ໄຕ້​ຝຸ່ນ ຣາມມະ​ສູນ ສັງຫານອີກ 17 ຄົນ​​ໃນ​ຈີນ (ວີດີໂອ)

ຜູ້ຊາຍຄົນນຶ່ງ ຢືນຢູ່ໜ້າໂຮງງານໃນເມືອງ Leizhou ແຂວງ Guangdong ປະເທດຈີນ ທີ່ຖືກພາຍຸ ຣາມມະສູນ ທຳລາຍ ຈົນເຫຼືອແຕ່ຊາກ ເມື່ອວັນທີ 19 ກໍລະກົດ 2014.

ລົມ​ທີ່​ຮຸນ​ແຮງ ​ແລະຝົນທີ່ຕົກລົງ​ມາ​ຢ່າງ​ໜັກໜ່ວງ ຂອງໄຕ້​ຝຸ່ນ
ຣາມມະ​ສູນ ​ໄດ້​ສືບ​ຕໍ່ສ້າງ​ຄວາມ​ເສຍ​ຫາຍ​ໄປ​ຕາມ​ເສ້ນ​ທາງ​ພັດ
​ຜ່ານ​ຂອງ​ມັນ ​ເຮັດ​ໃຫ້ 17 ຄົນເສຍ​ຊີວິດໃນ​ຈີນ ຫຼັງຈາກ​ທີ່​ໄດ້
​ເອົາ​ຊີວິດ​ເກືອບ 100 ຄົນ​ ຢູ່​ໃນ​ຟີ​ລິບ​ປີນ​ໄປ​ແລ້ວ.

ພາຍຸ​ຫົວ​ນີ້ ​ໄດ້​ເຮັດໃຫ້ 8 ຄົນເສຍ​ຊີວິດ ​ຢູ່ໃນ​ເກາະແຂວງ​ໄຫ​
ໜານ ຫລື​ໄຫ​ຫລຳກ່ອນທີ່​ ຈະ​ພັດ​ຂຶ້ນຝັ່ງຈີນ​ແຜ່ນດິນ​ໃຫຍ່ ​
ບ່ອນ​ທີ່​ມັນ​ໄດ້​ເອົາ​ຊີວິດ ອີກ 9 ຄົນ ​ຢູ່​ແຂວງກວາງຊີ ອີງ​ຕາມ
​ລາຍ​ງານ​ຂອງ​ສື່​ຂ່າວທາງ​ການ​ຈີນ.

ຢ່າງ​ນ້ອຍ 94 ຄົນ​ໄດ້​ເສຍ​ຊີວິດ ​ແລະ ອີກ 6 ຄົນ​ຍັງ​ຫາຍ​ສາບ​ສູນ​ໃນ​ຟີ​ລິບ​ປີນ ຍ້ອນ​ພາຍຸ​ດັ່ງກ່າວ ຊຶ່ງ​ໄດ້ທຳລາຍ​ລະບົບສາຍ​ສົ່ງໄຟຟ້າ​ແກ່ ຫຼາຍລ້ານ​ຄົວ​ເຮືອນ ​ໃນ​ນະຄອນຫລວງ​ມາ​ນີລາອີກ​ດ້ວຍ.

​ໄຕ້​ຝຸ່ນ​ດັ່ງກ່າວ ໄດ້ຟື້ນ​ຄວາມ​ແຮງຄືນ​ມາ ຂະນະ​ທີ່​ພັດ​ຜ່ານທະ​ເລ​ຈີນ​ໃຕ້ ​ແລະ​ໄດ້​ພັດ​ຂຶ້ນ
ຝັ່ງ​ຈີນ ໃນ​ວັນ​ສຸກທີ່​ຜ່ານ​ມາ ພ້ອມ​ກັນ​ກັບ​ລົມ​ທີ່​ມີ​ຄວາມ​ແຮງ​ກາຍ 200 ກິ​ໂລ​ແມັດ​ຕໍ່​ຊົ່ວ​
ໂມງ ເຮັດ​ໃຫ້​ມັນ​ເປັນ​ພາຍຸ​ທີ່​ແຮງ​ສຸດ ທີ່​ໄດ້ຖະຫລົ່ມ​ບໍ​ລິ​ເວນ​ນັ້ນ ​ໃນ​ຮອບ 41 ປີ.

ຄາດ​ກັນ​ວ່າ​ຝົນ​ຈະ​ຕົກ​ຢ່າງ​ໜັກໜ່ວງ ​ໃນ​ພາກ​ເໜືອ​ຂອງ​ຈີນ ​ໃນຕົ້ນອາ​ທິດ​ນີ້.

​ໃນ​ຂະນະ​ດຽວ​ກັນ ພາຍຸ​ຫົວ​ໃໝ່ ຊື່ວ່າ Matmo ກໍ​ອາດສາມາດ​ນຳ​ເອົາ​ລົມ​ແຮງ ​ແລະ ຝົນ​
ເຂົ້າມາ​ໃນເຂດ​ດຽວ​ກັນ ​ທີ່ຣາມມະ​ສູນ​ໄດ້​ຖະຫຼົ່ມ​ໄປ​ແລ້ວນັ້ນ ອີກ​ຮອບ​ນຶ່ງ.

Your browser doesn’t support HTML5

2013873 China Typhoon