ລົມພາຍຸໄຕ້ຝຸ່ນ ຮາກູປິດ ໄດ້ເຮັດໃຫ້ ຢ່າງນ້ອຍ 2 ຄົນເສຍຊີວິດ
ຂະນະທີ່ກຳລັງພັດຂ້າມພາກກາງຟີລິບປີນ ຫຼັງຈາກພັດຂຶ້ນຝັ່ງ
ທະເລກ້ຳຕາເວັນອອກ ໃນຄືນຜ່ານມານີ້. ພາຍຸໃຫຍ່ລູກນີ້ ທີ່ມີ
ລົມພັດແຮງເຖິງ 210 ກິໂລແມັດຕໍ່ຊົ່ວໂມງ ໄດ້ເຮັດໃຫ້ເກີດນ້ຳ
ຖ້ວມ ຄື້ນຟອງສູງ ແລະໄຟຟ້າມອດ.
ອົງການພະຍາກອນອາກາດທ້ອງຖິ່ນ Pagasa ກ່າວໃນວັນອາ
ທິດມື້ນີ້ວ່າ ພາຍຸລູກນີ້ໄດ້ຖະຫລົ່ມພວກປະຊາຄົມຊາວປະມົງໃນ
ເຂດສອກຫຼີກຫ່າງໄກຂອງເກາະ Samar ໂດຍໄດ້ຮື້ຖອນຫຼັງຄາ
ອອກຈາກຕຶກອາຄານຫຼາຍຫຼັງ ແລະພັດປິວໄປຕົກລົງໃສ່ມະຫາ
ສະມຸດປາຊີຟິກ ພ້ອມກັບເຮັດໃຫ້ໄຟຟ້າມອດໃນທົ່ວຂົງເຂດ ແລະ
ພວກຖະໜົນຫົນທາງກໍເຕັມໄປດ້ວຍງ່າໄມ້ ແລະແຜ່ນສັງກະສີ
ມຸງຫຼັງຄາເຮືອນ.
ພວກພະຍາກອນອາກາດກ່າວວ່າ ພາຍຸ Hagupit ອາດຈະໃຊ້ເວລາ ຮອດ 3 ມື້ ຈຶ່ງຈະ
ພັດຜ່ານຂ້າມພາກກາງຂອງຟີລິບປີນໄປ. ປະຊາຊົນຫລາຍກວ່າ 1 ລ້ານຄົນ ໄດ້ຖືກຍົກ
ຍ້າຍຈາກໝູ່ບ້ານແຄມທະເລ ແລະຂົງເຂດທີ່ມັກເກີດດິນເຈື່ອນ ໄປອາໄສຢູ່ໃນບ່ອນພັກຊົ່ວຄາວແຫ່ງຕ່າງໆ.
Your browser doesn’t support HTML5
At Least 2 Dead as Typhoon Batters Philippines
ພວກທະຫານຢູ່ໃນທ່າຕຽມພ້ອມ ເພື່ອຮັບມືກັບບັນຫາໃຫຍ່ໆໃດໆທີ່ອາດຈະເກີດຂຶ້ນໄດ້ນັ້ນ.
ພວກນັກອຸຕຸນິຍົມວິທະຍາ ກ່າວວ່າ ພາຍຸໄຕ້ຝຸ່ນ ຮາກູປິດ (Hagupit) ເປັນລົມພາຍຸລູກທີ່ຮ້າຍແຮງທີ່ສຸດທີ່ປະທະຟີລິບປີນໃນປີນີ້ ແຕ່ກໍບໍ່ແຮງເທົ່າກັນກັບລົມພາຍຸໄຫຢ້ຽນ ທີ່ປະທະໃນປີແລ້ວນີ້ ຊຶ່ງໄດ້ສັງຫານຜູ້ຄົນ ຫຼາຍກວ່າ 7,300 ຄົນ.
ພວກທີ່ໄດ້ຮັບເຄາະຮ້າຍຫຼາຍພັນຄົນ ຈາກພາຍຸໄຫຢ້ຽນ ຍັງພັກອາໄສຢູ່ໃນຕູບຜ້າໃບຢູ່ ນຶ່ງປີຫຼັງລົມພາຍຸລູກນີ້ ປະທະໄປຕາມແລວດຽວກັນກັບລົມພາຍຸ Hagupit ນີ້.
Your browser doesn’t support HTML5
philippinestyphoon7december14