ລະເບີດ 2 ລູກ ທີ່ແຕກຂຶ້ນ ໄດ້ຖະລົ່ມຕະຫລາດໃນພາກຕາເວັນ
ອອກສຽງເໜືອຂອງໄນຈີເຣຍ ໃນວັນອາທິດວານນີ້ ຊຶ່ງເປັນການ
ໂຈມຕີຄັ້ງທີ 2 ຫຼາຍໆມື້ຜ່ານມາ ດ້ວຍການນຳໃຊ້ພວກເດັກນ້ອຍ
ຜູ້ຍິງມັດຕິດລະເບີດໃສ່ໂຕພວກເຂົາເຈົ້າ.
ລະເບີດແຕກຂຶ້ນພາຍໃນລະຍະບໍ່ເທົ່າໃດນາທີ ຫ່າງກັນ ຢູ່
ຕະຫລາດຂາຍໂທລະສັບມືຖື ທີ່ແອອັດໄປດ້ວຍຜູ້ຄົນ ໃນເມືອງ
Potiskum ຂອງລັດ Yobe.
ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພ ກ່າວວ່າ ຢ່າງນ້ອຍ 5 ຄົນ
ເສຍຊີວິດໃນການໂຈມຕີ ລວມທັງຜູ້ວາງລະເບີດສະຫຼະຊີບ 2
ຄົນນຳ. ອີກ 21 ຄົນໄດ້ຮັບບາດເຈັບ.
ລະເບີດທີ່ແຕກຂຶ້ນດັ່ງກ່າວນັ້ນ ເກີດຂຶ້ນມື້ໜຶ່ງ ຫຼັງຈາກເດັກນ້ອຍຜູ້ຍິງຄົນນຶ່ງ ທີ່ເຊື່ອກັນວ່າມີອາຍຸພຽງ 10 ປີ ໄດ້ບີບຂະນວນລະເບີດໃຫ້ແຕກຂຶ້ນຢູ່ໃນຕະຫລາດທີ່ມີເຕັມໄປດ້ວຍຜູ້ຄົນ ທີ່ເມືອງ Maiduguri ຊຶ່ງໄດ້ສັງຫານຢ່າງນ້ອຍ 19 ຄົນ ແລະ ອີກ 20 ຄົນໄດ້ຮັບບາດເຈັບ.
ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີ ທັນທີເທື່ອ ແຕ່ Maiduguri ຊຶ່ງເປັນເມືອງເອກຂອງລັດ Borno ນັ້ນ ແມ່ນຕັ້ງຢູ່ໃນເຂດໃຈກາງ ຂອງການກໍ່ກະບົດ ໂດຍພວກຫົວຮຸນແຮງ ຊຸນນີ່ມຸສລິມ Boko Haram.
ໃນວັນເສົາຜ່ານມາ ທີ່ເມືອງ Potiskum ໄດ້ມີເຫດຮ້າຍລົດລະເບີດແຕກຂຶ້ນ ຢູ່ທາງນອກສະຖານີຕຳຫລວດ ທີ່ໄດ້ສັງຫານ 2 ຄົນ.
ການໂຈມຕີຄັ້ງຫລ້າສຸດ ເກີດຂຶ້ນອາທິດນຶ່ງ ຫຼັງຈາກພວກຫົວຮຸນແຮງ Boko Haram ໄດ້
ເຂົ້າຍຶດເອົາການຄວບຄຸມຫົວເມືອງ Baga ຢູ່ທາງພາກເໜືອຂອງລັດ Borno ຫຼັງຈາກທີ່ໄດ້
ສູ້ລົບກັບທະຫານໄນຈີເຣຍຢ່າງໜັກ.
ບັນດາເຈົ້າໜ້າທີ່ກ່າວວ່າ ນັບຕັ້ງແຕ່ນັ້ນມາພວກຫົວຮຸນແຮງ ໄດ້ເຜົາຜານເມືອງ Baga ແລະ ໝູ່ບ້ານຕ່າງໆໃນອ້ອມແອ້ມນັ້ນ ຊຶ່ງໄດ້ກໍ່ໃຫ້ຫຼາຍພັນຄົນຫລົບໜີໄປເມືອງ Maiduguri ຫຼື ບັນດາໝູ່ເກາະໃນແມ່ນ້ຳ Chad.
ຈຳນວນພົນລະເຮືອນຜູ້ເສຍຊີວິດ ໃນອາທິດຜ່ານມາ ມີຢູ່ລະຫວ່າງ 100 ເຖິງ 2,000 ຄົນ. ພວກ Boko Haram ຖືກຖິ້ມໂທດໃສ່ສຳຫລັບຄວາມຮ້າຍແຮງ ທີ່ໄດ້ສັງຫານ ຫຼາຍພັນຄົນ ໃນລະຫວ່າງ 5 ປີຜ່ານມານີ້.