ໄຕ້ຝຸ່ນ Utor ພັດຜ່ານ ຮົງກົງ ແລະຝັ່ງທະເລ ພາກໃຕ້ ຂອງຈີນ (ວີດີໂອ)

Your browser doesn’t support HTML5

ເຈົ້າໜ້າທີ່ຮົງກົງ ໄດ້ອັດໂຮງຮຽນແລະຫ້ອງການຕ່າງໆ ແລະງົດ
ຖ້ຽວບິນລົງ ໃນຂະນະທີ່ພາຍຸໄຕ້ຝຸ່ນ Utor ​ໄດ້​ປ່ຽນ​ເສ້ນ​ທາງ​ແລະ
​ອ່ວຍ​ເຂົ້າສູ່ທາງຝັ່ງທະເລພາກໃຕ້ຂອງຈີນ.

ຕະຫລາດ​ຄ້າຫຸ້ນຮົງກົງ ກໍໄດ້ປິດລົງກ່ອນ​ເວລາໃນເຊົ້າວັນພຸດມື້ນີ້
​ເພື່ອ​ປະຕິບັດ​ຕາມຄໍາ ເຕືອນ​ໄພ​ພາຍຸ​ໄຊ​ໂຄລນ​ເຂດ​ຮ້ອນ ລະດັບ 8
ຂອງຮົງ​ກົງນັ້ນ.

ມີລາຍງານວ່າ ໄດ້ມີຝົນຕົກໜັກແລະລົມແຮງ ທີ່ມີຄວາມໄວເຖິງ 122 ກິໂລແມັດ ຕໍ່ຊົ່ວໂມງ​
ໃນຮົງກົງ ​ແຕ່ບໍ່​ເປັນ​ທີ່ຄາດໝາຍ​ກັນວ່າ ຮົງກົງຈະຖືກກະທົບໂດຍກົງ.

ພວກພະຍາກອນອາກາດຄາດຄະ​ເນວ່າ ລົມພາຍຸໄຕ້ຝຸ່ນ Utor ຈະພັດເຂົ້າປະທະຝັ່ງ
ໃນຕອນ​ເດິກວັນພຸດມື້ນີ້ ຫຼືບໍ່ກໍເຊົ້າວັນພະຫັດມື້ອື່ນ ໃກ້ໆກັບຝັ່ງທະເລແຂວງກວາງຕຸ້ງ
ພາກໃຕ້ຂອງຈີນ.

ລົມພາຍຸໄຕ້ຝຸ່ນດັ່ງກ່າວ ໄດ້ພັດຜ່ານ ຟີລິບປີນຕົ້ນອາທິດນີ້ ພາໃຫ້ມີດິນເຈື່ອນແລະນໍ້າ
ຖ້ວມ ທີ່ຍັງຜົນໃຫ້ມີຢ່າງນ້ອຍ 6 ຄົນເສຍຊີວິດແລະອີກ 30 ພັນຄົນ ບໍ່ມີທີ່ຢູ່ອາໄສ.