ມີ 2 ຄົນໄດ້ຖືກຍິງຕາຍ ທີ່ມະຫາວິທະຍາໄລແຄລີຟໍເນຍ ໃນນະຄອນ Los Angeles ຫຼື UCLA ໃນວັນພຸດວານນີ້ ຊຶ່ງໄດ້ພາໃຫ້ເຈົ້າໜ້າທີ່ຫ້າມບໍ່ໃຫ້ມີ ການເຂົ້າອອກຢູ່ໃນເຂດມະຫາວິທະຍາໄລດັ່ງກ່າວເປັນການຊົ່ວຄາວ.
ຜູ້ບັນຊາການຕຳຫຼວດໃນນະຄອນ Los Angeles ທ່ານ Charlie Beck ກ່າວວ່າ ການຍິງກັນດັ່ງກ່າວນີ້ ເປັນການຄາດຕະກຳແບບຂ້າຕົວຕາຍ. ທ່ານ ກ່າວເຖິງຜູ້ເຄາະຮ້າຍທັງສອງຄົນວ່າ ເປັນຊາຍສະກັນ.
Your browser doesn’t support HTML5
Two Shot Dead on University Campus in California
ເຈົ້າໜ້າທີ່ຄົນນຶ່ງ ກ່າວຕໍ່ໜັງສືພິມ Los Angeles Times ວ່າ ອີງຕາມລັກສະນະທ່າທາງຂອງຜູ້ຕາຍແລ້ວ ຕຳຫຼວດເຊື່ອວ່າ ອາຈານສອນຄົນນຶ່ງໄດ້ຖືກຍິງ ໂດຍໜຸ່ມນ້ອຍຄົນນຶ່ງ ທີ່ອາດຈະເປັນນັກຮຽນ ແລ້ວຫລັງຈາກນັ້ນກໍຍິງໂຕ ລາວເອງ.
ການຍິງກັນທີ່ວ່ານີ້ ເກີດຂຶ້ນຢູ່ໃນຫ້ອງການນ້ອຍໆແຫ່ງນຶ່ງທີ່ຕຶກອາຄານວິສະວະກຳ. ຜູ້ບັນ ຊາການຕຳຫຼວດກ່າວວ່າ ເຈົ້າໜ້າທີ່ໄດ້ພົບປືນ ພ້ອມກັບອັນທີ່ອາດຈະເປັນຈົດໝາຍລາຕາຍ. ຕຳຫຼວດບໍ່ໄດ້ລະບຸຊື່ພວກຜູ້ຊາຍທີ່ພົວພັນນຳ ການຍິງກັນໃນຄັ້ງນີ້.
ມະຫາວິທະຍາໄລ UCLA ຕັ້ງຢູ່ທີ່ຄຸ້ມ Westwood ໃນນະຄອນ Los Angeles ແລະມີພວກນັກສຶກສາທີ່ເຂົ້າຮຽນຢູ່ຫລາຍກວ່າ 40,000 ຄົນ. ການຍິງກັນທີ່ວ່ານີ້ ເກີດຂຶ້ນໃນອາ ທິດກ່ອນການສອບເສັງຂັ້ນສຸດທ້າຍ ທີ່ຈະມີຂຶ້ນຢູ່ ທີ່ມະຫາວິທະຍາໄລດັ່ງກ່າວ.
ມະຫາວິທະຍາໄລ UCLA, ໃນ ລັດ Los Angeles, California