ຄວາມສຳພັນ ລະຫວ່າງ ສຫລ ກັບ ເທີກີ ພວມຊຸດໂຊມ ຍ້ອນ ລັດຖະປະຫານ

ພວກທະຫານ ທີ່ສົງໄສພົວພັນ ນຳການເຮັດລັດຖະປະຫານ ຖືກຕຳຫຼວດຄວບຄຸມຕົວໄປສານ ທີ່ເມືອງ Marmaris ປະເທດເທີກີ. (17 ກໍລະກົດ 2016)

ຄວາມ​ສຳພັນ ​ທີ່​ມີ​ຄວາມ​ສຳຄັນ​ ໃນດ້ານ​ຍຸດ​ທະ​ສາດ​ ລະຫວ່າງ ​ສະຫະລັດ ​ແລະ​ເທີ​ກີ ​ມີ​ຄວາມເຄັ່ງ​ຕຶງ​ເພີ້ມຂຶ້ນ ​ໃນ​ຂະນະ​ທີ່​ພວກ​ເຈົ້າໜ້າ​ທີ່​ໃນ​ນະຄອນ​ອັງກາຣາສືບ​ຕໍ່​ການ​ປາບ​ປາມ ​ພວກ​ທີ່​ຖືກ​ກ່າວ​ຫາ​ວ່າ ວາງ​ແຜນເຮັດ​ລັດ​ຖະປະຫານ ​ແລະ​ພວກ​ທີ່​ເປັນ​ໃຈ.

ວໍ​ຊິງ​ຕັນ​ແມ່ນ​ຕົກ​ຢູ່​ໃນ​ສະພາບ ​ທີ່ຕ້ອງໄດ້​ອອກ​ຄຳ​ເຕືອນ​ກ່ຽວ ​ກັບ​ການ​ໃຊ້​ມາດ​ຕະການ​ຜະ​ເດັດ​ການ​ເພີ້ມຂຶ້ນ ​ໂດຍ​ການ​ປະກາດ ​ພາວະ​ສຸກ​ເສີນ​ຂອງ​ເທີກີ ​ແລະການສະ​ແດງ​ຄວາມ​ສະໜັບສະໜຸນ ​ຕໍ່​ລັດຖະບານ​ທີ່​ຖືກ​ເລືອກ​ແບບປະຊາທິປະໄຕ ທີ່​ໄດ້​ຕໍ່​ສູ້​ກັບ​ການ​ເຮັດ​ລັດຖະປະຫານ​ດັ່ງກ່າວ.

ພວກນັກຂ່າວ ທີ່ໄປເຕົ້າໂຮມກັນຢູ່ນອກສານ ເພື່ອສະໜັບສະໜຸນ ໝູ່ເພື່ອນ ທີ່ຖືກຈັບ ໃນຂໍ້ຫາ ພົວພັນກັບ ລັດຖະປະຫານ.

ແຫ​ຼ່ງທີ່​ມາ​ຂອງ​ຄວາມ​ບໍ່ພໍ​ໃຈ ພວມ​ເພີ້ມທະວີຂຶ້ນ ກໍ​ຍ້ອນ ​ມີ​ຂ່າວ​ລື​ໃນ​ເທີ​ກີ​ວ່າ ສະຫະລັດ ​ມີ​ບົດບາດ​ໃນ​ການ​ພະຍາຍາມ​ເຮັດ​ລັດຖະປະຫານ​ດັ່ງກ່າວ ຊຶ່ງ​ເປັນ​ສິ່ງ​ທີ່​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kirby ໃນ​ວັນ​ພະຫັດ ວານ​ນີ້​ເອີ້ນວ່າ “​ເປັນ​ເລື້ອງທີ່​ໜ້າ​ຢາກຫົວ.”

ລັດຖະບານ​ເທີ​ກີ ​ໄດ້​ສັ່ງ​ປິດ​ສື່​ມວນ​ຊົນ 130 ​ແຫ່ງ ຮວມທັງ​ສະຖານີ​ໂທລະພາບ ວິທະຍຸ ໜັງສືພິມແລະ​ອົງການ​ຂ່າວ​ຕ່າງໆ ​ແລະ​ນັກ​ຂ່າວ​ປະມານ 90 ຄົນ​ໄດ້​ຖືກ​ຈັບຫຼືບໍ່​ກໍ​ມີ​ການ​ອອກ​ໝາຍ​ຈັບ.

ທ່ານ Kirby ກ່າວ​ວ່າ “ພວກ​ເຮົາ​ເປັນ​ຫ່ວງ​ທີ່​ສຸດ ​ເທີ​ກີ​ແມ່ນ​ສຳຄັນ​ສຳລັບ​ພວກ​ເຮົາ​ໃນ​ຖາ ນະ​ເພື່ອນ​ແລະພັນທະ​ມິດ ​ແລະ​ປະຊາທິປະ​ໄຕ​ຂອງ​ພວກ​ເຂົາເຈົ້າ​ ເປັນ​ເລື້ອງສຳຄັນ​ສຳ ລັບ​ພວກ​ເຮົາ.”

ມີພວກ​ທະຫານ​ປະມານ 1,700 ຄົນ​ໄດ້​ຖືກ​ປົດ​ອອກ​ຈາກ​ໜ້າ​ທີ່ຮວມທັງ​ນາຍ​ພົນ​ແລະ​ພົນ​ເຮືອ​ເອກ 150 ຄົນ ທີ່​ສົງ​ໄສ​ວ່າ ມີ​ຄວາມ​ສຳພັນ​ກັບ​ພວກ​ເຮັດ​ລັດຖະປະຫານ​ທີ່ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ.

​ເທີກີ​ແມ່ນ​ເປັນ​ພັນທະ​ມິດ​ທີ່​ສຳຄັນ​ ຂອງ​ສະຫະລັດ​ໃນ​ການ​ຕໍ່ສູ້ ​ຕ້ານ​ໃນ​ອັນ​ທີ່​ເອີ້ນວ່າ​ກຸ່ມ​ລັດ​ອິສລາມທີ່​ປະຕິບັດ​ງານ​ຢູ່​ໃນ​ອີຣັກ​ແລະ​ຊີ​ເຣຍ ຊຶ່ງ​ປະ​ເທດ​ທັງ​ສອງ ຕ່າງ​ກໍມີ​ຊາຍ​ແດນ​ຕິດ​ກັບ​ເທີ​ກີ ທີ່​ເປັນ​ສະມາຊິກ​ຂອງ​ອົງການ​ເນ​ໂຕ້.

ຖານ​ທັບ​ອາກາດ Incirlik ທີ່​ສະຫະລັດໃຊ້​ຮ່ວມ​ກັນ​ກັບ​ກອງທັບ​ເທີ​ກີ​ນັ້ນ ​ແມ່ນ​ເພື່ອທຳ​ການ​ໂຈມ​ຕີ​ກຸ່ມ​ລັດ​ອິສລາມ​ແລະ​ຍັງ​ເປັນ​ສູນ​ກາງ​ການ​ປະຕິບັດ​ງານ​ໃນ ການ​ໃຫ້​ຄວາ​ມ ຊ່ອຍ​ເຫລືອ​ຂອງ​ສະຫະລັດ​ນຳ​ດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Turkey Press 1