ຢູ່ໃນຖະແຫຼງການທີ່ເຜີຍແຜ່ອອກມາໃນຕອນບ່າຍວັນຈັນວານນີ້ ທ່ານບລິງເຄັນ ກ່າວວ່າ ທ່ານຍັງໄດ້ສັ່ງໃຫ້ເຈົ້າຫນ້າທີ່ກະຊວງການຕ່າງປະເທດ ພິຈາລະນາ ນໍາໃຊ້ເຄື່ອງມືທີ່ເປັນມາດຕະການຈຳກັດທີ່ມີຢູ່ແລ້ວຕໍ່ເຈົ້າຫນ້າທີ່ອູການດາ ແລະບຸກຄົນອື່ນໆ "ສໍາລັບການລ່ວງລະເມີດສິດທິມະນຸດ ທົ່ວໄປ, ລວມທັງ ສິດທິມະ ນຸດຂອງພວກຮັກຄົນເພດດຽວກັນ ຫລື LGBTQI+."
ຫົວໜ້ານັກການທູດຂອງສະຫະລັດທ່ານນີ້ກ່າວວ່າ "ຄວາມລົ້ມແຫລວໃນການ ປົກປ້ອງສິດທິມະນຸດ ຂອງພວກ LGBTQI+ ໃນອູການດາແມ່ນສ່ວນນຶ່ງຂອງການທໍາລາຍການປົກປ້ອງສິດທິມະນຸດ ທີ່ກວ້າງກວ່າ ທີ່ເຮັດໃຫ້ພົນລະເມືອງອູການດາມີຄວາມສ່ຽງ ແລະທໍາລາຍຊື່ສຽງຂອງປະເທດ ທີ່ເປັນຈຸດຫມາຍປາຍ ທາງຂອງການລົງທຶນ, ການພັດທະນາ, ການທ່ອງທ່ຽວ, ແລະຂອງຊາວ ອົບພະຍົບ.”
ທະນາຄວາມ ແລະນັກເຄື່ອນໄຫວດ້ານສິດທິມະນຸດໄດ້ນຳພາພວກນັກເຄື່ອນໄຫວຍື່ນຄຳຮ້ອງເພື່ອຄັດຄ້ານກົດໝາຍຕ້ານການຮັກຄົນເພດດຽວກັນ ທີ່ເຊັນຮັບຮອງເອົາໂດຍປະທານາທິບໍດີ Yoweri Museveni ຢູ່ສານດ້ານລັດຖະທຳມະນູນໃນນະຄອນຫລວງກຳປາລາ, ວັນທີ 29 ພຶດສະພາ, 2023
ສະມາຊິກຂອງຊຸມຊົນ LGBTQ ຂອງອູການດາພາກັນຕື່ນຕົກໃຈ ຫຼັງຈາກ ການໃຫ້ສັດຕະຍະບັນແກ່ກົດໝາຍວ່າດ້ວຍການຕ້ານການມີເພດສຳພັນຂອງຄົນຮັກເພດດຽວກັນ ຖືກເຊັນຮັບຮອງໃຫ້ເປັນກົດໝາຍໃນວັນຈັນວານນີ້ ໂດຍປະ ທານາທິບໍດີໂຢເວີຣີ ມຸເຊເວນີ. ພວກເຂົາເຈົ້າຮຽກຮ້ອງໃຫ້ຍົກເລີກກົດໝາຍນັ້ນ ແລະໄດ້ຍື່ນແຈ້ງການ ໃນວັນຈັນວານນີ້ ຕໍ່ລັດຖະມົນຕີກະຊວງຍຸຕິທຳຂອງປະເທດ ກ່ຽວກັບເຈດຕະນາຂອງເຂົາເຈົ້າທີ່ຈະນຳເອົາເລື່ອງນີ້ຂຶ້ນສານ.