ຮ່າງກົດໝາຍສະບັບນຶ່ງທີ່ມີມາເປັນເວລາຫຼາຍປີ ທີ່ພະຍາຍາມຫາທາງເຮັດໃຫ້ການເຜີຍແຜ່ຂໍ້ມູນບໍ່ຈິງກາຍເປັນເລື້ອງຜິດກົດໝາຍອາຍານັ້ນ ພວມກ້າວໄປສູ່ການລົງຄະແນນສຽງໃນລັດຖະສະພາຂອງເທີກີ. ຮ່າງກົດໝາຍດັ່ງກ່າວເຮັດໃຫ້ມີຄວາມເປັນຫ່ວງຢ່າງເລິກເຊິ່ງ ຈາກບັນດາກຸ່ມສິດທິຂອງສື່ມວນຊົນໃນທົ່ວປະເທດ.
ຖ້າມັນຫາກຖືກຮັບຮອງເອົາ, ກົດໝາຍອັນທີ່ເອີ້ນວ່າ “ອອກຂ່າວບໍ່ຈິງ” ໂດຍສະມາຊິກສະພາສ່ວນຫຼາຍທີ່ປົກຄອງປະເທດ ຈະເຮັດໃຫ້ມີໂທດຖືກຕັດສິນຈຳຄຸກເຖິງ 3 ປີ ໃນຂໍ້ຫາເຜີຍແຜ່ຂໍ້ມູນຂ່າວສານປອມ ຫຼື ເຜີຍແຜ່ຂ່າວບິດເບືອນຄວາມຈິງ ຕາມການກຳນົດຂອງເຈົ້າໜ້າທີ່ລັດຖະບານ.
ຂໍ້ສະເຫນີທີ່ຮ່າງກົດໝາຍໃຫມ່ທີ່ໄດ້ວາງອອກໃນທົ່ວ 40 ມາດຕາ ລວມມີ ບາງຂໍ້ ທີ່ແນເປົ້າຫມາຍໃສ່ຜູ້ໃຊ້ສື່ສັງຄົມອອນລາຍ ແລະຄວບຄຸມສື່ທາງດິຈິຕອລ. ຖ້າຖືກຮັບຮອງເອົາ ຮ່າງກົດໝາຍດັ່ງກ່າວ ຈະຖືວ່າ ບັນດາອົງການຂ່າວທາງດິຈິຕອລ ແມ່ນເປັນອົງການຂ່າວທຳມະດາທົ່ວໄປ ແລະເຮັດໃຫ້ເຂົາເຈົ້າ ຢູ່ພາຍໃຕ້ສິດ ແລະມີລະບຽບການອັນດຽວກັນ ກັບອົງການຂ່າວທີ່ທຳການພິມ ແລະການອອກອາກາດ, ລວມທັງການມີສິດຂໍເອົາບັດນັກຂ່າວ ແລະ ຂໍ້ກຳນົດກ່ຽວກັບ ການເຂົ້າເຖິງລາຍຮັບໃນການໂຄສະນາຂອງລັດ.
ພວກທີ່ບໍ່ເຊື່ອໃນກົດໝາຍທີ່ຖືກສະເໜີສະບັບນີ້ ກ່າວວ່າ ຮ່າງກົດໝາຍດັ່ງກ່າວສາມາດຖືກໃຊ້ເພື່ອກົດດັນສື່ທາງດິຈິຕອລ ກ່ອນການເລືອກຕັ້ງທີ່ຈະມາເຖິງນີ້ໃນເທີກີ. ການເລືອກຕັ້ງປະທານາທິບໍດີ ແລະລັດຖະສະພາຄັ້ງຕໍ່ໄປ ແມ່ນມີກຳນົດຈະຈັດຂຶ້ນໃນເດືອນມິຖຸນາ 2023, ແຕ່ບັນດາພັກຝ່າຍຄ້ານພວມຮຽກຮ້ອງໃຫ້ມີການເລືອກຕັ້ງໂດຍໄວ, ຊຶ່ງປະທານາທິບໍດີເທີກີ, ທ່ານຣີເຊັບ ຕາຢິບ ເອີດູອານ (Recep Tayyip Erdogan) ໄດ້ປະຕິເສດ.
ພວກປະທ້ວງຮ້ອງຄຳຂວັນໃນຂະນະທີ່ທຳການປະທ້ວງຄັດຄ້ານການຈັບກຸມນັກເຄື່ອນໄຫວ 3 ຄົນ ທີ່ສະໜັບສະໜຸນເສລີພາບໃນການອອກຂ່າວໃນນະຄອນອິສຕານບູລ, ວັນທີ 21 ມິຖຸນາ, 2016.
ທ່ານຟາຣຸກ ເອີແຣນ (Faruk Eren), ຫົວໜ້າສະຫະພາບດ້ານຂ່າວສານ ຂອງສະຫະພັນກຳມະບານໃນອົງການສະຫະພັນຄວາມກ້າວໜ້າຂອງເທີກີ ກ່າວຕໍ່ວີ ໂອເອວ່າ "ພວກເຮົາມີຄວາມເປັນຫ່ວງວ່າ ຖ້າຮ່າງກົດໝາຍສະບັບນີ້ ໄດ້ກາຍເປັນກົດໝາຍກ່ອນການເລືອກຕັ້ງ ມັນຈະຖືກໃຊ້ເປັນເຄື່ອງມືທີ່ປາບບໍ່ໃຫ້ມີການອອກປາກອອກສຽງໄດ້." "ມີຂໍ້ກໍານົດທີ່ບໍ່ຊັດເຈນເຊັ່ນ 'ຂ່າວປອມ ແລະຂ່າວທີ່ບໍ່ຖືກຕ້ອງ' ຢູ່ໃນຮ່າງກົດໝາຍນັ້ນ. ລັດຖະບານໄດ້ເອີ້ນທຸກ ຂ່າວທີ່ລົບກວນຕົວເອງວ່າ [a] 'ຂີ້ຕົວະ' ຫຼື 'ບໍ່ມີມູນຄວາມຈິງຢູ່ແລ້ວ. ດຽວນີ້ພວກເຂົາຈະພະຍາຍາມປິດປາກປິດສຽງສື່ທາງດິຈິຕອລໂດຍໃຊ້ກົດ ໝາຍນີ້.”
ພາບຂອງປະທານາທິບໍດີ Tayyip Erdogan ໃນບັນຊີ Twitter ຖືກຖ່າຍຢູ່ທີ່ນະຄອນ Istanbul, ວັນທີ 21 ມີນາ 2014.
ແຕ່ຢ່າງໃດກໍຕາມ, ຜູ້ລົງນາມໃນການສະເຫນີຮ່າງກົດໝາຍນີ້ກ່າວວ່າ, ຮ່າງ ກົດຫມາຍແມ່ນຈໍາເປັນຕ້ອງມີເພື່ອປົກປ້ອງປະຊາຊົນບໍ່ໃຫ້ "ຖືກໃສ່ຮ້າຍປ້າຍສີ, ຖືກດູຖູກ, ຫມິ່ນປະຫມາດ, ຖືກໃສ່ຮ້າຍ, ກຽດຊັງ ແລະຈໍາແນກ." ເຂົາເຈົ້າຍັງ ໂຕ້ແຍ້ງອີກວ່າ ລະບຽບການດັ່ງກ່າວກ່ຽວກັບການເຜີຍແຜ່ຂໍ້ມູນ ບໍ່ຖືກຕ້ອງແມ່ນ ໄດ້ຖືກບັງຄັບໃຊ້ໂດຍບັນດາປະເທດຕາເວັນຕົກ, ລວມທັງສະຫະລັດ ແລະບັນ ດາປະເທດຢູໂຣບ.