20 ຄົນເສຍຊີວິດ ໃນການໂຈມຕີ ດ້ວຍລະເບີດລົດ 3 ຄັນ ໃນອີຣັກ

ພົນລະເຮືອນຈຳນວນນຶ່ງ ພາກັນໄປຫຸ້ມເບິ່ງ ບ່ອນໂຈມຕີ ໂດຍລະເບີດລົດ ທີ່ເຫຼືອແຕ່ຊາກລົດລະເບີດ ໃນເຂດຄຸ້ມ Shula ຂອງນະຄອນຫລວງ Baghdad ປະເທດ Iraq, ວັນທີ 12 ຕຸລາ 2014.

ບັນດາເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດໄພ ​ໃນ​ອີຣັກ ກ່າວ​ວ່າ ລົດ​ທີ່
​ບັນຈຸ ລະ​ເບີດ​ 3 ຄັນ​ໄດ້​ແຕກ​ຂຶ້ນ ​ໃກ້​ໆກັບ​ເມືອງ Baquba ຢູ່ທາງ
​ທິດເໜືອ​ຂອງນະຄອນ​ຫລວງ Baghdad ເຮັດ​ໃຫ້​ຢ່າງ​ນ້ອຍ 20
ຄົນ​ເສຍ​ຊີວິດ.

ອີກຫຼາຍໆ​ຄົນ​ໄດ້​ຮັບ​ບາດ​ເຈັບ​ ຈາກ​ຄວາມແຮງ​ຂອງລະ​ເບີດລົດ
ໃນວັນ​ອາທິດ​ມື້ນີ້ ​ໃກ້ໆ​ກັບ​ອາຄານ​ໂຮງການຂອງລັດຖະບານ
ທີ່​ສຳຄັນໆ.

ສ່ວນຢູ່​ແຫ່ງ​ອື່ນ​ນັ້ນ ​ເຈົ້າໜ້າ​ທີ່​ກ່າວ​ວ່າ ລະ​ເບີດ​ທີ່​ຫ້າງ​ໄວ້ແຄມ
ຖະໜົນ ​ໄດ້​ສັ​ງຫານ ​ຜູ້​ບັນຊາ​ການຕຳຫລວດຂອງ​ແຂວງ Anbar
ທີ່​ປະສົບ​ກັບບັນຫານັ້ນ. ການ​ໂຈມ​ຕີ ​ເກີດຂຶ້ນ​ໃກ້ໆ​ກັບ​ເມືອງ Ramadi ​ທາງ​ທິດ ຕາເວັນຕົກ ​ຂອງ​ນະຄອນຫລວງ Baghdad.

ບໍ່​ມີ​ກຸ່ມ​ໃດ​ອອກ​ມາ​ອ້າງ​ເອົາ ​ຄວາມ​ຮັບຜິດຊອບ​ ໃນ​ການ​ໂຈມ​ຕີຄັ້ງນີ້ ຊຶ່ງ​ມີ​ຂຶ້ນມື້​ນຶ່ງ ຫຼັງຈາກ ຕຳຫລວດ​ອີຣັກ ກ່າວ​ວ່າ ຜູ້ຊາຍວາງ​ລະ​ເບີດ​ສະລະ ​ຊີບ​ຄົນ​ນຶ່ງ​ ໄດ້​ບີບ​ຄະ​ນວນ​ລະ​ເບີດ​ຂອງ​ລາວ ຢູ່​ຕະຫລາດແຫ່ງ​ນຶ່ງ ທາງ​ກ້ຳເໜືອ​ຂອງ​ Baghdad ​ສັງຫານ​ຢ່າງ​ນ້ອຍ 7 ຄົນ ​ແລະ ອີກ​ປະມານ 20 ຄົນ ​ໄດ້​ຮັບ​ບາດ​ເຈັບ.

​ການ​ໂຈມ​ຕີໃນ​ວັນ​ເສົາ​ວານ​ນີ້ ​ເກີດ​ຂຶ້ນ​ໃກ້ໆ​ກັບ​ເມືອງ Meshahda ຊຶ່ງ​ເປັນ​ບ່ອນທີ່​ມີ​ການ​ປະ​ທະ​ກັນ ​ລະຫວ່າງ​ກອງ​ກຳລັງ​ອີຣັກ ​ກັບ ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ທີ່​ໄດ້ເຂົ້າ​ຄວບ​ຄຸມຫຼາຍໆ​ເຂດ ​ອັນ​ກ້ວາງ​ໃຫຍ່ ທາງ​ພາກ​ເໜືອ ​ແລະ ພາກ​ຕາ​ເວັນ​ຕົກ​ຂອງ​ອີ​ຣັກນັ້ນ.