ຊາຍ ອາເມຣິກັນ ເຊື້ອສາຍ ໂຊມາເລຍ 2 ຄົນ ຖືກຕັດສິນເຂົ້າຄຸກ

ທ້າວ Hanad Musse, ຜູ້ທີ່ຖືກຕັດສິນເຂົ້າຄຸກເຖິງ 10 ປີ ສຳລັບການສົມຮູ້ຮ່ວມຄິດ ທີ່ຈະເຂົ້າຮ່ວມກຸ່ມລັດອິສລາມໃນ ຊີເຣຍ. 15 ພະຈິກ, 2016.

ຜູ້ຊາຍ ອາເມຣິກັນ ເຊື້ອສາຍ ໂຊມາເລຍ ໄດ້ຖືກຕັດສິນຈຳຄຸກອີກສອງຄົນ ​ຍ້ອນສົມຮູ້ ຮ່ວມຄິດ ໃນການສະໜອງການຊ່ວຍເຫຼືອດ້ານວັດຖຸໃຫ້ພວກລັດອິສລາມ.

ທ້າວ Hanad Musse ອາຍຸ 21 ປີິ ແມ່ນຄົນໜຶ່ງໃນຈຳນວນໝູ່ 9 ຄົນທີ່ອາໄສຢູ່ໃນຊຸມຊົນ ໂຊມາເລຍ ຂະໜາດໃຫຍ່ ໃນລັດ Minnesota ທີ່​ໄດ້ຖືກຕັດສິນລົງໂທດໃນສັບປະດານີ້ ຍ້ອນຮວມຫົວ ກັນເພື່ອເຂົ້າຮ່ວມກຸ່ມຫົວຮຸນແຮງ. ໃນຕອນເຊົ້າຂອງວັນອັງຄານວານນີ້, ໜຶ່ງໃນຈຳ​ເລີບຮ່ວມຂອງລາວ, ທ້າວ Hamza Ahmed ໄດ້ຖືກຕັດ ສິນຈຳຄຸກ 15 ປີ​ ໃນ ຂໍ້ກ່າວຫາ ທີ່ເຊື່ອມໂຍງ ກັບການວາງແຜນດັ່ງ ກ່າວ.

ທ້າວ Musse ແລະ ທ້າວ Ahmed ແລະ ຜູ້ຊາຍອີກສອງຄົນໄດ້ ເດີນທາງໄປນະຄອນ ນິວຢອກ ໃນເດືອນພະຈິກ 2014, ໂດຍວາງ ແຜນທີ່ຈະເດີນທາງໄປປະເທດ ກຣິສ ແລະ ຕໍ່ໄປປະເທດ ຊີເຣຍ. ພວກເຂົາເຈົ້າຖືກນຳຕົວອອກຈາກເຮືອບິນ ໂດຍເຈົ້າໜ້າທີ່ລັດຖະ ບານກາງ.

ບັນດາໄອຍາການໄດ້ກ່າວວ່າ ພວກເຂົາແມ່ນສ່ວນໜຶ່ງຂອງໝູ່ເພື່ອນ ທີ່ເລີ່ມສົມຮູ້​ຮ່ວມ​ຄິດ​ນຳກັນ ເພື່ອ​ໄປຮ່ວມກັບພວກຫົວຮຸນແຮງລັດອິສລາມ ໃນລະດູໃບໄມ້ປົ່ງປີ 2014 ທີ່ຜ່ານ ມາ. ໝູ່ຂອງພວກເຂົາບາງຄົນໄດ້ເດີນທາງຮອດ ຊີເຣຍ ຢ່າງສຳເລັດ ແຕ່ 9 ຄົນທີ່ຖືກດຳ ເນີນຄະດີ ບໍ່ສາມາດໄປລອດ.

ໃນວັນຈັນທີ່ຜ່ານມາ, ຊາວ ອາເມຣິກັນ ເຊື້ອສາຍ ໂຊມາເລຍ ຄົນ ອື່ນອີກ 3 ຄົນກໍຖືກຕັດ ສິນຈຳຄຸກ. ສອງຄົນໃນນັ້ນ ທີ່ໄດ້ຮ່ວມມືກັບ ເຈົ້າໜ້າທີ່ໄດ້ຖືກຫຼຸດໂທດໃຫ້ເບົາລົງ. ການຈຳ ຄຸກຫຼາຍປີໄດ້ຖືກຕັດສິນຕໍ່​ພວກທີ່ບໍ່ໄດ້ໃຫ້ການຮ່ວມມື, ລວມທັງທ້າວ Musse ແລະ ທ້າວ Ahmed.

ອີກ 4 ຄົນແມ່ນຍັງລໍຖ້າການຕັດສິນຢູ່, ລວມທັງ 3 ຄົນຜູ້ທີ່ໄດ້ຖືກ​ນຳ ​ໂຕ​ຂຶ້ນສານ ແລະ ກໍ​ໄດ້​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດໃນຂໍ້ຫາສົມຮູ້ຮ່ວມຄິດ ທີ່ຈະທຳການຄາດຕະກຳຢູ່ນອກປະ ເທດ ສະຫະລັດ, ເຊິ່ງມີຄວາມ ເປັນໄປໄດ້ ທີ່ຈະຖືກຈຳຄຸກຕະຫຼອດຊີວິດ, ເຖິງແມ່ນວ່າ ບັນດາໄອຍະ ການໄດ້ພະຍາຍາມຊອກ​ຫາ​ທາງ​ທີ່​ຈະ​ໃຫ້​ພວກ​ກ່ຽວ​ຖືກຈຳຄຸກລະຫວ່າງ 30 ຫາ 40 ປີກໍຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ