ພາຍຸໄຕ້ຝຸ່ນ ກົບປູ ພັດຖະຫລົ່ມ ຟີລິບປິນ ພ້ອມດ້ວຍ ຝົນທີ່ຕົກໜັກ ບໍ່ຂາດ

Your browser doesn’t support HTML5

ເຊີນຊົມວີດີໂອ ລາຍງານນີ້

ມີ​ການຢັ້ງຢືນ​ວ່າ 2 ຄົນ​ເສຍ​ຊີວິດ ​ແລະ ຫຼາຍໝື່ນ​ຄົນ ໄດ້​ຖືກ
​ຍົກຍ້າຍ​ອອກ​ຈາກ​ຖິ່ນ​ຖານ ​ໃນ​ຂະນະ​ທີ່​ພາຍຸ​ໄຕ້​ຝຸ່ນ ກົບ​ປູ
​ເຄື່ອນ​ຍ້າຍ​ຢ່າງ​ຊ້າໆ ພັດ​ຖະຫລົ່ມ ​ລ້າງຜານ ​ພາກ​ເໜືອ​
ຂອງ​ຟີ​ລິບ​ປິນ​ ​ໃນ​ວັນ​ອາທິດ​ວານ​ນີ້.

ພາຍຸ​ຫົວ​ນີ້ ໄດ້​ຫລຸດ​ກຳລັງ​ລົງ​ ໜ້ອຍ​ນຶ່ງ ​ຕັ້ງ​ແຕ່​ໄດ້ພັດ​ຂຶ້ນຝັ່ງ
​ເປັນຕົ້ນມາ ​ແຕ່​ຍັງ​ມີ​ກຳລັງ​ພໍ​ ທີ່​ຈະ​ພັດ​ເສົາ​ໄຟຟ້າ​ ​ແລະ ສາຍ​
ສື່ສານ​ຕ່າງໆ​ ໃຫ້​ຂາດ​ສະບັ້ນ ດ້ວຍ​ລົມ​ທີ່​ແຮງ ແລະ ​ຝົນທີ່ຕົກ
​ໜັກ ຊຶ່ງ​ອາດ​ຈະ​ສືບ​ຕໍ່​ໄປ​ຈົນ​ຮອດ​ວັນ​ພຸດ.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ​ເດັກ​ຊາຍ​ ອາຍຸ 14 ປີ ຄົນ​ນຶ່ງ ​ເສຍ
​ຊີວິດ ຢູ່​ໃນ​ບໍລິ​ເວນ​ ຊານ​ເມືອງນະຄອນຫຼວງ Manila ​ໃນ​ວັນ​ອາທິດ​ວານ​ນີ້ ​ເວລາ ຕົ້ນ​ໄມ້​
ລົ້ມ​ທັບ​ເຮືອນ​ລາວ ​ແລະ ​ໃນ​ຂະນະ​ດຽວ​ກັນ ຝາຊີມັງ​ໄດ້​ພັງ​ລົງ​ມາ​ທັບ ​ແມ່​ຍິງ ອາຍຸ 62 ປີ ​
ເສຍ​ຊີ​ວິດ ໃນ​ແຂວງ ກ້ຳຕາ​ເວັນ​ຕົກ​ສຽງ​ເໜືອ ​ຂອງ​ນະຄອນຫຼວງ.

ຫຼາຍໝື່ນ​ຄົນ ບໍ່​ມີ​ໄຟຟ້າ​ໃຊ້ ​ແລະ ຢູ່ບາງ​ພື້ນ​ທີ່ ​ແມ່ນ​ຈົມຢູ່​ພາຍ​ໃຕ້ນ້ຳ ຢ່າງ​ຖ້ວມ​ລົນ. ພາຍຸ​
ໄ​ຕ້ຝຸ່ນ ​ຍັງໄດ້​ລົບ​ກວນ ຖ້ຽວ​ບິນຂອງ​ສາຍ​ການບິນຕ່າງໆ ​ແລະ ການ​ບໍລິການ​ຂອງ​ເຮືອ​
ຂ້າມ​ຟາກ​ ​ໄປ​ຍັງ​ເກາະ​ໃຫຍ່ Luzon ຢູ່​ທາງ​ພາກ​ເໜືອ.

ບັນດານັກ ​ພະຍາກອນ​ອາກາດ ກ່າວ​ວ່າ ພາຍຸ​ໄຕ້​ຝຸ່ນ ກົບ​ປູ ຈະ​ຍັງ​ຄົງປົກ​ຄຸມ ​ເກາະ Luzon ຢູ່​ອີກ​ສອງ​ສາມ​ມື້ ຍ້ອນ​ວ່າ​ມີ​ອາກາດ​ຄວາມ​ກົດ​ດັນ​ສູງ ​ໃນ​ບໍລິ​ເວນພາກ​ເໜືອ ​ແລະ ມີ​ພາຍຸໄຕ້​ຝຸ່ນ​ອີກ​ຫົວ​ນຶ່ງ ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາຊີ​ຟິກ.

ບັນດາ​ນັກ​ພະຍາກອນ​ອາກາດ ຄາດ​ຄະ​ເນ​ວ່າ ພາຍຸ​ດັ່ງກ່າວ ອາດພາ​ໃຫ້​ມີຝົນຕົກໜັກ
​ໃນ​ປະລິມານ 600 ມີ​ລິ​ແມັດ ​ໃນ​ລະຍະ​ສອງ​ສາມ​ມື້​ຂ້າງ​ໜ້າ​ນີ້.

ປະຊາຊົນ ຈຳນວນນຶ່ງ ປຸ້ມລຸມກັນ ຢູ່ໃຕ້ກັ້ງຮົ່ມ ຂອງພວກເຂົາ ໃນຂະນະທີ່ມີລົມແຮງ ແລະ ຝົນທີ່ຕົກຄ່ອຍໆ ແມ່ນເກີດມາຈາກ ພາຍຸໄຕ້ຝຸ່ນ ກົບປູ, ວັນທີ 18 ຕຸລາ 2015 ໃນນະຄອນຫຼວງ ມານີລາ ປະເທດຟີລິບປິນ.