ຕຳຫຼວດ 2 ຄົນ ໄດ້ຖືກຍິງ ທີ່ເມືອງ Ferguson ໃນລັດ Missori
ທາງພາກກາງຂອງສະຫະລັດ ໃນຕອນເຊົ້າມືດຂອງວັນພະຫັດມື້ນີ້
ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທີ່ຜູ້ບັນຊາການຕຳຫຼວດປະຈຳເມືອງ
ດັ່ງກ່າວລາອອກ ລຸນຫລັງທີ່ລາຍງານຂອງກະຊວງຍຸຕິທຳ
ໄດ້ກ່າວຫາກົມຕຳຫລວດວ່າມີນະໂຍບາຍທີ່ລຳອຽງ ທາງດ້ານ
ເຊື້ອຊາດຜິວພັນ ໃນການປະຕິບັດງານຂອງຕຳຫຼວດນັ້ນ.
ເຫດການທີ່ວ່ານີ້ ໄດ້ເກີດຂຶ້ນ ໃນຂະນະທີ່ພວກປະທ້ວງ ພາກັນ
ເຕົ້າໂຮມກັນຢູ່ຂ້າງນອກ ປ້ອມ ຕຳຫຼວດ. ນຶ່ງໃນພວກຕຳຫຼວດ
ແມ່ນເປັນສະມາຊິກຂອງກົມຕຳຫຼວດ ຈາກເຂດເມືອງ St.Louis
ໄດ້ຖືກຍິງໃສ່ບ່າໄຫລ່ ແລະອີກຜູ້ນຶ່ງນັ້ນ ແມ່ນມາຈາກເມືອງ
Webster Grove ທີ່ຢູ່ໃກ້ໆນັ້ນ ແມ່ນຖືກຍິງທີ່ໜ້າ. ຜູ້ບັນຊາການຕຳຫຼວດໃນເຂດເມືອງ St.Louis ທ່ານ Jon Belmar ໄດ້ກ່າວວ່າ ຕຳຫຼວດທັງສອງມີອາການຮູ້ເມື່ອຄີງຢູ່ ແລະກ່າວເຖິງອາການຂອງພວກເຂົາເຈົ້ານັ້ນວ່າ “ຢູ່ໃນຂັ້ນອັນຕະລາຍຮ້າຍແຮງຫຼາຍ.”
ທ່ານ Belmar ໄດ້ກ່າວວ່າ ພວກຕຳຫຼວດທັງສອງໄດ້ຖືກຍິງ “ພຽງແຕ່ວ່າພວກເຂົາເປັນຕຳຫຼວດ” ແລະກ່າວຕື່ມວ່າ ຜູ້ທີ່ຍິງນັ້ນ ແມ່ນຮ່ວມຢູ່ໃນກຸ່ມຂອງພວກປະທ້ວງ ບໍ່ໃນຮູບໃດກໍຮູບນຶ່ງ.
ແຕ່ວ່າພວກເຫັນເຫດການໃນເມືອງ Ferguson ໄດ້ລາຍງານວ່າການຍິງທີ່ວ່ານີ້ ເບິ່ງຄືວ່າ
ຍິງມາຈາກເທິງພູຢູ່ອີກຟາກທາງນຶ່ງທີ່ກົງກັນຂ້າມກັບປ້ອມຕຳຫຼວດ ໄດ້ມີຕຳຫຼວດຫຼາຍໆ ຄົນອອກໄປປະຕິບັດໜ້າທີ່ຢູ່ຂ້າງນອກປ້ອມຕຳຫຼວດ ບໍ່ເທົ່າໃດນາວິນາທີ ຫຼັງຈາກທີ່ມີການ ຍິງເກີດຂຶ້ນ.
ຜູ້ບັນຊາຕຳຫລວດເມືອງ Ferguson ທ່ານ Thomas Jacksonໄດ້ຍື່ນໃບລາອອກຂອງ ທ່ານ ໃນວັນພຸດວານນີ້ 7 ເດືອນ ຫຼັງຈາກທີ່ຕຳຫຼວດຜີວຂາວ Darren Wilson ໄດ້ຍິງສັງ ຫານໜຸ່ມນ້ອຍຜີວດຳ ທ້າວ Michal Brown ໃນການປະເຊີນໜ້າກັນ ໃນທ້ອງຖະຫນົນ
ເມື່ອເດືອນສິງຫາປີກາຍນີ້.