ທ່ານ Turnbull ສາບານໂຕ ເຂົ້າເປັນ ນາຍົກຄົນໃໝ່ ຂອງ ອອສເຕຣເລຍ

ທ່ານ Malcolm Turnbull (ກາງ) ສາບານໂຕເຂົ້າຮັບຕຳແໜ່ງ ໂດຍຂ້າຫຼວງໃຫຍ່ ອອສເຕຣເລຍ ທ່ານ Peter Cosgrove (ຊ້າຍ)

ທ່ານ Malcolm Turnbull ​ໄດ້​ສາ​ບາ​ນ​ໂຕ​ເຂົ້າ​ຮັບຕຳ​ແໜ່​ງ ​ໃນ​
ວັນ​ອັງຄານ​ມື້​ນີ້ ​ເປັນ ນາຍົກລັດຖະມົນຕີອອສ​ເຕຣ​ເລຍຄົນ​ໃໝ່
ຊຶ່ງ​ເປັນ​ຜູ້ນຳ​ຂອງ​ປະ​ເທດຄົນ​ທີ​ສີ່​ໃນ​ພຽງເວລາສອງ​ປີ.

ທ່ານ Tumbull ​ໄດ້ຂຶ້ນ​ມາ​ເປັນ​ຜູ້ນຳພັກ​ເສ​ລີ ຫລັງ​ຈາກ​ການ​ລົງ​
ຄະແນນ​ສຽງ​ທີ່​ບໍ່ຄາດຝັນ ​ໃນ​ຕອນ​ແລງ​ວັນ​ຈັນ​ວານ​ນີ້ ເພື່ອປົດ
ນາຍົກລັດຖະມົນ​ຕີີ Tony Abbott ອອກ​ຈາກ​ໜ້າ​ທີ່.

ທ່ານ Tumbull ອາຍຸ 60 ປີ ອ​ະດີດ​ນັກ​ທະນາຄານ ​ທະ​ນາຍ​ຄວາມ​ແລະ​ນັກ​ຂ່າວ ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ທ່ານ​ແມ່ນ “​ເຕັມ​ໄປ​ດ້ວຍ​ການ​ມອງ​ເຫັນໃນ​ແງ່ດີ” ​ໃນ​ຂະນະ​ທີ່​ທ່ານ ມຸ່ງ​ໜ້າ​ໄປ​ສູ່ພິທີ​ສາບານ​ໂຕເຂົ້າຮັບຕຳແໜ່ງ.

ທ່ານ Tumbull ​ໄດ້​ກ່າວວ່າ “ນີ້​ເປັນ​ການ​ຫັນປ່ຽນ​ເຫດການ ທີ່​ຂ້າພະ​ເຈົ້າ​ບໍ່ໄດ້​ຄາດ​ຝັນ ຂ້າພະ​ເຈົ້າ​ຕ້ອງ​ບອກ​ໃຫ້​ທ່ານ​ຮູ້ ​ແຕ່​ມັນ​ເປັນ​ກຽດ​ອັນ​ນຶ່ງ ທີ່​ຂ້າພ​ະ​ເຈົ້າ​ຮັບ​ເອົາ ​ແລະ​ເປັນ​ສິ່ງ​
ນຶ່ງ​ທີ່ ຂ້າພ​ະ​ເຈົ້າ​ຕຽມ​ພ້ອມ​ຢູ​ແລ້ວ”

ທ່ານ Tumbull ​ໄດ້ໃຫ້​ຄຳໝັ້ນ​ສັນຍາ​ ທີ່​ຈະເປັນຜູ້ນຳພາລັດຖະບານ ທີ່ມີການ​ແບ່ງແຍກ
ໜ້ອຍລົງ ກວ່າສະໄໝທ່ານ Abbottທີ່ນິຍົມແນວທາງເດີມ ຜູ້​ທີ່ໃນ​ວັນ​ອັງຄານ​ໄດ້ປະກາດ
ວ່າ ຈະ​ເຮັດ​ການ​ໂອນອຳນາດຂອງຜູ້ນຳພາເປັນໄປຢ່າງລາບລື່ນທີ່ສຸດ​ເທົ່າທີ່​ເປັນ​ໄປໄດ້.

ທ່ານ Abbott ກ່າວວ່າ “ຈະ​ບໍ່​ມີ​ຄວາມເສຍຫາຍ ບໍ່​ມີ​ການບ່ອນ​ທຳລາຍ ​ແລະ​ບໍ່​ມີ​ການດັກ
​ຍິງ. ຂ້າພະ​ເຈົ້າ ບໍ່​ເຄີຍປ່ອຍຂ່າວຫລື​ມີ​ພື້ນຖານ​ຕ້ານ​ໃຜ​ທັງ​ໝົດ ​ແລະ ຂ້າພ​ະ​ເຈົ້າ ຈະ​ບໍ່​ເລີ້ມ ໃນ​ຂະນະ​ນີ້”

ນອກນັ້ນ ຜູ້​ນຳ​ທີ່​ອອກ​ຈາກ​ໜ້າ​ທີ່ ຍັງ​ໄດ້​ປະນາມ “ການ​ຢັ່ງ​ສຽງ​ທີ່​ສ້າງຄວາມຕື່ນ ຕົກໃຈ” ທີ່ທ່ານ​ກ່າວວ່າ​ໄດ້​ສ້າງ “ປະຕູຫັນປ່ຽນນາຍົກລັດຖະມົນ​ຕີ” ​ແລະ“ການ ປະເພດນີທີ່ເປັນ
ໄຂ້ຂອງມວນຊົນ” ທີ່ທ່ານອ້າງວ່າ “​ໃຫ້ລາງວັນ​ແກ່ຄົນທໍລະຍົດ​ຫັກຫລັງ."

ທ່ານ Abbott ​ທີ່​ໄດ້​ຖືກ​ເລືອກ​ຕັ້ງ​ເຂົ້າຮັບຕຳແໜ່ງໃນ​ເດືອນກັນຍາ​ປີ 1013 ​ໄດ້ພົບເຫັນ
ວ່າຄະ​ແນນ​ນິຍົມຂອງທ່ານໄດ້ຕົກຕ່ຳລົງ​ຫວ່າງ​ມໍ່ໆ​ມານີ້ ສ່ວນນຶ່ງແມ່ນເປັນຍ້ອນ​ການ​ຮົ່ວ
ໄຫລຢ່າງ​ຕໍ່​ເນື່ອງ ຢູ່ພາຍໃນວົງການລັດຖະບານ ການ​ຕັດ​ງົບ ປະມານຊຶ່ງ​ບໍ່​ເປັນ​ທີ່​ນິຍົມ
ຂອງປະຊາຊົນ ​ແລະຄວາມບໍ່​ສາມາດ ​ໃນການເຮັດ​ໃຫ້​ເສດຖະກິດ​ເຕີບໂຕ.​

Your browser doesn’t support HTML5

Australia Politics