ເຈົ້າໜ້າທີ່ຄົນສຳຄັນຂອງສະຫະລັດ ສອງທ່ານ ມີກຳນົດຈະໄປໃຫ້ການຕໍ່ສະພາຢ່າງ
ເປີດເຜີຍ ກ່ຽວກັບວ່າ ມີຄວາມເທັດຈິງຊ່ຳໃດ ໃນການກ່າວອ້າງຂອງປະທານາທິບໍດີ
ສະຫະລັດ ທ່ານດໍໂນລ ທຣຳ ທີ່ກ່າວຫາວ່າ ອະດີດປະທານາທິບໍດີ ບາຣັກ ໂອບາມາ ໄດ້ລັກດັກຟັງໂທລະສັບ ໃນສຳນັກງານໃຫຍ່ ທີ່ຕຶກດາດຟ້າ Trump Tower ຂອງທ່ານ
ໃນໄລຍະສອງສາມສັບປະດາ ກອ່ນໜ້າການເລືອກຕັ້ງປະທານາທິບໍດີ ເມື່ອປີກາຍນີ້
ທີ່ກາຍເປັນເລື່ອງຮ້ອນແຮງທີ່ສຸດ ແຕ່ບໍ່ສາມາດຢືນຢັນໄດ້.
ເປັນໄປໄດ້ສູງທີ່ວ່າ ທັງຜູ້ອຳນວຍການ ອົງການສັນຕິບານກາງ ຫຼື FBI ທ່ານ James
Comey ແລະ ຫົວໜ້າອົງການຄວາມໝັ້ນຄົງແຫ່ງຊາດ ພົນເຮືອເອກ Michael
Rogers ຈະຮູ້ເລື່ອງກ່ຽວກັບການລັກດັກຟັງ ຖ້າມັນໄດ້ເກີດຂຶ້ນ. ພວກເພິ່ນຈະໄປ
ປາກົດໂຕ ຕໍ່ໜ້າບັນດາສະມາຊິກ ຄະນະກຳມາທິການສືບລັບຂອງສະພາຕ່ຳ ໃນວັນ
ຈັນມື້ນີ້ ອັນເປັນສ່ວນນຶ່ງຂອງການຮັບຟັງ ກ່ຽວກັບ ຄວາມພະຍາຍາມທີ່ຈະມີອິດທິພົນ
ຕໍ່ການເລືອກຕັ້ງປະທານາທິບໍດີ ເມື່ອເດືອນພະຈິກປີກາຍນີ້ ຂອງຣັດເຊຍ.
ເປັນເວລາສອງສາມສັບປະດາຜ່ານມາ ທ່ານທຣຳ ໄດ້ປະຕິເສດທີ່ຈະຍົກເລີກ ໃນການ
ກ່າວຫາຂອງທ່ານ ແມ່ນກະທັງທີ່ ບັນດາເຈົ້າໜ້າທີ່ຫຼາຍທ່ານ ລວມທັງປະທານສະພາ
ຕ່ຳ ທ່ານ Paul Ryan ແລະ ບັນດາສະມາຊິກສະພາຂັ້ນສູງ ຈາກພັກຣີພັບບລີກັນ ແລະ
ເດໂມແຄຣັດ ຂອງຄະນະກຳມະການສືບລັບ ທັງສະພາສູງ ແລະສະພາຕ່ຳ ໄດ້ກ່າວວ່າ
ບໍ່ມີຫລັກຖານທີ່ຢັ້ງຢືນ ການກ່າວອ້າງເຖິງການລັກດັກຟັງເມື່ອວັນທີ 4 ເດືອນມີນາ ຂອງ
ທ່ານທຣຳ ທີ່ທ່ານໄດ້ຂຽນຄຳເຫັນຂອງທ່ານລົງທາງ Twitter ຫຼາຍຄັ້ງຜ່ານມານັ້ນ.
James Clapper and others stated that there is no evidence Potus colluded with Russia. This story is FAKE NEWS and everyone knows it!
— Donald J. Trump (@realDonaldTrump) March 20, 2017
The Democrats made up and pushed the Russian story as an excuse for running a terrible campaign. Big advantage in Electoral College & lost!
— Donald J. Trump (@realDonaldTrump) March 20, 2017
The real story that Congress, the FBI and all others should be looking into is the leaking of Classified information. Must find leaker now!
— Donald J. Trump (@realDonaldTrump) March 20, 2017
ໃນວັນອາທິດວານນີ້ ສະມາຊິກສະພາ ສັງກັດພັກຣີພັບບລີກັນ ທ່ານ Devin Nunes
ປະທານ ຄະນະກຳມະການຂອງສະພາຕ່ຳ ໄດ້ບອກ ອົງການຂ່າວ Fox News ວ່າ
ຂໍ້ມູນໃໝ່ທີ່ບັນດາສະມາຊິກ ໄດ້ຮັບໃນວັນສຸກຜ່ານມາ ຈາກກະຊວງຍຸຕິທຳ ກ່ຽວກັບ
ການເປັນໄປໄດ້ ຂອງການລັກດັກຟັງ ນັ້ນ ບໍ່ໄດ້ປ່ຽນແປງ ຜົນສະຫລຸບຂອງທ່ານ ແຕ່
ຢ່າງໃດເລີຍ.
ທ່ານ Nunes ກ່າວວ່າ “ມີວັດຖຸຂອງການລັກດັກຟັງໃນຕຶກ Trump Tower ບໍ່? ບໍ່ມີ
ແຕ່ບໍ່ເຄີຍເກີດຂຶ້ນເລີຍ ແລະ ຂໍ້ມູນທີ່ພວກເຮົາໄດ້ຮັບ ໃນວັນສຸກ ກໍສືບຕໍ່ນຳພວກເຮົາ
ໄປໃນທິດທາງອັນນັ້ນ.”
ທັງທ່ານ Rogers ຫຼື ທ່ານ Comey ຕ່າງກໍບໍ່ໄດ້ເວົ້າອອກມາຢ່າງເປີດເຜີຍ ກ່ຽວກັບ
ການກ່າວຫາຂອງປະທານາທິບໍດີ. ແຕ່ທ່ານ Comey ໃນຖານະເປັນຫົວຫ້າອົງການ
FBI ໄດ້ຫາຊ່ອງທາງໃຫ້ກະຊວງຍຸຕິທຳ ເຊິ່ງຄວບຄຸມ ອົງການ FBI ເພື່ອໃຫ້ປະຕິເສດ
ຄຳກ່າວອ້າງຂອງທ່ານທຣຳ ບໍ່ດົນຫລັງຈາກທີ່ປະທານາທິບໍດີ ໄດ້ກ່າວໄປ ແຕ່ອົງການນີ້
ບໍ່ໄດ້ເປີດເຜີຍຖະແຫລງການໃດໆເລີຍ.
Your browser doesn’t support HTML5