ນັກຂ່າວເທີກີ ຖືກດຳເນີນຄະດີ ໃນຖານຂຽນຂ່າວ ກ່ຽວກັບ ການລັກລອບອາວຸດ

ທ່ານ Can Dundar (ກາງ) ຫົວໜ້າບັນນາທິການໜັງສືພິມ Cumhuriyet ໄປເຖິງສານ ທີ່ນະຄອນ Istanbul ປະເທດ Turkey ທີ 25 ມີນາ 2016.

ນັກ​ຂ່າວ​ສອງ​ຄົນ ​ກຳລັງ​ຖືກດຳ​ເນີນ​ຄະດີ​ຢູ່ໃນເທິ​ກີ ​ໃນ​ວັນ​ສຸກ
​ມື້​ນີ້ ​ໃນ​ຂໍ້​ຫາວ່າ​ເຂົາ​ເຈົ້າ​ເປີດ​ເຜີ​ຍຄວາມ​ລັບ​ຂອງ​ລັດຖະບານ
​ແລະ​ໃຫ້ການ​ຊ່ອຍ​ເຫລືອ​ແກ່​ອົງ ການ​ກໍ່​ການ​ຮ້າຍ ຢູ່​ໃນ​ລາຍ
​ງານ​ເຂົາ​ເຈົ້າ ກ່ຽວ​ກັບການ​ລັກ​ລອບ​ອາວຸດ​ໄປ​ສູ່ຊີເຣຍ ຕາມ
ທີ່​ມີ​ການ​ກ່າວ​ຫານັ້ນ.

ທ່ານ Can Dundar ​ແລະທ່ານ Erdem Gul ຈາກ​ໜັງສືພິມ
Cumhuriyet ອາດ​ຈະໄດ້​ຮັບໂທດ​ຕິດ​ຄຸກຕະຫລອດ​ຊີວິດ ຖ້າ​
ຫາກ​ເຂົາ​ເຈົ້າຖືກ​ພົບ​ເຫັນ​ວ່າ ມີ​ຄວາມ​ຜິດ​ໃນ​ຂໍ້ຫາ​ເຫລົ່ານີ້.

ເຂົາ​ເຈົ້າໄດ້​ຖືກ​ກ່າວ​ຫາວ່າ ພິມ​ເຜີຍ​ແຜ່ຮູບ​ພາບ ທີ່ເກີດ​ຂຶ້ນໃນ
​ເດືອນ​ມັງກອນປີ 2014ຂອງ​ພວກ​ລົດ​ບັນທຸກ​ໄປ​ສູ່​ຊີ​ເຣຍ ທີ່​ໜັງສືພິມ​ໄດ້​ກ່າວວ່າ ເປັນ​ການ​ພິສູດໃຫ້​ເຫັນວ່າເທິ​ກີ ​ໄດ້​ລັກລອບ​ອາວຸດ​ເຂົ້າ​ໄປຊີ​ເຣຍ.

​ເທີ​ກີ​ກ່າວ​ວ່າ ພວກ​ນັກ​ຂ່າວ​ ​ໄດ້​ໃຫ້ການຊ່ວຍເຫລືອ​ແກ່​ຂະ​ບວນການ​ເຄື່ອນ​ໄຫວ​ອິສລາມ
ທີ່​ນຳພາ​ໂດຍ ນັກ​ສອນ​ສາສະໜາ Fethullah Gulen ທີ່​ມີ​ຫ້ອງການ​ຢູ່ໃນ​ສະຫະລັດ.

​ເທິກີ ມີ​ປະຫວັດ​ການ​ເຄົາລົບ​ນັບຖືສິດທິ​ມະນຸດ​ທີ່​ຂີ້ຮ້າຍຫຼາຍ ​ແລະ​ປະຫວັດກ່ຽວ ກັບ​ການ​
ຕັ້ງຂໍ້​ກ່າວ​ຫາທີ່​ພົວພັນ​ກັບ​ລາຍ​ງານຂອງພວກ​ນັກ​ຂ່າວ. ບັນດາອົງການ ​ອິດສະຫຼະພາບ
​ດ້ານ​ສື່​ມວນ​ຊົນ ກົດ​ດັນ​ໃຫ້ Ankara ຍົກເລີກ​ຂໍ້​ຫາ​ຕໍ່ທ່ານ Dundar ​ແລະ ທ່ານ​ Gul.

ທ່ານ Dundar ​ເປັນ​ຫົວໜ້​າບັນນາທິການ​ໜັງສືພິມ Cumhuriyet ​ແລະ​ທ່ານ Gul ​ເປັນ
​ຫົວໜ້າ​ຫ້ອງການ​ຢູ່ນະ​ຄອນ Ankara.