ປະຊາຊົນ 2 ຄົນ ເສຍຊີວິດ ໃນການປະທ້ວງ ທີ່ປາກິສຖານ

ຊາວມຸສລິມ ນິກາຍ ຊຸນນີ ຫາມຫີບສົບ ຂອງຜູ້ເສຍຊີວິດ ໃນການປະທະກັນ ທີ່ເມືອງ Rawalpindi, ປາກິສຖານ ວັນທີ 17 ພະຈິກ 2013.

ຕຳຫຼວດ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກິ​ສຖານກ່າວ​ວ່າ
ປະຊາຊົນ​ຢ່າງ​ນ້ອຍ 2 ຄົນ​ເສຍ​ຊີວິດ​ໃນ​ການ​ໂຮມ​ຊຸມນຸມ​ທີ່​ທຳ​
ການປະ​ທ້ວງຕໍ່​ການ​ປະ​ທະກັນ​ຫຼາຍ​ຄັ້ງ​ທາງ​ດ້ານ​ນິກາຍ​ສາສະ
ໜາທີ່​ພາ​ໃຫ້​ມີ​ຜູ້​ຄົນ​ເສຍ​ຊີວິດ​ໄປ​ໃນ​ສັບປະດາ​ແລ້ວ​ນີ້ ທີ່​ເມືອງ
Rawalpindi ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ສະມາຊິກ​ຂອງ​ກຸ່ມ​ Asle Sun
nat Waljamaat ນິກາຍຊຸນ​ນີ ພາກັນ​ທຳ​ການ​ປະ​ທ້ວງ​ໃນ​ວັນ
​ຈັນ​ມື້​ນີ້​ທີ່​ເມືອງ Kohat ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​ເມືອງ Rawalpindi
​ໄປ​ທາງ​ກ້ຳ​ຕາ​ເວັນ​ຕົກ​ປະມານ 150 ຫຼັກ​ກິ​ໂລ​ແມັດ​ ​ເວລາ​ພວກ
​ມື​ປືນ​ຈຸນຶ່ງທີ່​ບໍ່​ຮູ້ຈັກ​ວ່າ​ແມ່ນ​ໃຜ ​ເລີ້ມ​ເປີດສາກ​ຍິງ​ປືນ​ໃສ່​ປະຊາຊົນ.

ການ​ປະ​ທ້ວງ​ດັ່ງກ່າວ​ມີ​ຂຶ້ນ​ເພື່ອ​ທຳ​ການ​ຕອບ​ໂຕ້​ຕໍ່​ການ​ປະ​ທະ​ກັນ​ຫຼາຍ​ບັ້ນ ທີ່​ເກີດ​ຂຶ້ນ​ໃນ
ວັນ​ສຸກ​ຜ່ານ​ມາ​ນີ້ ​ໃນ​ລະຫວ່າງ​ການ​ທຳ​ພິທີ​ທາງ​ສາສະໜາ​ເພື່ອ​ໄວ້ອາ​ໄລ​ຂອງ​ຊາວ​ມຸສລິ​ມ
ນິການ​ຊີ​ໄອ ຊຶ່ງ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ຢ່າງ​ນ້ອຍ 9 ຄົນ ຊຶ່ງ​ສ່ວນ​ຫຼາຍ​ເ​ເມ່ນ
ນິກາຍ​ຊຸນ​ນີ.

ທາງ​ການ​ປາ​ກິ​ສຖານ​ໄດ້​ປະກາດ​ຫ້າມ​ຄົນ​ສັນຈອນ​ໄປມາ​ໃນ​ຍາມ​ມື້​ຄືນ​ໃນ​ເມືອງ Rawalpindi ​ເປັນ​ເວລາ​ຫຼາຍມື້​ຫຼັງ​ຈາກ​ເກີດ​ຄວາມ​ຮຸນ​ແຮງ​ດັ່ງກ່າວ ກ່ອນ​ອອກ​ຄຳ​ສັ່ງ​ຍົກ​ເລີກ​ຂໍ້​ຫ້າມ​ດັ່ງກ່າວ​ໃນ​ວັນ​ຈັນ​ມື້​ນີ້. ປະຊາຊົນ​ໃນ​ຕົວ​ເມືອງ​ຍັງ​ຖືກ​ຫ້າມ​ບໍ່​ໃຫ້​ທຳ​ການ​ໂຮມ​ຊຸມ​ນຸມກັນ​ເປັນ​ໝູ່​ເກີນ 4 ຫຼື 5 ຄົນຢູ່.