ປະທານາທິບໍດີ ເທີກີ ຮຽກຮ້ອງ ໃຫ້ຈັດ ການເລືອກຕັ້ງ ໃໝ່

ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan, 31 ກໍລະກົດ, 2015.

ປະທານາທິບໍດີ ​ເທີ​ກີ ທ່ານ Recep Tayyip Erdogan ​ໄດ້ຮຽກ​ຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ລັດຖະສະພາ​ໃໝ່, ຫຼັງ​ຈາກ​ກຳນົດ​ເສັ້ນ​ຕາຍ​ໄດ້​ລ່ວງກາຍແລ້ວ​ ສຳລັບ​ການສ້າງ​ລັດຖະບານຮ່ວມ​ກັບ​ພັກ​ຝ່າຍ​ຄ້ານ.

ການ​ເຄື່ອນ​ໄຫວດັ່ງກ່າວ, ໄດ້​ປະກາດໃນ​ຖະ​ແຫຼ​ງການ ປະທານາທິບໍດີ ​ໃນ​ວັນ​ຈັນ​ວານ​ນີ້, ​ແມ່ນ​ໄດ້​ຖືກ​ຄາດໝາຍ​ຢ່າງ​ກວ້າງ​ຂວາງ ​ຫຼັງ​ຈາກ​ສອງ​ເດືອນ​ ທີ່ໄດ້ມີ​ການ​ເຈລະຈາ​ກ່ຽວກັບ ການສ້າງຕັ້ງລັດຖະບານ ​ບໍ່ສາມາດທີ່​ຈະ​ສ້າງ​ລັດຖະບານ​ໃໝ່ໄດ້.

ຖະ​ແຫຼ​ງການ​ດັ່ງກ່າວ​ບໍ່​ໄດ້​ແຈ້ງໃຫ້ວ່າ ເມື່ອ​ໃດ​ການ​ເລືອກ​ຕັ້ງໃໝ່​ຈະມີ​ຂຶ້ນ, ​ແຕ່​ເຈົ້າ​ໜ້າ​ທີ່​ລັດຖະບານ​ໄດ້​ກ່າ​ວກ່ອນ​ໜ້າ​ນີ້​ວ່າ ​ເບິ່ງ​ຄື​ວ່າ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 1 ​ເດືອນ​ພະຈິກ​ນີ້.

​ເຈົ້າ​ໜ້າ​ທີ່​ຂອງ​ລັດຖະບານ​ກ່າວ​ວ່າ ທ່ານ Erdogan ມີ​ກຳ​ນົດທີ່​ຈະ​ພົບ​ປະ​ກັບ​ນາຍົກ ລັດຖະມົນຕີ Ahmet Davutoglu ​ໃນ​ວັນ​ອັງຄານ​ມື້​ນີ້, ​ເພື່ອຂໍຮ້ອງໃຫ້​ທ່ານສ້າ​ງ ລັດຖະບານ ປະສົມ​ຊົ່ວຄາວ ​ຈົນ​ກວ່າ ການ​ເລື​ອກຕັ້ງຄັ້ງ​ໃໝ່ຈັດ​ຂຶ້ນແລ້ວ.

ພັກ​ຍຸດຕິ​ທຳ ​ແລະ ການ​ພັດທະນາ​ ຂອງ​ທ່ານ Erdogan ​ໄດ້ເສຍ​ສຽງ​ສ່ວນ​ຫຼາຍໃນ​ລັດຖະ ສະພາ​ໃນ​ເດືອນ ມິຖຸນາ ​ເປັນ​ຄັ້ງ​ທຳ​ອິດ​ຕັ້ງ​ແຕ່​ປີ 2002, ເຮັດ​ໃຫ້​ພວກ​ເຂົາ​ຕ້ອງ​ໄດ້ເຈລະຈາ​ ກັບ​ພັກ​ຝ່າຍ​ຄ້ານ​ເພື່ອ​ພະຍາຍາມ​ສ້າງ​ຕັ້ງລັດຖະບານປະສົມ.

ຄູ່​ແຂ່ງຂອງ​ທ່ານ Erdogan ໄດ້ກ່າວໂທດທ່ານ ພະຍາຍາມທັບມ້າງ ການສ້າງຕັ້ງ ລັດຖະບານປະສົມ ດັ່ງນັ້ນທ່ານກໍຈະສາມາດເຮັດໃຫ້ພັກ ຂອງທ່ານ ມີໂອກາດໃນການ ເອົາຊະນະຄືນສຽງສ່ວນຫຼາຍ ແລະ ກຳ ອຳນາດຄົນດຽວ.

ຄວາມບໍ່ແນ່ນອນທາງດ້ານການເມືອງຂອງ ເທີກີ, ພ້ອມກັບການຕໍ່ສູ້ ກັບພວກຫົວຮຸນແຮງ ລັດອິສລາມ ຢູ່ເຂດຊາຍແດນຂອງພວກເຂົາ ແລະ ຄວາມຮຸນແຮງກັບພວກຫົວຮຸນແຮງ ຊາວ ເຄີດ ຢູ່ໃນບ້ານຕົນ, ໄດ້ເຮັດໃຫ້ສະກຸນເງິນ Lira ມີຄ່າຕົກຕ່ຳລົງເປັນປະຫວັດການ.