ໄຕ້ຝຸ່ນແດມຣີ ພັດຖະຫຼົ່ມ ພາກກາງຫວຽດນາມ

ພວກຄົນງານ ພວມສ້ອມແປງເສົາໄຟຟ້າ ທີ່ຫັກລົງມາ ຢູ່ແຂວງ ຟູເຢັນ ໃນພາກກາງຫວຽດນາມ. (4 ພະຈິກ 2017)

ໄຕ້ຝຸ່ນ Damrey ພັດເຂົ້າຖະຫຼົ່ມແຄມຝັ່ງທະເທໃນເຂດພາກກາງຂອງຫວຽດນາມ ເຮັດໃຫ້ຢ່າງໜ້ອຍ 3 ຄົນເສຍຊີວິດ.

ເຈົ້າໜ້າທີ່ຄຸ້ມຄອງໄພພິບັດ ກ່າວວ່າ ໄຕ້ຝຸ່ນ Damrey ໄດ້ພັດຫລັງຄາເຮືອນເປີດ ຫຼາຍກວ່ານຶ່ງພັນຫລັງ ພ້ອມທັງເຮັດໃຫ້ຕົ້ນໄມ້ກົ່ນແລະເສົາໄຟຟ້າຫັກ.

ປະຊາຊົນຫຼາຍພັນຄົນໄດ້ຖືກຍົກຍ້າຍໄປຢູ່ບ່ອນທີ່ສູງ ກ່ອນທີ່ລົມໄຕ້ຝຸ່ນຫົວນີ້ຈະ
ພັດຂຶ້ນຝັ່ງ.

ໄຕ້ຝຸ່ນ Damrey ເປັນລົມພາຍຸທີ່ແຮງທີ່ສຸດທີ່ພັດເຂົ້າຖະຫຼົ່ມເຂດດັ່ງກ່າວໃນຮອບ
16 ປີ ອີງຕາມອົງການນາຊາ.

ເມືອງດານັງ ໃນເຂດພາກກາງຂອງຫວຽດນາມ​ ຊຶ່ງຈະເປັນເຈົ້າພາບ ຈັດກອງປະ
ຊຸມສຸດຍອດການຮ່ວມມືທາງດ້ານເສດຖະກິດອາເຊຍປາຊີຟິກຫຼື APEC ແຕ່ວັນ
ທີ 8 ຫາ ວັນທີ 10 ພະຈິກນີ້ ຍັງໄດ້ປະສົບກັບສະພາບຝົນຕົກໜັກອີກດ້ວຍ.

ໃນເດືອນແລ້ວນີ້ ມີຫລາຍໆຄົນເສຍຊີວິດເວລາລົມພາຍຸເຂດຮ້ອນພັດເຂົ້າຖະຫຼົ່ມ
ຫລາຍໆເມືອງ ໃນພາກເໜືອແລະພາກກາງຂອງປະເທດຫວຽດນາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Vietnam Storm