ພາຍຸໄຕ້ຝຸ່ນ ໂກນີ ພັດຖະຫລົ່ມ ພາກໃຕ້ ປະເທດຍີ່ປຸ່ນ

ເສົາໄຟຟ້າ ຫັກພັງຍ້ອນລົມແຮງ ທີ່ເກີດຈາກ ພາຍຸໄຕ້ຝຸ່ນ ໂກນີ ໃນເມືອງ ຄາມິມິເນະ, ແຂວງ ຊາກະ, ຍີປຸ່ນ. ພາບນີ້ຖ່າຍໂດຍສຳນັກຂ່າວ Kyodo. 25 ສິງຫາ, 2015.

ພາຍຸ​ໄຕ້​ຝຸ່ນ​ໃຫຍ່​ຫົວ​ໜຶ່ງ​ໄດ້​ນຳ​ເອົາ​ລົມ​ແຮງ ​ແລະ ຝົນຕົກໜັກ ມາສູ່ ພາກໃຕ້​ຂອງ ຍີ່​ປຸ່ນ ຊຶ່ງໄດ້ພາໃຫ້ເກີດນ້ຳຖ້ວມ ​ໃນ​ວັນ​ອັງຄານ​ມື້​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ແນະນຳ​ໃຫ້​ປະຊາ​ຊົນຫຼາຍ​ກວ່າ 100,000 ຄົນ​ຍົກ ຍ້າຍ​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ ​ໃນ​ຂະນະ​ທີ່​ພາຍຸ​ໄຕ້​ຝຸ່ນ ​ໂກ​ນີ ​ຊຶ່ງມີຄວາມແຮງ​ເຖິງ 180 ກິໂລ​ແມັດຕໍ່​ຊົ່ວໂມງ ພັດເຂົ້າຖະຫຼົ່ມ.

ໄຕ້ຝຸ່ນ ໂກນີ

ພາຍຸ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຢ່າງ​ໜ້ອຍ 20 ຄົນ​ບາດ​ເຈັບ​ໃນ ຍີ່​ປຸ່ນ ​ແລະ ​ໄດ້​ບັງຄັບ​ໃຫ້​ຖ້ຽວ​ບິນຈຳນວນນຶ່ງ ​ແລະ ການ​ບໍ​ລິ​ການ​ລົດ​ໄຟ​ຕ້ອງ​ຖືກ​ຍົກ​ເລີກ.

ນັກ​ພະຍາກອນ​ອາກາດ​ຄາດ​ວ່າ​ ພາ​ຍຸ​ໄຕ້​ຝຸ່ນ​ຫົວນີ້ຈະ​ສືບຕໍ່​ເຄື່ອນ​ຍ້າຍ​ຂຶ້ນເໜືອ ​ໄປ​ສູ່ທະ​ເລ ຍີ່​ປຸ່ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ພຸດ.

ກ່ອນ​ທີ່​ຈະມາເຖິງປະເທດ​ ຍີ່​ປຸ່ນ, ​ພາຍຸດັ່ງກ່າວ ໄດ້ພັດຖະຫຼົ່ມປະ​ເທດ ​ຟີ​ລິບ​ປິນ ​ເຊິ່ງ​ໄດ້​ກໍ່​ໄດ້​ເກີດ​ດິນ​ເຈື່ອນ ​ແລະເຮັດ​ໃຫ້​ຢ່າງ​ໜ້ອຍ 21 ຄົນ​ ເສຍ​ຊີວິດ.