ປະເທດຟີລິບປິນ ໄດ້ອະນຸຍາດ ໃຫ້ຈຳໜ່າຍຢາວັກຊີນໃໝ່
ກັນໄຂ້ເລືອດອອກ ຫຼື dengue ລຸນຫຼັງປະເທດເມັກຊິໂກ ຊຶ່ງ
ເປັນສອງປະເທດທຳອິດ ທີ່ອະນຸຍາດໃຫ້ມີການປິ່ນປົວ ທີ່ອາດ
ປ້ອງກັນການເປັນໄຂ້ ຄ້າຍຄືກັບໄຂ້ຫວັດ ທີ່ຂົ່ມຂູ່ຊີວິດ ປະຊາ
ກອນເຄິ່ງໜຶ່ງຂອງໂລກ.
ຢາວັກຊີນທີ່ປະສົມປະສານ ເຊື້ອພະຍາດທີ່ອ່ອນກຳລັງ ຈາກ
ສີ່ສາຍພັນໄຂ້ເລືອດອອກ ຊຶ່ງເອີ້ນຫຍໍ້ວ່າ CYD-TDV ແມ່ນ
ເປັນຄັ້ງທຳອິດທີ່ອອກວາງຂາຍ ຢູ່ຕາມຕະຫຼາດ ອັນເປັນເປົ້າ
ໝາຍແນໃສ່ ໄຂ້ເລືອດອອກ ຊຶ່ງແຜ່ລະບາດ ໂດຍການຂົບ
ຂອງຍຸງລາຍ ແລະສາມາດກໍ່ໃຫ້ເກີດອາການໄຂ້ໜັກ ຈົນຕີງ
ບໍ່ໄດ້ ພ້ອມກັນກັບອາການເຈັບປວດຕາມກ້າມເນື້ອ ແລະ ຂໍ້ຕໍ່ຕ່າງໆໃນຮ່າງກາຍ.
Aedes aegypti ເປັນຊື່ດ້ານວິທະຍາສາດຂອງຍຸງ ຊຶ່ງມັນເປັນພາຫະນະນຳສົ່ງ ເຊື້ອໄຂ້ເລືອດອອກ ຫຼື dengue fever.
ຢາວັກຊີນ Dengvaxia ເປັນຊື່ທີ່ ບໍລິສັດ Sanofi Pasteur ທີ່ມີຫ້ອງການຕັ້ງຢູ່ໃນປະເທດ
ຝຣັ່ງ ຜູ້ຜະລິດ ໄດ້ນຳອອກຈຳໜ່າຍ ໃນເວລາທີ່ “ມີຄວາມຮຽກຮ້ອງຕ້ອງການຢາວັກຊີນ
ຢ່າງຮີບດ່ວນ” ອິງຕາມອົງການອະນາໄມໂລກ ຫຼື WHO.
ຢາວັກຊີນໃໝ່ນີ້ “ໄດ້ສະແດງໃຫ້ເຫັນວ່າ ມີປະສິດທິພາບ ໃນການທົດລອງທາງການ
ແພດ ແລະ ມີຂໍ້ມູນປອດໄພດີ” ອິງຕາມບົດລາຍງານສະບັບໜຶ່ງ ຂອງບັນດານັກຄົ້ນຄວ້າ
ທາງການແພດ ຢູ່ທີ່ມະຫາວິທະຍາໄລ ຈຸລາລົງກອນ ໃນບາງກອກ ທີ່ໄດ້ພິມລົງ ໃນ
Southeast Asia Journal of Tropical Medicine and Public Health ຫຼື ວາລະ
ສານການແພດ ແລະ ສາທາລະນະສຸກ ເຂດຮ້ອນຂອງເອເຊຍຕາເວັນອອກສຽງໃຕ້ ເມື່ອ
ບໍ່ດົນມານີ້.
ບໍລິສັດ Sanofi Pasteur ກ່າວວ່າ ຢາວັກຊີນດັ່ງກ່າວ ໄດ້ສະແດງໃຫ້ເຫັນແລ້ວວ່າ ມີ
ປະສິດທິພາບໃນການຕໍ່ຕ້ານ 4 ປະເພດສາຍພັນຂອງໄຂ້ເລືອດອອກ ທັງໝົດ.
ພວກຄົນປ່ວຍ ເປັນໄຂເລືອດອອກ ນາງ Ritika Srivastava ອາຍຸ 22 ປີ, ນອນຢຽດຢູ່ເທິງຕຽງ ທີ່ປົກຄຸມດ້ວຍມຸ້ງກັນຍຸງ ຢູ້ໃນໜ່ວຍຮັກສາໄຂ້ເລືອດອອກ ຂອງໂຮງໝໍລັດຖະບານ ໃນເມືອງ Allahabad ຂອງປະເທດອິນເດຍ.