ກໍ່ອາຊະຍາກໍາທີ່ຜິດກົດໝາຍໂດຍກຸ່ມກໍ່ການຮ້າຍ ເຊິ່ງຮູ້ໃນອີກຊື່ນຶ່ງວ່າ ກຸ່ມໄອຊິດ (ISIS) ຫຼື ເດສ (Daesh).

“ປະຊາຊົນຊາວຢາຊີດີ ໄດ້ຮັບຄວາມ ທຸກທໍລະມານຢ່າງຮຸນແຮງ ໂດຍການກະທໍາຂອງພວກ ເດສ ໃນ 9 ປີແລ້ວນີ້ ແລະຜົນກະທົບດັ່ງກ່າວທີ່ພວກເຂົາເຈົ້າໄດ້ຮັບ ຍັງຮູ້ສຶກໄດ້ຈົນຮອດທຸກມື້ນີ້,” ອີງຕາມການກ່າວຢູ່ໃນຖະແຫຼງການຂອງລັດຖະມົນຕີການຕ່າງປະເທດອັງກິດ ສໍາລັບຂົງເຂດ ຕາຣິກ ອາເມດ ຢູ່ໃນຕາເວັນອອກກາງ. “ຄວາມຍຸຕິທໍາ ແລະ ຄວາມຮັບຜິດຊອບເປັນກະແຈສໍາຄັນສໍາລັບຊີວິດຂອງຜູ້ຄົນທີ່ຖືກທໍາລາຍລ້າງ ເຫຼົ່ານັ້ນ.”

ປະຊາຊົນຊາວຢາຊີດີ ເປັນຊົນເຜົ່າກຸ່ມນ້ອຍທີ່ເວົ້າພາສາເຄີດິສ ແລະເຄັ່ງຄັດ ໃນສາດສະໜາ ເຊິ່ງຖືກມອງວ່າ ເປັນພວກນອກສາດສະໜາ ໂດຍກຸ່ມຫົວຮຸນ ແຮງ IS. ໃນເດືອນສິງຫາ ປີ 2014, ກຸ່ມ IS ໄດ້ດຳ​ເນີນ​ການໂຈມຕີຄັ້ງ​ໃຫຍ່​ຕໍ່ເມືອງ ຊິນຈາ (Sinjar) ເຊິ່ງຄັ້ງນຶ່ງເຄີຍເປັນບ້ານເຮືອນຂອງຊຸມຊົນຊາວ ຢາຊີດີ ທີ່ໃຫຍ່ທີ່ສຸດໃນໂລກ. ມີຊາວຢາຊີດີຢ່າງໜ້ອຍ 5,000 ຄົນ ເຊິ່ງສ່ວນ ໃຫຍ່ແມ່ນຜູ້ຊາຍ ແລະເດັກຊາຍໄດ້ຖືກສັງຫານ ໃນລະຫວ່າງການໂຈມຕີໃສ່ ເມືອງອິຣາກີ ທີ່ຕັ້ງຢູ່ທາງພາກເໜືອ.

ຈາກນັ້ນ, ກຸ່ມ IS ໄດ້ລັກພາໂຕບັນດາແມ່ຍິງ ແລະເດັກນ້ອຍຫຼາຍພັນຄົນ, ເຊິ່ງຕໍ່ມາໄດ້ໃຊ້ເປັນທາດສະໜອງທາງເພດ ແລະມີລູກໃຫ້ກັບພວກທະຫານ, ເຊິ່ງຫຼາຍກວ່າ 2,000 ຄົນໃນຈໍານວນນັ້ນ ຍັງຄົງຫາຍສາບສູນ.

ອ່ານຂ່າວນີ້ເປັນພາສາອັງກິດ