ພາຍຸໄຕ້ຝຸ່ນ Nepartak ເຮັດໃຫ້ປະຊາຊົນ 6 ຄົນເສຍຊີວິດໃນ ຈີນ

ແມ່ຍິງຄົນໜຶ່ງນັ່ງຢູ່ເທິງຊາກຫັກພັງ ຫຼັງຈາກ ພາຍຸໄຕ້ຝຸ່ນ Nepartak ໄດ້ພັດຜ່ານເມືອງ Minqing, ແຂວງ Fujian. 10 ກໍລະກົດ, 2016.

ພາຍຸໃຕ້ຝຸ່ນ Nepartak ໄດ້ພັດເຂົ້າໃນແຂວງ Fujian ທີ່ຕິດກັບຊາຍຝັ່ງພາກ ຕາເວັນ ອອກສຽງໃຕ້ຂອງ ຈີນ ໃນທ້າຍສັບປະດາທີ່ຜ່ານມາ, ເຮັດໃຫ້ມີຄົນ ເສຍຊີວິດຢ່າງໜ້ອຍ 6 ຄົນ ແລະ ອີກ 8 ຄົນຫາຍສາບສູນ.

ຝົນ ແລະ ລົມທີ່ພັດຢ່າງແຮງຂອງພາຍຸດັ່ງກ່າວ ໄດ້ເຮັດໃຫ້ບ້ານເຮືອນ ແລະ ທຸລະກິດ ຕ່າງໆໄດ້ຮັບຄວາມເສຍຫາຍຫຼາຍລ້ານໂດລາ. ລົດໄຟ ແລະ ຖ້ຽວບິນ ນັບເປັນຮ້ອຍໆໄດ້ ຖືກຍົກເລີກ. ນອກນັ້ນ ຫຼາຍພື້ນທີ່ ຍັງຂາດໄຟຟ້າໃຊ້. ປະຊາຊົນຫຼາຍພັນຄົນໄດ້ຖືກຍົກ ຍ້າຍໄປພື້ນທີ່ໆມີຄວາມປອດໄພກວ່າກ່ອນ ໜ້າພາຍຸຈະເຄື່ອນໄປຮອດ.

ກ່ອນພັດເຂົ້າໃນ ຈີນ, ພາຍຸ Nepartak ໄດ້ພັດຜ່ານເກາະໃຕ້ຫວັນ ທີ່ມັນໄດ້ ເຮັດໃຫ້ປະ ຊາຊົນຢ່າງໜ້ອຍ 2 ຄົນເສຍຊີວິດ ແລະ ຫຼາຍຄົນໄດ້ຮັບບາດເຈັບ.

ພາຍຸດັ່ງກ່າວ, ເຊິ່ງບໍ່ໄດ້ມີຄວາມແຮງເທົ່າກັບພາຍຸໃຕ້ຝຸ່ນອີກແລ້ວ, ແມ່ນຄາດ ວ່າຈະສົ່ງ ຜົນກະທົບຢ່າງຮຸນແຮງຕໍ່ ພາກກາງ ແລະ ພາກຕາເວັນອອກຂອງ ຈີນ ທີ່ຖືກນ້ຳຖ້ວມກ່ອນ ໜ້ານີ້.

ພາຍຸໃຕ້ຝຸ່ນແມ່ນເປັນເລື່ອງປົກກະຕິໃນໄລຍະເວລານີ້ຂອງປີໃນທະເລ ຈີນໃຕ້, ເຊິ່ງມັນ ໄດ້ຮັບກຳລັງມາຈາກນ້ຳທີ່ອຸ່ນ ແລະ ກະຈາຍເຂົ້າໄປໃນໜ້າດິນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ