10 ຄົນ ເສຍຊີວິດ ຍ້ອນລະເບີດລົດ ຢູ່ ອີຣັກ

ຄວັນໄຟກຳລັງພຸ່ງຂື້ນ ຈາກບ່ອນວາງລະເບີດ ໃນນະຄອນແບກແດດ

ບັນດາ​ເຈົ້າ​ໜ້າ​ທີ່ ອີຣັກ ກ່າວ​ວ່າ ລະ​ເບີດ​ລົດ​ສອງ​ຄັນ​ໄດ້​ແຕກ​
ຂື້ນ ຢູ່ນອກໂຮງ​ແຮມຫ້າ​ດາວສອງແຫ່ງ ​ທີ່ມີການ​ປ້ອງ​ກັນ​ຢ່າງ
​ໜາ​ແໜ້ນ ​ໃນ​ນະຄອນ​ Bagdad ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​
ໜ້ອຍ 10 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ເກືອບ 30 ຄົນ.

ລະ​ເບີ​ດ​ລູກ​ທຳອິດ​ໄດ້​ເກີດ​ຂື້ນ​ຢູ່​ບ່ອນ​ຈອດ​ລົດ ​ຂອງໂຮງ​ແຮມ
Babylon ​ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້ ໂດຍສັງຫານຫົກ
​ຄົນ ​ແລະ​ມີຜູ້​ບາດເຈັບ 14 ຄົນ.

ຫລາຍ​ນາທີ​ຕໍ່​ມາ ລົດ​ອີກ​ຄັນ​ນຶ່ງ​ກໍໄດ້​ລະ​ເບີດ​ຂື້ນ ຢູ່​ນອກໂຮງ
ແຮມ Meradian ແລະໂຮງ​ແຮມ Sheraton ເກົ່າ ທີ່ຕັ້ງຢູ່ໃກ້ຄຽງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ
​ສີ່​ຄົນ​ແລະໄດ້​ຮັບ​ບາດ​ເຈັບ 13 ຄົນ.

ທ້າວ Saief Mohamed ຜູ້​ເຫັນ​ເຫດການ​ກ່າວ​ວ່າ “ເຫດລະ​ເບີດທັງ​ສອງ​ ​ທີ່​ເກີດ​ຂື້ນ
ໃນ​ມື້ວານ​ນີ້ ຢູ່​ທີ່​ໂຮງ​ແຮມ​ສອງແຫງໄດ້​ສັງຫານ​ຫລາຍ​ຄົນ ທີ່ໄຮ້​ດຽງ​ສາ ​ແລະເປັນ​ຊາວ
​ໜຸ່ມ ​ເຂົາ​ເຈົ້າ​ໄດ້​ກະທຳ​ຄວາມ​ຜິດ​ຫຍັງ​ທີ່​ຕ້ອງ​ໄດ້​ຖືກ​ສັງຫານແບບ ນີ້.”

ບໍ່​ມີກຸ່ມໃດ​ອ້າງ​ເອົາ​ຄວາມ​ຮັບຜິ​ອຊອບ ​ແຕ່ປາກົດວ່າມີການ​ໂຈມ​ຕີ​ເກືອບໃນ​ແຕ່​ລະ​ວັນ
ທີ່​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິ​ດຊອບ​ໂດຍກຸ່ມ​ລັດອິສລາມ ທີ່​ໄດ້​ຍຶດ​ເອົາດິນ ແດນ​ທີ່​ອັນ​
ກວ້າງ​ໃຫຍ່​ຂອງ​ປະ​ເທດໃນປີ​ກາຍ​ນີ້.

ພວກ​ກະບົດ​ໄດ້ເຂົ້າ​ຍຶດ​ເອົາ​ເມືອງ Ramadi ທາງ​ພາກ​ຕາ​ເວັນ​ຕົກ​ຂອງນະ ຄອນ
Bagdad ​ໃນ​ຕົ້ນ​ເດືອນ​ນີ້ ທີ່​ເຮັດ​ການບຸກໂຈມຕີຂອງລັດຖະບານອີ ຣັກແລະການໂຈມຕີ
ທາງ​ອາ​ກາດ​ຂອງສະຫະລັດຕໍ່​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສ ລາມບໍ່ປະສົບກັບຄວາມຄືບໜ້າ.

Your browser doesn’t support HTML5

IRAQ Bombing