18 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ 2 ບ້ານ ໃນຊີເຣຍ (ສະໄລດ໌/ວີດີໂອ)

ແຜນທີ່ ປະເທດຊີເຣຍ

ສື່​ຂອງ​ລັດຖະບານ​ຊີ​ເຣຍ ກ່າວ​ວ່າ ​ ການໂຈມຕີດ້ວຍລະ
​ເບີດ​ລົດ ຢູ່​ໃນ​ສອງ​ໝູ່ ບ້ານ ໃນ​ແຂວງ​ Hama ​ເຮັດ​ໃຫ້​
ມີ​ຜູ້​ເສຍ​ຊີວິດ 18 ຄົນ ຮວມ​ທັງ​ເດັກນ້ອຍ​ອີກ 11 ຄົນ.

​ໂທລະພາບລັດຖະບານຊີເຣຍ ກ່າວ​ວ່າ ນອກນັ້ນ ຍັງມີ
50 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ ໃນວັນສຸກມື້ນີ້
​ທີ່ບ້ານ Jibreen ​ແລະ Humayri.

ໝູ່​ບ້ານ​ດັ່ງກ່າວ ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ລັດຖະ
ບານ ​ແລະ​ປະຊາຊົນນັບຖື ສາສະໜາອິສລາມນິກາຍ
Alawite ຂອງ​ປະ​ທາ​ນາ​ທິບໍດີ Bashar al-Assad.

ພາບ​ຫຼ້າ​ສຸດ ຈາກ ຊີ​ເຣຍ


ກຸ່ມ​ສີ້​ງຊອມ​ສິດທິ​ມະນຸດ​ໃນຊີ​ເຣຍທີ່​ມີ​ຫ້ອງການ​ຢູ່ອັງກິດ ​ໄດ້ໃຫ້ການ​ຢືນຢັນ​ກ່ຽວ
ການ​ໂຈມຕີດັ່ງກ່າວ ​ແຕ່​ຜູ້​ຕິດຕໍ່ຂອງ​ກຸ່ມກ່າວ​ວ່າ ມີ 15 ຄົນ​ເສຍ​ຊີວິດ.

ບໍ່​ມີ​ໃຜອ້າງ​ເອົາ​ຄວາມ​ຮັບຜິດຊອບ ໃນ​ການໂຈມຕີ ດ້ວຍລະ​ເບີດດັ່ງກ່າວ ​ເຖິງ​ແມ່ນ​
ວ່າ ພວກ​ກໍ່​ການ​ຮ້າຍ al-Qaida ເປັນຜູ້ທຳການ​ໂຈມ​ຕີ ຕໍ່​ເປົ້າ​ໝາຍ​ຂອງ ລັດຖະ
ບານຢູ່​ເປັນ​ປະ​ຈຳກໍຕາມ.

​ໃນ​ວັນ​ອັງຄານທີ່​ຜ່ານ​ມາ ຢ່າງ​ໜ້ອຍ​ 100 ຄົນ​ໄດ້​ເສຍ​ຊີວິດ​ຈາກການໂຈມຕີ ດ້ວຍ
​ລະ​ເບີດ​ລົດ​ສອງ​ຄັນ​ຢູ່ຄຸ້ມທີ່ນັບຖືນິກາຍ Alawite ​ໃນ​ເມືອງ Homs ທາງ ພາກກາງ
ຂອງຊີເຣຍ.

​ນອກນັ້ນ ໃນ​ອາທິດ​ນີ້​ ບັນດາ​ກຸ່ມ​ຕໍ່ຕ້ານລັດຖະບານຍັງກ່າວ​ວ່າ ​ໄດ້​ມີການ​ໂຈມ​ຕີ​ທາງ
​ອາກາດ ​ໃສ່ເປົ້າໝາຍ​ທາງພົນລະ​ເຮືອນ 2 ແຫ່ງ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ສິບ​ຄົນ ​ໃນເຂ​ດ​ເມືອງ Aleppo ທີ່ຄວບຄຸມໂດຍພວກຕໍ່ຕ້ານ.

Your browser doesn’t support HTML5

SYRIA CNPK