28 ຄົນ ເສຍຊີວິດ ຍ້ອນ ເຮືອຂ້າມຟາກ ຕຳ ກຳປັ່ນຂົນສົ່ງ ຢູ່ຟີລິບປິນ (ວີດີໂອ)

ພວກກູ້ໄພ ພວມຊອກຄົ້ນຫາ ຜູ້ລອດຊີວິດມາໄດ້ ໃກ້ໆກຳປັ່ນຂົນສົ່ງ ທີ່ຕຳກັນກັບເຮືອຂ້າມຟາກ ໃນວັນສຸກວານນີ້ (17 ສິງຫາ 2013)

ພວກ​ມະນຸດ​ກົບ ພວມພາກັນ​ຄົ້ນ​ຫາ 200 ກວ່າ​ຄົນ​ທີ່​ຫາຍ​ສາບ
​ສູນ ​ຢູ່​ໃນ​ເຂດ​ພາກ​ກາງຂອງຟິລິບ​ປິນຫລັງ​ຈາກ​ເຮື​ອຂ້າ​ມຟາກ
​ໂດ​ຍສານ​ໄດ້​ຕໍາ​ກັບ​ກໍາ​ປັ່ນ​ຂົນ​ສົ່ງ ​ໃນ​ແລງ​ວັນ​ສຸກ​ວານ​ນີ້ ​ແລະ​
ຫລົ້ມ​ລົງ​ຢ່າງ​ໄວ​ຢູ່​ນອກ​ຝັ່ງ​ຂອງ​ແຂວງ Cebu.

ຢ່າງ​ໜ້ອຍ 28 ຄົນ ແມ່ນ​ຮູ້​ແລ້ວ​ວ່າ​ໄດ້​ເສ​ຍຊີວິດ ​ແຕ່​ຍັງ​ບໍ່ຮູ້​
ເຖິງ​ຈໍານວນ​ທີ່​ເຊື່ອ​ ວ່າ​ຕົກ​ຄ້າງຢູ່ຂ້າງ​ໃນ​ເຮືອ​ຂ້າມ​ຟາກ ທີ່ຈົມ
ລົງ​ພື້ນ​ນໍ້າເລິກກວ່າ 30 ​ແມັດ.

ທ່ານ Armand Balilo ​ໂຄສົກ​ຂອງ​ໜ່ວຍ​ຍາມ​ຝັ່ງ​ກ່າວ​ວ່າ ໜ່ວຍ​ຍາມ​ຝັ່ງ​ພ້ອມ ດ້ວຍ​ຊາວ​ປະມົງ ​ແລະ​ຜູ້​ຄົນ​ທີ່ຢູ່​ໃນ​ເຮືອ​ນ້ອຍ​ຫຼາຍໆລຳ ສາມາດ​ດືງ​ເອົາ​ພວກທີ່​ລອດຊີວິດ​ມາ​ໄດ້ ຂື້ນ​ຈາກນໍ້າ 600 ກວ່າຄົນ ​ຢູ່ໃນຄວາມ​ມຶືດ​ຂອງຕອນ​ເດີກຄືນ ວານ​ນີ້.

ທ່ານ​ເວົ້າວ່າ ມີ​ອີກ 2 ສົບ​ໄດ້​ພົບ​ເຫັນ​ຢູ່​ຂ້າງ​ໃນ​ເຮືອ. ທີ່​ຈິງ​ແລ້ວພວກ​ມະນຸດ​ກົບ ຂອງ​ພວກ​ເຮົາ​ໄດ້​ພົບ​ເຫັນ 4 ສົບ ​ໃນ​ລະຫວ່າງ​ການ​ປະຕິບັດ​ງານ​ດຳ​ນໍ້າ​ລົງ​ໄປ. ພວກ​ເຮົາ​ຍັງ​ຄົ້ນຫາ 213 ຄົນ ທີ່​ຍັງ​ຫາຍ​ສາບ​ສູນ ​ແລະ​ຄົ້ນຫາ​ບໍ່​ພໍ້​ເທື່ອ ມາ​ຮອດ​ເວລາ​ນີ້ ​ເຮົາ​ພົບ​ເຫັນຜູ້​ໂດຍສານແຕ່ 629 ຄົນ.

ເຮືອ​ຂ້າມ​ຟາກ​ຊື່ວ່າ St Thomas Aquinas ບັນທຸກຜູ້​ໂດຍສານແລະ​ລູກ​ເຮືອ 870 ຄົນ ​ເວລາ​ເຮືອ​ລຳ​ນີ້ ແລ່ນ​ຕໍາກໍ່າ​ປັ່ນ​ຂົນ​ສົ່ງຂະໜາດ 11,000 ​ໂຕນ​ທີ່​ມີຊື່​ ວ່່າ Sulpio Express 7 ຢູ່​ໃກ້​ກັບ​ເມືອງ Cebu. ​ເຮືອ​ຂ້າມ​ຟາກ​ຈົມ​ລົງ ​ພາຍ​ໃນ 30 ນາ​ທີ ​ຫລັງ​ຈາກແຄບ​ແຕັນ​ເຮືອ ​ໄດ້​ບອກໃຫ້ຜູ້​ໂດຍສານ​ພາກັນ​ໜີອອກ ຈາກ​ເຮືອ. ຫລາຍ​ຄົນສາມາດພາກັນ​ນຸ່ງ​ເສື້ອ​ຊູຊີບ ​ແລະ​ໂຕນ​ລົງທະ​ເລ​ທີ່​ເຕັ​ມໄປ​ດ້ວຍ
​ຄວາມ​ມືດ​ມົວ.

ບັນດາ​ຜູ້​ໂດຍສານ ​ແມ່ນມີຮວມ​ທັງພວກ​ເດັກນ້ອຍ ​ແລະ​ທາລົກ ຈຳນວນ​ນຶ່ງ​.

Your browser doesn’t support HTML5

Ferry