ຟີລິບປີນ ກະກຽມ ເກັບກ່ຽວເຂົ້າ ເປັນຄັ້ງທຳອິດ ຫຼັງຈາກ ໄຕ້ຝຸ່ນໄຫຢ້ຽນ (ວີດີໂອ ກ່ຽວຂ້ອງ)

ພະນັກງານອົງການອາຫານແຫ່ງຊາດຟີລິບປິນ (NFA) ຈົດບັນຊີເຂົ້າ ໃນສາງເກັບມ້ຽນເຂົ້າແຫ່ງນຶ່ງ ຂອງລັດຖະບານ ທີ່ ເມືອງ Taguig, ວັນທີ 11 ມີນາ, 2014.

ພວກ​ກະສິກອນ​ບາງ​ຄົນ​ ໃນ​ພາກ​ກາງຂອງ​ຟີ​ລິບ​ປິນ ກຳລັງ​
ກະກຽມ​ການ​ເກັບກ່ຽວ​ຄັ້ງ​ທຳ​ອິດ​ຂອງ​ເຂົາ​ເຈົ້າ ນັບ​ແຕ່​ລົມ
​ໄຕ້​ຝຸ່ນ​ທີ່​ມີ​ຄວາມ​ແຮງ​ໃນ​ເດືອນພະຈິກ​ປີ​ແລ້ວນີ້ ພັດຊຸເອົາ
​ໄຮ່ນາ​ ແລະ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ໄປ ​ແລະ​ເອົາ​ຊີວິດ​ຜູ້​ຄົນ​
ໄປຫຼາຍ​ກວ່າ 6.200 ຄົນ​. ສິງ​ມີ​ລາຍ​ງານ​ຈາກ​ຜູ້​ສື່​ຂ່າວ​ຂອງ
​ວີ​ໂອ​ເອ ທີ່​ຟີ​ລິບ​ປິນ ມາສະ​ເໜີທ່ານ​.

Your browser doesn’t support HTML5

ຟັງລາຍງານ ຟີລິບປິນ ກະກຽມ ເກັບກ່ຽວເຂົ້າ


ນາຍ Florencio de la Cruz ກ່າວ​ວ່າ ລາວ​ເກັບ​ກ່ຽວ​ເຂົ້າ​ໄດ້ພຽງ 6 ​ໂຕນ ໃນໄລຍະ
ບໍ່ຮອດ 2 ສັບປະດາ ກ່ອນ​ລົມພາຍຸ​ໄຕ້​ຝຸ່ນໄຫຢ້ຽນທີ່​ຮ້າຍ​ແຮງ​ ພ້ອມ​ທັງ​ຝົນຕົກ​ໜັກ ພັດ​
ເອົາຫລັງຄາ​ເລົ້າ​ເຂົ້າຂອງ​ລາວ​ໄປ. ​ແສງຕາ​ເວັນ​ໄດ້​ຊ່ອຍຕາກ​ເຂົ້າ​ທີ່​ຍັງເຫຼືອ​ຂອງ​ລາວ​
​ແລະ​ສາມາດເຮັດໃຫ້ລາວ​ຟື້ນໂຕຄືນໄດ້ໜ້ອຍ​ນຶ່ງ.

ຫຼັງ​ຈາກ​ນັ້ນ ​ໃນ​ທ້າຍ​ປີ​ແລ້ວ​ນີ້ ນາຍ de la Cruz ​ກໍໄດ້​ຮັບ​ແນວ​ເຂົ້າປູກ​ຈາກ​ອົງການ
​ອາຫານ ​ແລະ​ການ​ກະ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ. ອົງການ​ດັ່ງກ່າວໄດ້​ຊ່ອຍ
​ເລີ້ມ​ລະດູ​ການ​ປູກ​ເຂົ້າ​ໃໝ່​ໃນ​ຂົງ​ເຂດ​ນີ້​ຂອງ​ປະ​ເທດ ຊຶ່ງ​ເປັນ​ບ່ອນ​ທີ່​ພວກ​ພົນລະ​ເມືອງ
ຂອງປະ​ເທດ ​ໃນ​ຈຳນວນ​ຫຼາຍ​ກວ່າ 2 ສ່ວນ 3 ທຳ​ມາ​ຫາ​ກິນ​ ຢູ່​ໃນ​ລະດັບ​ທີ່​ທຸກ​ຍາກ
ຊຶ່ງນາຍ de la Cruz ກ່າວ​ວ່າ:

ບໍ່​ມີ​ຫຽງ​ເກີດ​ຂຶ້ນ​ໄດ້ ຖ້າ​ບໍ່​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ຈາກ​ໂຄງການ​ເມັດ​ພັນ​ເຂົ້າປູກ ​
ເພາະວ່າ ພວກ​ເຂົາ​ເຈົ້າ​ໄດ້​ເສຍ​ຫາຍ​ເມັດພັນ​ເຂົ້າປູກ​ຂອງ​ເຂົາ​ເຈົ້າ​ໄປ​ໝົດ
​ພ້ອມ​ທັງ​ບ້ານ​ເຮືອນ​ກໍ​ເສຍ​ໄປ​ໝົດ​.”


ນາຍ de la Cruz ຄາດ​ວ່າ ຈະ​ເກັບ​ກ່ຽວ​ເຂົ້າ​ທີ່​ປູກໃໝ່​ໄດ້​ ໃນ​ວັນ​ທີ 28 ມີນາ​ເດືອນ​ນີ້.
ລາວ​ໄດ້​ເຮັດ​ນາ​ປູກ​ເຂົ້າ​ໃນ​ທີ່​ດິນ​ຕອນ​ນຶ່ງທີ່ມີ​ເນື້ອ​ທີ່ 1 ​ເຮັກຕາ ມາ​ໄດ້ 50 ກວ່າ​ປີ​ແລ້ວ.
ຄອບຄົວ​ຂອງ​ລາວ​ແມ່ນ​ຮວມຢູ່​ໃນ​ຈຳນວນ 44 ພັນຄອບຄົວທີ່​ອົງການອາຫານ​ແລະ
ການ​ກະ​ເສດ​ຂອງ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ມາ​ຮອດ​ປັດຈຸບັນ​ນີ້ ​ໄດ້​ຮັບຄວາມ​ຊ່ອຍ​
ເຫຼືອ​ຈາກ​ໂຄງການ​ເມັດ​ພັນ​ເຂົ້າປູກນີ້.

​ໃນ​ທ້າຍ​ປີ​ແລ້ວ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຂົ້າ​ໃນ​ເນື້ອ​ທີ່​ດິນ 63 ພັນ​ເຮັກ​ຕາ ຈຳ​ເປັນ
​ຕ້ອງ​ໄດ້​ປູກຄືນ​ໃໝ່ ຫຼັງ​ຈາກ​ລົມ​ໄຕ້​ຝຸ່ນ Haiyan ພັດເຂົ້າປະ​ທະ​ແລ້ວ.

ເບິ່ງວີດີໂອ ຂອງພະແນກພາສາອັງກິດພິເສດ ກ່ຽວກັບລາຍງານນີ້:

Your browser doesn’t support HTML5

Philippines Prepares for First Rice Harvest Since Typhoon Haiyan


ບັນດາ​ເຈົ້າ​ໜ້າ​ທີ່​ຟີ​ລິບ​ປີນ ກ່າວ​ວ່າ ອົງການ​ອາຫານ​ແລະ​ການ​ກະ​ເສດ ຫຼື FAO ​ໄດ້​
ຊ່ອຍ​ເຫຼືອ 52 ​ເປີ​ເຊັນ​ ​ຂອງຈຳນວນ​ເມັດ​ພັນ​ເຂົ້າປູກ​ທີ່​ຕ້ອງການ​ທັງ​ໝົດ ​ໃນ​ຂະນະ​
ດຽວ​ກັນ ປະຊາ​ຄົມ​ໂລກກໍໄດ້​ໃຫ້​ຄວາມ​ຊ່ອຍ​ເຫຼືອເພີ້​ມຕື່ມ 28 ​ເປີ​ເຊັນ ​ແລະ​ສ່ວນ​ເຫຼືອ​
ນັ້ນ ແມ່ນມາ​ຈາກ​ລັດຖະບານ​ຟີ​ລິບ​ປີນ​ເອງ. ພວກ​ເຈົ້າ​ໜ້າ​ທີ່​ເຫຼົ່າ​ນີ້ ກ່າວ​ຕື່ມ​ວ່າ ຫຼັງ​ຈາກ​
ລົມພາຍຸ​ໄຕ້​ຝຸ່ນ Bopha ພັດປະ​ທະ​ພາກ​ໃຕ້​ຂອງ​ຟີ​ລິບ​ປີນ​ໃນ​ປີ 2012 ​ແລ້ວ ສາງ​ເກັບ​
ມ້ຽນ​ເມັດ​ພັນ​ເຂົ້າປູກຂອງ​ລັດຖະບານ ​ກໍ​ໄດ້ຖືກທໍາລາຍ ເສຍຫາຍ​ໄປໝົດ.

​ເມື່ອ​ວັນ​ຈັນອາທິດ​ແລ້ວນີ້ ທ່ານ Graciano da Silva ຫົວໜ້າ​ອົງການ​ອາຫານແລະ
ການ​ກະ​ເສດຂອງ​ສະຫະ​ປະຊາ​ຊາດ​ ໄດ້​ໄປ​ກວດກາ​ເບິ່ງ​ໂຄງການ​ເມັດ​ພັນ​ເຂົ້າປູກ
​ໃນ​ເຂດ​ເທດສະບານ​ເມືອງ Basey ບ່ອນ​ທີ່​ນາຍ de La Cruz ອາ​ໄສ​ຢູ່​ນັ້ນ ຊຶ່ງ​ທ່ານ​
ກ່າວ​ວ່າ ພວກ​ຊາວ​ກະສິກອນ​ແມ່ນໄດ້​ຮັບ “​ເມັດ​ພັນ​ເຂົ້າປູກ ທີ່​ຢັ້ງ​ຢື​ນຄຸນ​ນະພາ​ບ”
ທີ່ຄວນ​ຈະ​ໄດ້​ຮັບ​ຜົນ​ເກັບກ່ຽວທີ່ກວ່າ​ເມັດ​ພັນ​ເຂົ້າປູກ ທີ່​ເຂົາ​ເຈົ້າ​ມີ​ຢູ່​ໃນ​ປັດຈຸບັນ​ນີ້.
​ແຕ່​ທ່ານ​ກ່າວ​ຕໍ່​ໄປ​ວ່າ ​ເມັດ​ພັນ​ເຂົ້າປູກ​ຊຸດ​ທຳ​ອິດ​ ​ໄດ້​ຖືກ​ນຳ​ອອກ​ມາ​ຢ່າງ​ຟ້າວ​ຟັ່ງ​
ຄື​ຢູ່​ໃນສະພາບບໍ່​ທັນພຽບພ້ອມ​ປານ​ໃດ. ​ທ່ານ da Silva ກ່າວວ່າ:

“ທ່ານ​ຈື່​ຈຳ​ໄດ້​ບໍ່ວ່າ ລົມ​ໄຕ້​ຝຸ່ນ ມາ​ພໍດີ​ກັນ​ກັບ​ຍາມທີ່​ໃກ້​ຈະປູກ​ເຂົ້າ​ອີກ​ໃໝ່ ​ແລະ​
ພວ​ກ​ເຮົາຈຳ​ເປັນ​ຕ້ອງປັບປຸງ​ຄຸນ​ນະພາ​ບ ​ເມັດ​ພັນ​ເຂົ້າປູກ​ນີ້​ໃຫ້​ດີ​ຂຶ້ນ​ໃນ​ເວລາ​ນຶ່ງ​
ສັບປະດາ, 2 ສັບປະດາ ​ແລະ​ພວກ​ເຮົາ​ກໍ​ສາມາດເຮັດໄດ້. ສິ່ງ​ສຳຄັນ​ທີ່​ສຸດ​ກໍ​ແມ່ນ​
ວ່າ ຈະ​ບໍ່​ໄດ້ຜົນ​ໃດໆ​ເລີຍ ຖ້າ​ພວກ​ເຮົາ​ບໍ່​ປັບປຸງ​ຄຸນ​ນະພາ​ບຂອງ​ເມັດ​ພັນ​ເຂົ້າປູກ​
ເຫຼົ່າ​ນັ້ນ.”


ທ່ານ De Silva ກ່າວ​ວ່າ ພາຍ​ໃຕ້​ສະພາບ​ການ​ເຫຼົ່າ​ນີ້ ການ​ຕອບ​ສະໜອງ​ຂອງປະຊາ
ຄົມນາໆ​ຊາດ ​ແລະ​ອົງການ​ອື່ນໆ​ໃນ​ຟີ​ລິບ​ປີນ ​ເປັນ​ນຶ່ງ​ໃນການຕອບຮັບທີ່ໄວ​ທີ່​ສຸດ
ເທົ່າທີ່​ທ່ານເຄີຍ​ເຫັນ​ມາ.

ທ່ານ​ກ່າວ​ວ່າ ບາດກ້າວ​ຕໍ່​ໄປ ກໍ​ແມ່ນ​ວ່າ ​ໃຫ້​ແນ່​ໃຈ​ວ່າພວກ​ກະສິກອນ​ຈະ​ໄດ້​ຮັບລາຄາ
ທີ່ຍຸຕິ​ທຳ ສຳລັບ​ເຂົ້າຂອງ​ເຂົາ​ເຈົ້າ ​ແລະ​ວ່າ ມັນຈະ​ສົ່ງ​ເສີມ​ໃຫ້​ພວກ​ເຂົາ​ເຈົ້າ​ປູກ​ເຂົ້າ​
ເພີ້​ມຂຶ້ນ​ອີກ.

ພວກ​ອົງການ​ຕ່າງໆກຳລັງ​ພະຍາຍາມ​ປູກຕົ້ນ​ໝາກພ້າວຄືນໃໝ່ ຊຶ່ງເຂົາເຈົ້າກ່າວວ່າ ​
ຈຳນວນ 33 ລ້ານ​ຕົ້ນ ໄດ້​ຖືກ​ລົມພາຍຸ​ໄຕ້​ຝຸ່ນ ພັດທຳລາຍ​ນັ້ນ. ບັນດາ​ເຈົ້າ​ໜ້າ​ທີ່​ກະຊວງ
​ກະ​ເສດ​ຟີ​ລິບ​ປີນ ກ່າວ​ເມື່ອໄວໆມານີ້ວ່າ ການ​ປະຕິບັດ​ງານ​ສະ​ສາງສວນ​ໝາກພ້າວທີ່
ເສຍຫາຍ​ໄປ​ຢ່າງ​ຂະໜານ​ໃຫຍ່​ນີ້ ຈະ​ດຳ​ເນີນ​ໄປ​ໃນ​ທົ່ວ​ພາກ​ພື້ນທີ່​ປູກ​ໝາກພ້າວ ທີ່ຖືກ
​ລົມ​ໄຕ້​ຝຸ່ນພັດເຂົ້າ​ປະ​ທະ​ນັ້ນ. ​ເປົ້າ​ໝາຍ​ຂອງ​ການ​ກະທຳ​ເຊັ່ນນີ້ ​ແມ່ນ​ປູກ​ຕົ້ນ​ໝາກພ້າວ​
ຄືນ​ໃໝ່ ຊຶ່ງ​ຕ້ອງການ​ເວລາ​ຕື່ມ​ອີກ​ຢ່າງ​ໜ້ອຍ 4 ປີ ກ່ອນ​ຕົ້ນ​ໝາກພ້າວ​ຈະ​ໃຫຍ່ ​ແລະເລີ້ມ
​ເປັນໝາກ​ນັ້ນ. ​ໃນ​ຂະນະ​ດຽວ​ກັນ ພວກ​ເຂົາ​ເຈົ້າ​ໄດ້​ວາງ​ແຜນ​ໄວ້ ​ເພື່ອ​ຊ່ອຍ​ເຫຼືອ​ພວກ
​ກະສິກອນ​ປູກ​ໝາກພ້າວ ​ໃຫ້​ພາກັນ​ຫັນ​ໄປ​ປູກ​ພືດ​ພັນ ທີ່​ໄດ້​ຮັບ​ຜົນ​ໄວ ເຊັ່ນ: ປູກ​ມັນຕົ້ນ ​
ແລະ​ໝາກສາລີ​ຂາວ ​ໃນ​ຂະນະ​ທີ່​ລໍຖ້າ​ ໃຫ້​ຕົ້ນ​ໝາກພ້າວ​ຂອງ​ເຂົາ​ເຈົ້າໃຫຍ່ ​ຂຶ້ນນັ້ນ.

ວີດີໂອກ່ຽວກັບ ອຸດສາຫະກຳສວນພ້າວ ຂອງຟີລິບປີນ ທີ່ຖືກທຳລາຍ ຍ້ອນພາຍຸໄຫຢ້ຽນ :

Your browser doesn’t support HTML5

Philippines Coconut Industry Struggles to Recover after Typhon Haiyan