ການສຶກສາ ໃນ ສຫລ ເຮັດໃຫ້ໄດ້ ທັງຄວາມຮູ້ ແລະພັດທະນາຕົນເອງຮອບດ້ານ, ອີງຕາມມູມມອງ ຂອງອະດີດນັກສຶກສາລາວ ທີ່ຈົບປະລິນຍາໂທ

ນາງວຽງສະຫວັນ ໄຊຈະເລີນ ທີ່ໄດ້ຮັບທຶນ Fulbright ໄປສຶກສາໃນສະຫະລັດ ເປັນເວລາສອງປີ ແລະໄດ້ລະດັບປະລິນຍາໂທ ຈາກມະຫາວິທະຍາໄລພາກໃຕ້ຂອງລັດນິວແຮມເຊີ.

ທ່ານ​ຜູ້​ຟັງ​ທີ່​ເຄົ​າ​ລົບ ລາຍ​ການ​ສຶກ​ສາ​ຂອງ​ພວກ​ເຮົາ​ມື້ນີ້ ຈະ​ນຳ​ເອົາ​ ຫົວ​ຂໍ້ກ່ຽວ​ກັບ​ທຶນ​ການ​ສຶກ​ສາ​ຂອງສະ​ຫະ​ລັດ ຊຶ່ງ​ໃນ​ນີ້ ຈະ​ແບ່ງ​ອອກ​ເປັນສາມພາກ. ສຳ​ລັບ​ພາກ​ທີ 1 ນີ້ ພວກ​ເຮົາ​ຈະ​ເວົ້າ​ເຖິງຄວາມ​ໝາຍ​ຄວາມ​ສຳ​ຄັນຂອງ​ທຶນນີ້ວ່າ ມີ​ແນວ​ໃດ​ຕໍ່​ການ​ພັດ​ນະ​ນາ​ຕົນ​ເອງ ​ແລະ​ປະ​ເທດ​ຊາດ? ມື້ນີ້ອະ​ດີດ​ນັກ​ສຶ​ກ​ສາ​ສອງ​ທ່ານ ​ທີ່​ເຄີຍ​ໄດ້​ຮັບທຶນ​ທຶນຟູລໄບ​ຣ (Fulbright) ທີ່​ຮຽນຈົບປະ​ລິນ​ຍາ​ໂທຈາກ​ສະ​ຫະ​ລັດ ຈະມາ​ເລົ່າ​ເຖິງປະ​ສົບ​ການຂອງ​ເຂົາ​ເຈົ້າສູ່​ຟັງ ຊຶ່ງບົວ​ສະ​ຫວັນ​ຈະ​ນຳມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ເຊີນ​ຟັງ​ລ​າຍ​ງານ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ທຶ​ນການ​ສຶກ​ສາ​ຂອງ​ ສ​ຫລ ໃນ​ມຸມມອງ​ຂອງນັກ​ສຶກ​ສາ

ນາງວຽງສະຫວັນທີ່ໄດ້ຮັບທຶນຟູລໄບຣ ຈາກລັດຖະບານສະຫະລັດເພື່ອຮຽນຕໍ່ໃນລະດັບປະລິນຍາໂທ ໃນສະຫະລັດເປັນເວລາສອງປີ.

ໄດ້​ປະ​ມານ 3 ທົດສະວັດມາແລ້ວ ທີ່​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ໃຫ້​ທຶນແກ່ ສ​ປ​ປ ​ລາວ​ ເພື່ອເອົາ​ນັກສຶກ​ສາມາ​ຮຽນ​ຕໍ່​ໃນ​ຂັ້ນປະ​ລິນ​ຍາ​ໂທ ແລະ​ທຳການ​ຄົ້ນ​ຄວ້າ ຫລື​ ແລກ​ປ່ຽນ​ປະ​ສົບ​ການ​ທັງຢູ່ໄລ​ຍະ​ສັ້ນ ແລະ​ໄລ​ຍະ​ຍາວຢູ່​ສະ​ຫະ​ລັດ. ທຶນການ​ສຶກ​ສານີ້ ມີ​ຄວາມໝາຍ​ທັງ​ສຳ​ລັບ ແລະ​ປະ​ເທດ​ຊາດ, ອີງ​ຕາມທ່ານ​ຈັນ​ທະ​ເນດ ພະ​ໄກ​ສອນ ອະ​ດີດ​ນັກ​ສຶກ​ສາ ​ທີ່​ໄດ້​ຮັບທຶນຟູລໄບ​ຣ (Fulbright) ທີ່​ຮຽນ​ວິ​ຊາການພັດ​ທະ​ນາສາ​ກົນແບບຍືນ​ຍົງ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລແບ​ຣນ​ດາຍ​ສ໌ (Brandeis) ໃນ ລັດ​ແມັ​ສ​ຊາ​ຈູ​ແຊັ​ສ ຊຶ່ງ​ເປັນ​ມະ​ຫາ​ວິ​ທະ​ຍາ​ໄລທີ່​ມີ​ຊື່​ສຽງ​ສູງ​ແຫ່ງ​ນຶ່ງ​ຂອງສະ​ຫະ​ລັດ. ​ເມື່ອ​ຫວນ​ຄືນ​ເບິ່ງ​ແລ້ວ ທ່ານເລົ່າ​ເຖິງ ຄວາມ​ຮູ້​ສຶກ​ທີ່​ດີ​ກ່ຽວ​ກັບ​ການ​ໄດ້​ທຶນນີ້​ສູ່​ຟັງ​ວ່າ:

Your browser doesn’t support HTML5

​ສຽງ 1 ທ່ານ​ຈັນ​ທະ​ນ​ເນດ​ເວົ້າ​ວ່າ​ການ​ຮຽນ​ໃນ ສ​ຫລ ແມ່ນ​ໄດ້​ຄວາມ​ຮູ້

ທ່ານຈັນທະເນດ ພະໄກສອນທີ່ໄດ້ຮັບທຶນ Fulbright ມາສຶກສາທີ່ມະຫາວິທະຍາໄລ Brandeis, ລັດແມສຊາຈແຊສ ໄດ້ຮັບໃບປະກາດສະນີຍະບັດປະລິນຍາໂທໃນປີ 2008

ສະ​ນັ້ນ​ມັນ​ມີ​ຄວາມ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ດັ່ງ​ທີ່ທ່ານ​ເລົ່າ​ຕໍ່​ໄປ​ວ່າ:

Your browser doesn’t support HTML5

​ສຽງ 2 ທ່ານ​ຈັນ​ທະ​ເນດ​ເວົ້າ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ທຶນ​ການ​ສຶກ​ສາ​ຂອງ ສ​ຫລ

ທ່ານຈັນທະເນດ ພະໄກສອນຊຶ່ງເປັນຜູ້ນຶ່ງໃນ 7 ຄົນຈາກລາວ ໄດ້ຮັບທຶນຟູນໄບຣ ມາຮຽນຕໍ່ໃນ ສະຫະລັດ (2006-2008) ໄດ້ປະກາດສະນີຍະບັດປະລິນຍາໂທ ໃນປີ 2008

ເນື່ອງ​ຈາກໄດ້​ຮັບການ​ສຶກ​ສາທີ່ຫຼໍ່​ຫຼອ​ມທັກ​ສະ​ໃນ​ການ​ຊອກ​ຮຽນ​ຮູ້​ຕະ​ຫລອດໄປ​ທ່ານ​ຈັນ​ທະ​ເນດປັດ​ຈຸ​ບັນ​ນີ້ ສາ​ມາດປ​ະ​ກອບ​ອາ​ຊີບທີ່​ເປັນ​ອິດ​ສະ​ຫລະທີ່ໝັ້ນ​ຄົງ ກໍ​ຄື​ເປັນ​ທີ່​ປຶກ​ສາ​ດ້ານການ​ຄົ້ນ​ຄວ້າ​ທາງ​ສັງ​ຄົມ​ ແລະ​ເປັນ​ນາຍ​ແປ​ພາ​ສາ​ທີ່​ມີ​ຄວາມ​ຊຳ​ນິຊຳນານ​ຊຶ່ງ​ເປັນ​ອາ​ຊີບ​ທີ່​ນອກ​ຈາກສ້າງ​ລາຍ​ໄດ້​ສູງ ແລ້ວ​ກໍ​ປະ​ກອບ​ສ່ວນພັດ​ທະ​ນາປະ​ເທດ​ຊາດອີກ​ດ້ວຍ​.

ນາງວຽງສະຫວັນ ໄຊຈະເລີນ ທີ່ໄດ້ຮັບທຶນຟູລໄບຣຈາກລັດຖະບານ ສະຫະລັດ ເພື່ອສຶກສາຕໍ່ໃນລະດັບປະລິນຍາໂທ ເປັນເວລາສອງປີ.

ອີກ​ຜູ້​ນຶ່ງທີ່​ໄດ້​ຮັບ​ທຶນຟູລໄບ​ຣມາ​ສຶກ​ສາຕໍ່​ໃນສະ​ຫະ​ລັດເຊັ່ນ​ກັນ ກໍ​ຄືນາງວຽງ​ສະ​ຫວັນ​ ໄຊຈະ​ເລີນ, ​ຊຶ່ງ​ຫາກໍ່​ຈົບ​ການປະ​ລິນ​ຍາ​ໂທດ້ານບໍ​ລິ​ຫານ​ທຸ​ລະ​ກິດ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລພາກໃຕ້​ຂອງ​ລັດ​ນີວແຮມ​ເຊີ ຫລື Southern New Hampshire University ​ໃນກາງປີ 2021 ນີ້​ເອງ. ນາງ​ເລົ່າ​ເຖິງ​ສິ່ງ​ສຳ​ຄັນ​ທີ່​ໄດ້​ຮັບຈາກ​ການ​ສຶກ​ສາ​ທີ່ຢູ່​ພາຍ​ໃຕ້​ທຶນນີ້​ສູ່​ຟັງ​ວ່າ

Your browser doesn’t support HTML5

​ສຽງ 1 ນາງວຽ​ງ​ສະ​ຫວັນ ເວົ້າ​ກ່ຽວ​ກັບ​ປະ​ສົບການ​ໃນ​ເວ​ລາສຶກ​ສາ ຢູ່ ສ​ຫລ

ສິ່ງ​ທີ່​ນາງບອກວ່າ​ສິ່ງ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ທີ່​ໄດ້​ຈາກ​ການ​ໄປ​ຮຽນ​ໃນ​ສອງ​ປີນີ້​ກໍ​ຄື:​

Your browser doesn’t support HTML5

​ສຽງ 2 ນາງວຽງ​ສະ​ຫວັນ​ເວົ້າ​ວ່າ​ຕົນ​ຖືກ​ພັດ​ທະ​ນາ​ຮອບ​ດ້ານ​ເມື່ອ​ໄດ້​ມາ​ສຶກ​ສາ​ຢູ່ ສ​ຫລ

ນາງວຽງສະຫວັນ ໄຊຈະເລີນ ຖ່າຍຮູບກັບເພື່ອນນັກສຶກສາທີ່ໄດ້ຮັບທຶນນາງວຽງສະຫວັນ ໄຊຈະເລີນ ທີ່ໄດ້ຮັບທຶນຟູລໄບຣເພື່ອສຶກສາຕໍ່ໃນລະດັບປະລິນຍາໂທ ເປັນເວລາສອງປີ.

ສ​ະ​ຫະ​ລັດ​ມອບທຶນຟູລໄບ​ຣໃຫ້​ແກ່​ນັກ​ສຶກ​ສາຫລາຍກວ່າ 4,000 ຄົນ​ຈາກ 160 ກວ່າປະ​ເທດໃນ​ແຕ່​ລະ​ປີ​ເພື່ອມາ​ສຶກ​ສາ​ຕໍ່​ຂັ້ນ​ປະ​ລິນ​ຍາ​ໂທ ຫລື ​ທຳ​ການ​ຄົ້ນ​ຄວ້າໃນ​ສະ​ຫະ​ລັດ. ປົກ​ກະ​ຕິ​ແລ້ວ ລາວ​ຈະ​ໄດ້​ຮັບ​ທຶນນີ້ ປີ​ລະ​ປະ​ມານ 2 ຫາ 5 ທຶນ ຍົກ​ເວັ້ນໃນ​ສົກ​ຮຽນ​ປີ 2006 ຫາ 2008 ທີ່ໄດ້​ຮັບທຶນຫລາຍ​ເຖິງ 7 ຄົນ, ອີງ​ຕາມທ່ານ​ຈັ​ນ​ທະ​ເນດຊຶ່ງ​ເປັນຜູ້​ນຶ່ງ​ທີ່​ໄດ້​ຮັບ​ທຶນໃນສົກ​ຮຽນ​ນັ້ນ.

ນາງວຽງສະຫວັນ (ທີ 4 ຢືນຢູ່ແຖວນຶ່ງຈາກຊ້າຍໃສ່ເສື້ອຍືດສີຂາວໃສ່ໝວກ) ແລະພວກນັກສຶກສາທີ່ໄດ້ຮັບທຶນຟູລໄບຣຈາກປະເທດອື່ນທີ່ກຽມພາສາອັງກິດຮ່ວມກັນໃນລັດເພັນຊີລເວເນຍ ຢູ່ພາກຕາເວັນອອກຂອງສະຫະລັດ ໃນເດືອນມິຖຸນາ, 2019.

ສະ​ຫລຸບ​ແລ້ວ​ ການ​ທີ່ໄດ້​ມີ​ໂອ​ກາດ​ມາ​ສຶກ​ສາ​ຮ່ຳ​ຮຽນ​ໃນ​ສະ​ຫະ​ລັດເປັນ​ເວ​ລາ 2 ປີ ພາຍ​ໃຕ້ໂຄງ​ການຟູລໄບຣຂອງ​ສະ​ຫະ​ລັດ​ນັ້ນ ເຮັດ​ໃຫ້ຜູ້​ໄດ້​ຮັບ​ທຶນ​ຮູ້​ສຶກ​ວ່າ​ ໄດ້ພັດ​ທະ​ນາຕົນ​ເອງ​ຢ່າງຮອບ​ດ້ານ. ໃນສອງ​ພາກ​ຕໍ່​ໄປ​ພວກ​ເຮົາ​ຈະ​ນຳ​ເອົາ​ລາຍ​ລະ​ອຽດ​ກ່ຽວ​ກັບ​ທຶນ​ການ​ສຶກ​ສາ​ທີ່​ລັດ​ຖະ​ບານ​ສະ​ຫະ​ລັດ​ມີ​ໄວ້​ຊ່ວຍ​ເຫລືອ​ແກ່ຜູ້​ທີ່​ສົນ​ໃຈ​ຢູ່​ໃນ​ລາວມີ​ຫຍັງ​ແດ່ ແລະ​ຢາກໄດ້ຮັບ​ທຶນຕ້ອງເຮັດແນວ​ໃດ? ໂປດ​ຕິດ​ຕາມ​ຮັບ​ຟັງ​ດ້ວຍ.