ໃນວັນພະຫັດວານນີ້, ນຶ່ງມື້ລຸນຫຼັງການເສຍຊີວິດຂອງ ທ່ານຈຽງ ເຊີໝິນ, ໜັງສືພິມຈີນ ໄດ້ປ່ຽນໜ້າທໍາອິດເປັນສີດໍາ ແລະທຸງຂອງຈີນ ໄດ້ຖືກຊັກລົງມາເຄິ່ງເສົາ ຢູ່ທີ່ສໍານັກງານຂອງລັດຖະບານ ແລະສະຖານທູດຕ່າງໆຂອງຈີນຢູ່ຕ່າງປະ ເທດ ເພື່ອສະແດງໃຫ້ເຫັນເຖິງການເຖິງແກ່ມໍລະນະກຳຂອງອະດີດຜູ້ນໍາຂອງປະເທດຈີນ ໂດຍມີກໍານົດທີ່ຈະມີພິທີສົ່ງສະການໃນວັນທີ 6 ທັນວາທີ່ຈະມາເຖິງນີ້.
ເນື່ອງຈາກຂໍ້ຈໍາກັດຕ່າງໆທີ່ຖືກຫ້າມຢ່າງຫຼວງຫຼາຍຢູ່ໃນສື່ສັງຄົມອອນລາຍຂອງ ຈີນ, ບັນດາຜູ້ໃຊ້ສື່ສັງຄົມດັ່ງກ່າວຈໍານວນຫຼາຍ ໄດ້ພາກັນໂພສຂໍ້ຄວາມໃນທາງບວກລົງ ໂດຍເນັ້ນໜັກກ່ຽວກັບການປະຕິບັດໜ້າທີ່ຕ່າງໆຂອງທ່ານຈຽງນັບຕັ້ງ ແຕ່ທ່ານໄດ້ເຖິງແກ່ມໍລະນະກຳ ໃນວັນທີ 30 ພະຈິກ ເປັນຕົ້ນມາ.
ຂໍ້ສັງເກດທັງຫຼາຍແມ່ນມີຄວາມແຕກຕ່າງຈາກຂໍ້ຄວາມທີ່ໂພສລົງຂອງນັກຊ່ຽວ ຊານ ແລະຜູ້ໃຊ້ທວິດເຕີ້ທີ່ອາໄສຢູ່ນອກປະເທດ ເຊິ່ງໄດ້ສົມທຽບໄລຍະເວລາທີ່ທ່ານດໍາລົງຕໍາແໜ່ງ ກັບສະພາບແວດລ້ອມທີ່ມີການປົກຄອງແບບຜະເດັດການຫຼາຍຂຶ້ນ ພາຍໃຕ້ຜູ້ນໍາຄົນປັດຈຸບັນ ທ່ານສີ ຈິ້ນຜິງ.
ຢູ່ໃນທວິດເຕີ້ຂອງ VOA ພາກພາສາຈີນກາງທີ່ໄດ້ຂໍໃຫ້ສະແດງຄວາມຄິດເຫັນກ່ຽວກັບການປະຕິບັດວຽກງານ ຂອງທ່ານຈຽງ ນັ້ນ, ໄດ້ຮັບຂໍ້ຄວາມລວມແລ້ວຫຼາຍກວ່າ 19,300 ຂໍ້ຄວາມ ພ້ອມທັງມີການກົດມັກ ແລະກໍໄດ້ກົດແບ່ງປັນອອກໄປອີກເປັນຈໍານວນຫຼາຍ.
ຜູ້ໃຊ້ອິນເຕີເນັດຈີນບາງຄົນທີ່ໄດ້ສະແດງຄວາມຄິດເຫັນຕ່າງໆນັ້ນໄດ້ກ່າວກ່ຽວກັບຄວາມຈະເລີນຮຸ່ງເຮືອງທາງດ້ານວັດທະນະທໍາ ຢູ່ຈີນແຜ່ນດິນໃຫຍ່ ໃນຍຸກສະໄໝຂອງທ່ານຈຽງ.
ມີຄໍາເຫັນນຶ່ງກ່າວວ່າ “ມີຮູບເງົາແລະລະຄອນໂທລະພາບເກົ່າໆພ້ອມທັງມີຄວາມ ໝາຍຫຼາຍເລື້ອງໄດ້ປາກົດອອກມາໃຫ້ເຫັນໃນຊ່ວງລັດຖະບານຂອງທ່ານ. ພ້ອມ ກັນນັ້ນ ກໍຍັງໄດ້ມີການເປີດໂຕຮູບເງົາຂອງຮອລລີວູດທີ່ມີຄົນນິຍົມຫຼາຍໆເລື້ອງ ຢູ່ໃນຍຸກການປົກຄອງຂອງທ່ານອີກດ້ວຍ. ຂ້ອຍຍັງຈື່ໄດ້ວ່າ ເວລານັ້ນ ທີ່ມີການສາຍຮູບເງົາ ‘ໄທທານິກ’ ຢູ່ປະເທດ ຈີນ, ເຊິ່ງລາວໄດ້ສະແດງເຖິງຄວາມມັກ ຄວາມຮັກຂອງລາວທີ່ມີຕໍ່ໜັງເລື້ອງນີ້ອອກມາ. ໃນເວລານັ້ນ, ຂ້ອຍໄດ້ເວົ້າກັບໝູ່ຂ້ອຍວ່າ ທ່ານຈຽງສົ່ງເສີມທຸລະກິດຮູບເງົາ.”
ເມື່ອມີການສົມທຽບ ກັບທ່ານສີ ເຊິ່ງມີຄວາມຕ້ອງການ ທີ່ຈະຕັດພາກສ່ວນດັ່ງ ກ່າວອອກໄປແລ້ວ, ຜູ້ໃຊ້ອິນເຕີເນັດຫຼາຍໆຄົນສະແດງຄວາມເຫັນວ່າ ທ່ານຈຽງ ດໍາລົງຕໍາແໜ່ງເລຂາທິການໃຫຍ່ຂອງພັກຄອມມູນິສຈີນ ແລະປະທານປະເທດຂອງຈີນ ເປັນເວລາສອງສະໄໝ.