ເທີກີ ກ່າວວ່າ ຖ້າສະຫະລັດ ບໍ່ສົ່ງຕົວທ່ານ Gulen ໃຫ້ຕົນ ຈະເກີດຄວາມເສຍຫາຍ ຕໍ່ສາຍພົວພັນ

ທ່ານ Fethullah Gulen, ຜູ້ສອນສາສະໜາ ຊຶ່ງຖືກກ່າວຫາວ່າ ເປັນຜູ້ຢູ່ເບື້ອງຫຼັງ ໃນການກໍ່ລັດຖະປະຫານ ທີ່ຢູ່ໃນບ້ານ Saylorsburg, Pennsylvania, 16 ກໍລະກົດ, 2016.

ໃນ​ວັນ​ອັງຄານ​ມື້ນີ້ ​ເທີ​ກີ​ໄດ້​ເຕືອນ​ສະຫະລັດວ່າ​ ຖ້າ​ສະຫະລັດ ຫາກ​ບໍ່ຍອມ​ສົ່ງ​ ທ່ານ Fethullah Gulen ນັກ​ສອນ​ສາສະໜາທີ່ພຳນັກ​ຢູ່​ລັດ​ Pennsylvania ທີ່​ເທີ​ກີ​ກ່າວ​ຫາ​ວ່າ​ ເປັນ​ຜູ້​ວາງ​ແຜນ ເຮັດ​ລັດຖະປະຫານ​ທີ່​ປະສົບ​ກັບ​ຄວາມລົ້ມ​ແຫຼວ​ນັ້ນ ຈະ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງໃຫ້​ແກ່​ຄວາມ​ສຳພັນ​ລະຫວ່າງ​ປະ​ເທດ​ທັງ​ສອງ.

ຖ້າ​ສະຫະລັດ​ຫາກ​ບໍ່​ສົ່ງ​ໂຕ​ທ່ານ Gulen ​ໃຫ້ ​ເຂົາ​ເຈົ້າຈະ​ເສຍສະຫລະຄວາມສຳພັນ ​ກັບ​ເທີ​ກີ ຍ້ອນ​ເຫັນ​ແກ່​ຜົນ​ປະ​ໂຫຍ​ດຂອງ​ພວກ​ກໍ່​ການ​ຮ້າຍ​ ນັ້ນຄື​ຄຳ​ເວົ້າຂອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ເທີ​ກີ ທີ່​ກ່າວ​ໃນ​ລະຫວ່າງ​ການ​ໃຫ້​ສຳພາດ​ທາງ ​ໂທລະພາບ.

ຊາວເທີກີ ໃຊ້ໂທລະສັບສ່ວນຕົວ ເພື່ອຖ່າຍພາບ ກ່ອນການຂຶ້ນກ່າວຄຳປາໄສຂອງທ່ານ Recep Tayyip Erdogan ການປະທ້ວງປະຊາທິປະໄຕ ແລະ Martyrs ໃນນະຄອນ Istanbul, 7 ສິງຫາ 2016.

ລັດຖະບານ​ເທີ​ກີ​ໄດ້​ພະຍາຍາມ​ຊ້ຳ​ແລ້ວ​ຊ້ຳ​ອີກ ທີ່​ຈະ​ກົດ​ດັນ​ໃຫ້​ສະຫະລັດ​ມອບ ​ໂຕ​ທ່ານ Gulen ​ໃຫ້​ຕົນ ບໍ່​ດົນ​ຫລັງ​ຈາກ​ໄດ້​ມີ​ການ​ພະຍາຍາມ​ເຮັດ​ລັດຖະປະຫານ​ທີ່​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ​ໃນ​ວັນ​ທີ 15 ກໍລະກົດ​ຜ່ານ​ມາ.

​ໃນ​ສັບປະດາ​ແລ້ວນີ້ ທະນາຍຄວາມ ​ທີ່​ຕໍ່ສູ້​ຄະດີ​ໃຫ້​ທ່ານ Gulen ກ່າວ​ວ່າ ລັດ ຖະບານ​ເທີກີບໍ່​ໄດ້​ມອບ​ຫລັກ​ຖານ​ໃດໆ​ທີ່​ພິສູດ​ວ່າ ຜູ້ກ່ຽວ​ມີ​ການ​ພົວພັນ​ໃນ​ການ ​ເຮັດ​ລັດຖະປະຫານ ​ແລະ​ທ່ານ Gulen ກໍ​ບໍ່​ຄວນ​ແລະ​ບໍ່​ຕ້ອງ​ທີ່​ຈະ​ຖືກ​ສົ່ງ​ໂຕ​ໄປ​ໃຫ້​ລັດຖະບານ​ເທີ​ກີ.

ທ່ານ Reid Weingarten ​ນຶ່ງ​ໃນ​ຈຳນວນ​ພວກ​ທະນາຍຄວາມກ່າວ​ຕື່ມ​ວ່າ ລັດຖະມົນຕີ​ເທີ​ກີ 3 ທ່ານ​ທີ່​ເດີນທາງ​ມາ​ຢ້ຽມຢາມ​ສະຫະລັດ​ໃນ​ສັບປະດາ​ແລ້ວ​ເພື່ອ ພະຍາຍາມແລະ​ຊອກ​ຫາ​ຊ່ອງ​ທາງ​ໃຫ້​ສົ່ງໂຕທ່ານ Gulen ໄປ​ໃຫ້​ນັ້ນ ມີ​ແຕ່​ຈະ ​ເພີ້ມທະວີ​ຄວາມ​ສັບຊ້ອນ​ແລະຄວາມ ບໍ່​ໜ້າ​ເຊື່ອ​ຖືຫຼາຍຂຶ້ນ​ກ່ຽວ​ກັບ​ການ​ກ່າວ​ຫາຕໍ່​ທ່ານ Gulen ​ທີ່​ວ່າ​ມີ​ການ​ສົມຮູ້​ຮ່ວມ​ຄິດ.

ທ່ານ​ກ່າວ​ວ່າ ການ​ສົ່ງ​ໂຕ​ຜູ້​ຮ້າຍ​ຂ້າມ​ແດນໂດຍ​ພື້ນຖານ​ແລ້ວ​ແມ່ນ​ຂັ້ນຕອນ​ທາງ​ດ້ານ​ກົດໝາຍ. ພວກ​ເຮົາ​ເປັນ​ທະນາຍຄວາມ ພວກ​ເຮົາ​ແມ່ນ​ເວົ້າ​ເລື້ອງຫຼັກ​ຖານ ​ແລະ​ພວກ​ເຮົາ​ແມ່ນ​ເວົ້າ​ເລື້ອງ ຂະ​ບວນການ​ທາງ​ຍຸຕິ​ທຳ ລອງ​ເດົາ​ເບິ່ງວ່າ​ແມ່ນ​ຫຍັງ? ຂັ້ນຕອນ​ໃນ​ການ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ຫຼັກຖານ​ແລະ​ຂະ​ບວນການ​ທາງ ດ້ານ​ຍຸຕິ​ທຳ​ແມ່ນ​ເປັນ​ສິ່ງສຳຄັນ.

ວໍ​ຊິງ​ຕັນ​ກ່າວ​ວ່າ ​ເພື່ອ​ວ່່າຂັ້ນຕອນ​ໃນ​ການ​ສົ່ງ​ໂຕ​ທ່ານ Gulen ​ໄປ​ໃຫ້​ຈະ​ເລີ້ມຂຶ້ນ​ໄດ້ ​ເທີ​ກີ​ຕ້ອງ​ໄດ້​ມີ​ຫລັກ​ຖານ​ອັນ​ໜັກ​ແໜ້ນ​ສະ​ແດງ​ໃຫ້​ເຫັນເຖິງ​ການ​ພົວພັນ ຂອງທ່ານ Gulen ​ໃນ​ການ​ເຮັດ​ລັດຖະປະຫານ​ດັ່ງກ່າວ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ