ທ່ານ ອີ​ລອນ ມັ​ສ​ຄ໌ ບັນ​ລຸ​ຂໍ້​ຕົກ​ລົງ​ທີ່​ຈະ​ຊື້​ບໍ​ລິ​ສັດ Twitter

ພາບນີ້​ສະ​ແດງ​ໃຫ້​ເຫັນບັນ​ຊີ​ທວິ​ດ​ເຕີ​ຂອງ​ທ່ານ ອີ​ລອນ ມັ​ສ​ຄ໌, 25 ເມ​ສາ, 2022.

ພາບນີ້​ສະ​ແດງ​ໃຫ້​ເຫັນບັນ​ຊີ​ທວິ​ດ​ເຕີ​ຂອງ​ທ່ານ ອີ​ລອນ ມັ​ສ​ຄ໌, 25 ເມ​ສາ, 2022.

ຜູ້​ບໍ​ລິ​ຫານ​ໃຫຍ່​ບໍ​ລິ​ສັດ ເທັ​ສ​ລາ (Tesla) ທ່ານ ອີ​ລອນ ມັ​ສ​ຄ໌​ ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ ​ທີ່​ຈະ​ຊື້ບໍ​ລິ​ສັດ​ສື່​ສັງ​ຄົມ ທວິດ​ເຕີ (Twitter) ດ້ວຍ​ເງິນ​ສົດ 44 ຕື້​ໂດ​ລາ, ໂດຍ​ສັນ​ຍາ​ວ່າ​ຈະ​ເຮັດ​ໃຫ້​ບໍ​ລິ​ສັດ​ດັ່ງ​ກ່າວ​ສະ​ໜັບ​ສະ​ໜູນ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າຫຼາຍ​ຂຶ້ນ.

ການ​ຂາຍ​ທີ່​ວ່າ​ນັ້ນ​ຈະ​ປ່ຽນ​ແປງບໍ​ລິ​ສັດ​ຍັກ​ໃຫຍ່​ສື່​ມວນ​ຊົນ​ດັ່ງ​ກ່າວ​ຈາກ​ບໍ​ລິ​ສັດ​ທີ່​ຊື້​ຂາຍ​ກັນ​ຢ່າງ​ເປີດ​ເຜີຍ ​ເປັນ​ບໍ​ລິ​ສັດ​ສ່ວນ​ຕົວ ​ທີ່​ເປັນ​ເຈົ້າ​ຂອງ​ໂດຍ​ທ່ານ ມັ​ສ​ຄ໌ ພຽງ​ຜູ້​ດຽວ, ເຊິ່ງ​ທ່ານ​ແມ່ນ​ຄົນ​ທີ່​ລວຍ​ທີ່​ສຸດ​ໃນ​ໂລກ.

ທ່ານ ມັ​ສ​ຄ໌ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ເສ​ລີ​ພາບ​ໃນ​ກາ​ນ​ປາກ​ເວົ້າ​ແມ່ນ​ຮາກ​ຖານ​ຂອງ​ປະ​ຊາ​ທິ​ປະ​ໄຕ​ທີ່​ໄດ້​ຜົນ, ແລະ ທວິດ​ເຕີ​ແມ່ນ​ຈະ​ຕຸ​ລັດ​ເມືອງ​ທາງ​ດິ​ຈິ​ຕອ​ລ ບ່ອນ​ທີ່​ບັນ​ຫາ​ທີ່​ສຳ​ຄັນ​ຕໍ່​ອະ​ນາ​ຄົດ​ຂອງມວນ​ມະ​ນຸດ​ໄດ້​ຖືກ​ນຳ​ມາ​ໂຕ້​ຖຽງ​ກັນ.”

ທ່ານ​ໄດ້​ກ່າວ​ວ່າ​ທ່ານ​ຢາກ​ເຮັດ​ໃຫ້​ບໍ​ລິ​ສັດ​ດັ່ງ​ກ່າວ​ດີກວ່າ​ເກົ່າ​ໂດຍ​ການ​ຕື່ມ “ລັກ​ສະ​ນະ​ໃໝ່, ເຮັດ​ໃຫ້​ຂັ້ນ​ຕອນ​ວິ​ທີ​ຕ່າງໆ​ເປີດ​ແຫຼ່ງ​ທີ່​ມາ​ຂອງ​ຂ່າວ​ເພື່ອ​ຂະ​ຫຍາຍ​ຄວາມ​ເຊື່ອ​ຖື, ເອົາ​ຊະ​ນະ​ອີ​ເມ​ລ​ຂີ້​ເຫຍື້ອ​, ແລະ ຢັ້ງ​ຢືນ​ມະ​ນຸດ​ທຸກ​ຄົນ.”

ໃນ​ຂໍ້​ຄວາມ​ທີ່​ກ່າວ​ຢ້ຳ​ເຖິງ​ຖະ​ແຫຼງ​ການ​ຂອງ​ທ່ານ​ນັ້ນ, ທ່ານ ມັ​ສ​ຄ໌ ໄດ້​ສະ​ເຫຼີມ​ສະຫຼອງ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ດ້ວຍສັນ​ຍາ​ລັກ ​ໝາກ​ຫົວ​ໃຈ, ດາວ ແລະ ຈະຫຼວດ.

ຮຸ້ນ​ຂອງ​ບໍ​ລິ​ສັດ​ທວິດ​ເຕີ​ໄດ້​ຂຶ້ນຫຼາຍກວ່າ 6 ເປີ​ເຊັນ​ໃນ​ການ​ຊື້​ຂາຍ​ເມື່ອ​ວັນ​ຈັນ​ວານນີ້.

ທ່ານ ມັ​ສ​ຄ໌, ຜູ້​ທີ່​ຍັງ​ໄດ້​ເປັນ​ຜູ້​ບໍ​ລິ​ຫານ​ໃຫຍ່ ​ຂອງ​ບໍ​ລິ​ສັດ​ພັດ​ທະ​ນາ​ຈະຫຼວດ SpaceX, ໄດ້​ກ່າວ​ວ່າ​ທວິດ​ເຕີຕ້ອງ​ກາຍ​ເປັນ​ບໍ​ລິ​ສັດ​ເອ​ກະ​ຊົນ ສະ​ນັ້ນ​ມັນ​ຈຶ່ງ​ ສາ​ມາດ​ຮູ້​ເຖິງ​ໂອ​ກາດ​ຂອງ​ມັນ​ສຳ​ລັບ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ. ທ່ານ​ໄດ້​ອະ ​ທິ​ບາຍ​ຕົວ​ທ່ານ​ເອງ​ວ່າ ເປັນ “ຜູ້​ສະ​ໜັບ​ສະ​ໜຸນ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ​ຢ່າງ​ສຸດ​ຂີດ.”

ນັກ​ທຸ​ລະ​ກິ​ດ​ຄົນ​ດັ່ງ​ກ່າວ, ຜູ້​ທີ່​ເປັນ​ນັກ​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ ​ຢ່າງຫຼວງຫຼາຍ​ໂດຍ​ມີຜູ້​ຕິດ​ຕາມຫຼາຍກວ່າ 83 ລ້ານ​ຄົນ​ນັ້ນ, ໄດ້ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ເມື່ອ​ຕອນ​ເຊົ້າ​ວັນ​ຈັນ​ວານນີ້​ວ່າ, “ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ແມ່ນ​ກະ​ທັ້ງ​ຜູ້​ທີ່​ຕຳ​ໜິ​ຕິ​ຕຽນ​ຂ້າ​ພະ​ເຈົ້າ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ແມ່ນ​ຈະ​ຍັງ​ຢູ່​ໃນ​ທວິດ​ເຕີ, ເພາະ​ວ່າ​ນັ້ນ ​ແມ່ນ​ຄວາມ ​ໝາຍ​ຂອງ​ເສ​ລີ​ພາບ​ໃນ​ກາ​ນ​ປາກ​ເວົ້າ.”

Tesla CEO Elon Musk reached an agreement Monday to buy Twitter for $44 billion cash, promising to make the platform more supportive of free speech.

The sale will transform the social media giant from a publicly traded company to a private one owned solely by Musk, the world's richest person.

"Free speech is the bedrock of a functioning democracy, and Twitter is the digital town square where matters vital to the future of humanity are debated," Musk said in a statement.

He said he wanted to make the company better by adding "new features, making the algorithms open source to increase trust, defeating the spam bots, and authenticating all humans."

In a tweet highlighting his statement, Musk celebrated the deal with heart, star and rocket emojis.

Twitter shares rose more than 6% in trading Monday.

Musk, who is also CEO of rocket developer SpaceX, has said Twitter needs to become a private company so that it can realize its potential for free speech. He has described himself as a "free-speech absolutist."

The businessman, who is a prolific tweeter with more than 83 million followers, tweeted earlier Monday, "I hope that even my worst critics remain on Twitter, because that is what free speech means."