2 ຄົນ ເສຍຊີວິດ 4 ຄົນ ບາດເຈັບ ໃນເຫດການຍິງກັນ ຢູ່ ມັດທະຍົມປາຍ ທີ່ລັດວໍຊິງຕັນ

Your browser doesn’t support HTML5

ນັກຮຽນໜຸ່ມນ້ອຍຄົນນຶ່ງໄດ້ເປີດສາກລະດົມຍິງເຂົ້າໃສ່ຜູ້ຄົນ
ທີ່ຫ້ອງອາຫານຂອງໂຮງຮຽນມັດທະຍົມແຫ່ງນຶ່ງໃກ້ໆນະຄອນ
Seattle ລັດວໍຊິງຕັນ ທາງພາກຕາເວັນຕົກ ຂອງສະຫະລັດ
ໂດຍໄດ້ສັງຫານເພື່ອນນັກຮຽນຄົນນຶ່ງແລະອີກ 4 ຄົນໄດ້ຮັບ
ບາດເຈັບ ກ່ອນຈະຍິງໂຕເອງຕາຍ.

ຕຳຫຼວດເວົ້າວ່າ ຜູ້ບາດເຈັບ 3 ຄົນແມ່ນມີອາການສາຫັດ ທີ່
ໄດ້ຖືກສົ່ງໄປຮັບການພະຍາບານ ທີ່ໂຮງໝໍ ຊຶ່ງຕັ້ງຢູ່ໃກ້ໆນັ້ນ
ແລະກ່າວວ່າ ເຂົາເຈົ້າເຊື່ອວ່າມີມືປືນແຕ່ພຽງຄົນດຽວພົວພັນ ໃນເຫດການຍິງກັນດັ່ງກ່າວ.

ຄວາມຮຸນແຮງໃນມື້ວັນສຸກວານນີ້ ເກີດຂຶ້ນທີ່ໂຮງຮຽນມັດທະຍົມ Marysville-Pilchuck ປະມານ 55 ຫລັກກິໂລແມັດ ຫ່າງຈາກນະຄອນ Seattle ໄປທາງ ທິດເໜືອ.

ລາຍງານຂ່າວໂທລະພາບ ສະແດງໃຫ້ເຫັນວ່າ ຜູ້ຄົນໄດ້ພາກັນແລ່ນ ອອກຈາກໂຮງຮຽນ ດັ່ງກ່າວ ໂດຍຍົກມືຂຶ້ນເທິງຫົວ ໃນຂະນະທີີ່ເຈົ້າໜ້າທີ່ຕິດອາວຸດ ແລ່ນໄປກວດເບິ່ງ.

ຕຳຫລວດຍັງບໍ່ທັນລະບຸໂຕມືປືນທີ່ຍິງສັງຫານໃນຄັ້ງນີ້ເທື່ອ ແຕ່ພວກທີ່ເຫັນເຫດການເວົ້າ ວ່າລາວເປັນນັກຮຽນມັດທະຍົມປາຍປີທີ 1 ແລະເປັນບຸກຄົນທີ່ໄດ້ຮັບຄວາມນິຍົມສູງ. ຍັງ ບໍ່ມີການແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງ ໃນການລະດົມຍິງ ດັ່ງກ່າວນີ້.