ໄຕ້ຝຸ່ນ ກົບປູ ອາດນຳເອົາ ຝົນຕົກໜັກ ມາສູ່ ຟິລິບປີນ

ຮູບພາບທາງຜ່ານ ຂອງໄຕ້ຝຸ່ນ Koppu ຮ້າຍແຮງ ທີ່ຈະພັດ ຖະຫລົ່ມ ປະເທດຟິລິບປີນ ໃນວັນອາທິດ ມື້ອຶ່ນນີ້.

ໄຕ້​ຝຸ່ນ​ຂະໜາດແຮງຫົວ​ໜຶ່ງ ກຳລັງ​ມຸ້ງໜ້າຊ້າໆ ໄປສູ່ຟິລິບ​ປິນ
ຊຶ່ງພາໃຫ້ມີການ​ຂົ່ມຂູ່ວ່າ ອາດຈະເກີດຝົນຕົກ​ໜັກ ​ແລະ​ຄວາມ​
ເປັນ​ໄປ​ໄດ້​ທີ່​ຈະເກີດ​ນຳ້ຖ້ວມຢ່າງ​ຮ້າຍ​ແຮງຢູ່ທີ່​ເກາະ Luzon ຊຶ່ງເປັນເກາະໃຫຍ່ສຸດຂອງຟີລິບປິນ.

ບັນດາ​ນັກ​ພະຍາກອນ​ອາກາດ ທຳນາຍ​ວ່າ ​ໄຕ້​ຝຸ່ນ Koppu
ຈະພັດຂຶ້ນຝັ່ງໃນ​ຕອນ​ເຊົ້າ​ວັນ​ອາທິດມື້​ອື່ນ​ນີ້​ແລະ​ອາດ​ຈະ​ຢຸດ​
ຢູ່​ທີ່​ນັ້ນ​ຊົ່ວໄລຍະນຶ່ງ ຊຶ່ງຈະພາໃຫ້ມີ​ຝົນ​ລົງ​ມາ​ຫຼາຍເຖິງ 600
ມິນ​ລີ​ແມັດ​ໃນໄລຍະ​ສອງ​ສາມ​ມື້​ຂ້າງ​ໜ້າ​ນີ້.

ມາຮອດຕອນທ່ຽງຂອງວັນເສົາມື້ນີ້ ໄຕຝຸ່ນຫົວນີ້ແມ່ນມີລົມແຮງ
ເຖິງ 160 ກິໂລແມັດຕໍ່ຊົ່ວໂມງ ແລະຄາດວ່າ ຈະມີຄວາມແຮງເພີ້ມຂຶ້ນ ກ່ອນຈະພັດເຂົ້າ
ຖະຫຼົ່ມຟີລິບປິນ.

​ອີງ​ຕາມ​ບັນດາ​ນັກ​ພະຍາກອນ​ອາກາດແລ້ວ ​ໄພ​ຂົ່ມຂູ່​ທີ່​ໃຫຍ່​ສຸດ​ອາດຈະມາ​ຈາກ​ຝົນຕົກ
​ແລະ​ເປັນເຫດໃຫ້​ເກີດ​ນໍ້າຖ້ວມ ​ດິນ​ເຈື່ອນ ແລະ​ຟອງຂະໜາດໃຫຍ່ຈາກ ລົມໄຕ້ຝຸ່ນຫົວນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ເ​ລີ້ມຍົກເລີກຖ້ຽວບິນ ​ແລະ​ຮຽກຮ້ອງ​ໃຫ້​ປະຊາຊົນ ​ແລະ​ບັນດາ​ນັກ​
ທ່ອງ​ທ່ຽວ ​ຢູ່​ໃນ​ເຂດ​ທີ່​ເປັນ​ອັນ​ຕະລາຍ ​ໃຫ້​ພາກັນ​ຍົກ​ຍາຍໜີ​ ໄປ​ຢູ່​ບ່ອນ​ປອ​ດ​ໄພ ​ແຕ່​ຍັງ​
ບໍ່ເປັນ​ທີ່​ແຈ່ງຂາວ​ເທື່ອວ່າ ມີ​ຫລາຍ​ປານ​ໃດ​ໄດ້​ພາກັນ​ຍົກ​ຍ້າຍ.

ໄຕຝຸ່ນ Koppu ບໍ່​ຄາດ​ວ່າ​ ຈະພັດ​ຖະຫລົ່ມ ນະຄອນຫລວງ​ມະ​ນິລາໂດຍ​ກົງ. ​ແຕ່​ມີທ່າ
ທາງວ່າ ມັນອາດ​ຈະພັດ​ຜ່ານເຂດພາກ​ເໜືອ​ຂອງ​ເກາະ Luzon ແທນ.

ປະທານາທິບໍດີ Benigno​ ໃນ​ວັນ​ສຸກວານ​ນີ້​ໄດ້​ປາກົດໂຕ​ທາງໂທລະພາບແຫ່ງ​ ຊາດ
​ເຕືອນ​ປະຊາຊົນ​ກ່ຽວ​ກັບ​ພະຍຸ​ດັ່ງກ່າວ.

ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່ ທ່ານ Aquino ​ໄດ້​ອອກຄຳເຕືອນ ທາງໂທລະພາບ​ແຫ່ງ​ຊາດ ກ່ຽວ​
ກັບໄຕ້​ຝຸ່ນ ນັບ​ແຕ່​ເດືອນ​ພະຈິກປີ 2013 ເປັນຕົ້ນມາ ​ເວລາໄຕ້ຝຸ່ນ Haiyan ​ໄດ້​ພັດ​ຖະ
ຫຼົ່ມ​ປະ​ເທ​ດ ​ທີ່ເຮັດ​ໃຫ້​ກວ່າ 7,000 ຄົນ​ເສຍ​ຊີວິດຫລື​ຫາຍ​ສາບ​ສູນ.

Your browser doesn’t support HTML5

Philippines Typhoon