ພະຍຸໄຕ້ຝຸ່ນ ຢາກິ ພັດຖະຫຼົ່ມເຂົ້າຫວຽດນາມ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 63 ຄົນ ແລະສູນຫາຍອີກ 40 ຄົນ

ພາບທາງອາກາດນີ້ ສະແດງໃຫ້ເຫັນນໍ້າຖ້ວມຖະໜົນຫົນທາງຫຼາຍສາຍ ແລະຕຶກອາຄານຫຼາຍຫຼັງ ໃນເມືອງ ໄທ ຫງຽນ, ຫວຽດນາມ, ວັນທີ 10 ກັນຍາ 2024, ເປັນເວລາພຽງສອງສາມມື້ ຫຼັງຈາກພາຍຸໄຕ້ຝຸ່ນຮຸນແຮງ ຢາກິ ພັດຖະຫຼົ່ມເຂົ້າທາງພາກເໜືອຂອງຫວຽດນາມ.

ບັນດາ​ເຈົ້າ​ໜ້າ​ທີ່​ສຸກ​ເສີນ ​ໄດ້​ພາກັນ​ເລັ່ງອົບພະຍົບປະຊາຊົນ​ຫຼາຍ​ພັນ​ຄົນ​ອອກ​ຈາກ​ຂົງເຂດ​ນ້ຳ​ຖ້ວມ​ຮຸນ​ແຮງ​ໃນ​ວັນ​ອັງຄານ​ມື້​ນີ້ ລຸນຫຼັງ​ພາຍຸ​ໄຕ້​ຝຸ່ນ ຢາກິ ​ໄດ້​ພັດເຂົ້າສູ່​ພາກ​ເໜືອ​ຂອງ​ຫວຽດນາມ, ສົ່ງຜົນ​ເຮັດ​ໃຫ້ມີຜູ້ເສຍຊີວິດ 63 ຄົນ ແລະສູນຫາຍອີກ 40 ຄົນ.

ພາຍຸໄຕ້ຝຸ່ນ ຢາກິ ​ໄດ້​ພັດ​ເຂົ້າມາ​ໃນ​ວັນ​ເສົາແລ້ວນີ້ ​ດ້ວຍ​ລົມ​ແຮງ​ສູງກວ່າ 149 ກິ​ໂລ​ແມັດຕໍ່​ຊົ່ວ​ໂມງ, ​ເຮັດ​ໃຫ້​ມັນກາຍ​ເປັນພາຍຸ​ໄຕ້​ຝຸ່ນ​ພັດເຂົ້າຫວຽດນາມທີ່​ມີ​ພະລັງ​ແຮງ​ທີ່​ສຸດ​ໃນ​ຮອບ 30 ປີ​, ອີງຕາມກົມອຸຕຸນິຍົມທິທະຍາ.

ພາຍຸ​ດັ່ງກ່າວ ​ສົ່ງຜົນເຮັດ​ໃຫ້​ຂົວ​ຫຼາຍແຫ່ງຫັກພັງລົງມາ, ຫຼັງ​ຄາ​ຂອງ​ຕຶກ​ອາຄານ​ຫຼາຍຫຼັງພັງ​ລົງ, ໂຮງງານຫຼາຍແຫ່ງໄດ້​ຮັບ​ຄວາມ​ເສຍ​ຫາຍ ​ແລະ ​ເຮັດ​ໃຫ້​ເກີດ​ນ້ຳ​ຖ້ວມ ​ພ້ອມດ້ວຍເຫດການດິນ​ເຈື່ອນໄວວາ​ຢ່າງ​ກວ້າງຂວາງ.

ນັກອຸຕຸນິຍົມວິທະຍາກ່າວວ່າ ທາງພາກເໜືອຂອງປະເທດແຫ່ງນີ້ ມີປະຊາກອນ ອາໄສຢູ່ໜາແໜ້ນ ແລະເປັນສູນກາງການຜະລິດອັນສໍາຄັນ ສໍາລັບບໍລິສັດເທັກ ໂນໂລຈີທົ່ວໂລກ ລວມທັງບໍລິສັດ Samsung, ປັດຈຸບັນ ກໍາລັງຕໍ່ສູ້ກັບໄພນໍ້າ ຖ້ວມເປັນ “ປະຫວັດການ.”

ພາບທາງອາກາດ ສະແດງໃຫ້ເຫັນຂົວຂ້າມແມ່ນໍ້າແດງ ພົງ ຈົວ (Phong Chau) ທີ່ຕັ້ງຢູ່ໃນແຂວງ ພູ ທໍ່ (Phu Tho) ຫັກພັງລົງ, ວັນທີ 9 ກັນຍາ 2024, ລຸນຫຼັງພາຍຸໄຕ້ຝຸ່ນ ຢາກິ ພັດຖະຫຼົ່ມເຂົ້າທາງພາກເໜືອຂອງຫວຽດນາມ.

ທາງການໄດ້​ອອກ​ຄຳ​ເຕືອນກ່ຽວກັບ​ໄພ​ນ້ຳ​ຖ້ວມ ​ແລະ​ດິນ​ເຈື່ອນ​ສໍາລັບ 429 ຊຸມຊົນໃນ​ທົ່ວ 17 ​ແຂວງ​ພາກ​ເໜືອຂອງປະເທດ.

ເຮືອນຊັ້ນດຽວຢູ່ໃນບາງສ່ວນຂອງເມືອງ ໄທ ຫງວຽນ (Thai Nguyen) ແລະ ເມືອງ ເຢັນ ບາຍ (Yen Bai) ໄດ້ຈົມຢູ່ໃຕ້ນໍ້າເກືອບໝົດຫຼັງໃນຊ່ວງບໍ່ເທົ່າໃດ ຊົ່ວໂມງທໍາອິດຂອງວັນອັງຄານມື້ນີ້, ໂດຍມີປະຊາຊົນໃນເມືອງລໍຖ້າການຊ່ວຍ ເຫລືອຢູ່ເທິງຫຼັງຄາ.

ໜ່ວຍ​ກູ້​ໄພ ​ໄດ້ທໍາການ​ພະຍາຍາມ​ໄປ​ເຖິງ​ບໍລິເວນ​ທີ່ຢູ່​ອາ​ໄສຂອງປະຊາຊົນ ​ເພື່ອ​ກອບກູ້ເອົາ​ບັນດາຜູ້​ເຖົ້າ ​ແລະ​ເດັກນ້ອຍອອກມາ. ຢູ່​ໃນ​ສື່​ສັງຄົມອອນລາຍ, ບັນດາຍາດ​ພີ່ນ້ອງ​ຂອງ​ຜູ້​ທີ່ຍັງ​ຕິດຄ້າງ​ຢູ່​ໃນຂົງເຂດ​ໄພ​ນ້ຳ​ຖ້ວມ ​ໄດ້ອອກມາ​ປະກາດ​ຂໍ​ຄວາມ​ຊ່ວຍ​ເຫລືອ ​ແລະ​ເຄື່ອງ​ຊ່ວຍ​ເຫລືອຕ່າງໆໃຫ້ແກ່ຜູ້ທີ່ໄດ້ຮັບຜົນ ກະທົບ.

ໃນ ຮາ​ໂນ່ຍ, ບັນດາຊຸມ​ຊົນ​ຢູ່​ລຽບ​ຕາມແຄມ​ແມ່​ນ້ຳ​ແດງ​ທີ່​ກໍາລັງຖ້ວມລົ້ນຂຶ້ນມາ ​ເຊິ່ງໄຫຼ​ຢ່າງວ່ອງໄວ ແລະຮຸນແຮງ​, ໂດຍໄຫຼ​ຜ່ານ​ນະ​ຄອນ​ຫຼວງນັ້ນ, ກໍຍັງ​ມີ​ບາງ​ສ່ວນທີ່ຈົມຢູ່​ໃຕ້​ນ້ຳ, ໂດຍມີ​ການ​ບັງ​ຄັບ​ໃຫ້​ປະ​ຊາ​ຊົນ​ຕ້ອງ​ອົບ​ພະ​ຍົບ​ອອກໄປທາງ​ເຮືອ.

​ບໍລິເວນເຂດ ຮວ່ານ ກຽມ (Hoan Kiem) ​ກໍມີການ​ບັງຄັບ​ໃຫ້ປະຊາຊົນ 460 ຄົນ ຕ້ອງຍົກຍ້າຍອອກ​ໃນ​ວັນ​ອັງຄານນີ້ເຊັ່ນກັນ.

ອ່ານຂ່າວນີ້ເປັນພາສາອັງກິດ