ປະຊາຊົນຫຼາຍກວ່າ 2 ຕື້ຄົນ ຈະໄດ້ມີໂອກາດເປັນສັກຂີພິຍານ
ໃນປາກົດການທີ່ບໍ່ຄ່ອຍໄດ້ເຫັນກັນເທິງທ້ອງຟ້າຂອງຕອນເຊົ້າ
ມືດວັນຈັນມື້ອື່ນນີ້, ໃນມື້ “ເດືອນເພັງໃຫຍ່” ແຊກຕົວເຂົ້າ ກັບ
ເຫດການກົບກິນເດືອນ.
ປະກົດການກົບກິນເດືອນໃນມື້ເດືອນເພັງນີ້ຈະໃຊ້ເວລາດົນກວ່າ
1 ຊົ່ວໂມງແລະຖ້າສະພາບອາກາດອຳນວຍຈະເຮັດໃຫ້ປະຊາຊົນ
ຫຼາຍກວ່າ 1 ຕື້ ຄົນໃນຊີກໂລກຕາເວັນຕົກ, ພ້ອມກັບ ອີກ 1.5 ຕື້
ຄົນໃນທະວີບຢູໂຣບ, ອາຟຣິກາ ແລະເອເຊຍຕາເວັນຕົກ ໄດ້ເຫັນ.
ດວງພະຈັນ ຈະຖືກບັງດ້ວຍເງົາມືດຂອງໜ່ວຍໂລກ ແລະ ເລີ່ມທີ່
ຈະປ່ຽນເປັນສີທອງແດງໃນເວລາສັ້ນໆຫຼັງຈາກ 1 ໂມງເຊົ້າຕາມເວລາມາດຕະຖານສາກົນ ຂອງໂລກໃນວັນຈັນມື້ອື່ນນີ້.
ນັກດາລາສາດກ່າວວ່າ ດວງພະຈັນ ຈະເປັນສີແດງດົນກວ່າ 70 ນາທີກ່ອນທີ່ມັນຈະເລີ່ມ ອອກມາຈາກເງົາມືດ.
ຈຸດເຄິ່ງກາງຂອງປະກົດການກົບກິິນເດືອນໃນ ຢູໂຣບ ແລະ ອາຟຣິກາ ຈະເກີດຂຶ້ນໃນລະຫວ່າງ ທ່ຽງຄືນ ແລະ ຕອນເຊົ້າມືດ ໃນທ້ອງຟ້າຂອງຊີກໂລກພາກຕາເວັນຕົກ.
ປະກົດການເດືອນເພັງໃຫຍ່ ເກີດຂຶ້ນໃນເມື່ອພະຈັນເຕັມດວງ ເຄື່ອນໄປທັບກັບຈຸດທີ່ໃກ້ທີ່ສຸດກັບໜ່ວຍໂລກ, ເຮັດໃຫ້ເດືອນປະກົດໃຫຍ່ຂຶ້ນ ແລະ ແຈ້ງຂຶ້ນກວ່າເກົ່າຢູ່ໃນທ້ອງຟ້າ.
Your browser doesn’t support HTML5
Supermoon Eclipse Will Be Last Until 2033