ເທີກີ ສືບຕໍ່ ຖິ້ມລະເບີດໃສ່ ພວກກຸ່ມ IS ໃນຊີເຣຍ ແລະ ພວກກະບົດ PKK ໃນອີຣັກ

ພາບບັນທຶກວີດີໂອ ຂອງເຮືອບິນລົບໄອພົ່ນ ທີ່ເປີດເຜີຍ ໂດຍອົງການຂ່າວ Anadolu ຂອງທາງການເທີກີ, ວັນທີ 24 ກໍລະກົດ 2015 ອັນທີ່ພວກເຂົາລາຍງານວ່າ ເປັນການໂຈມຕີຕໍ່ເປົ້າໝາຍຕ່າງໆ ໂດຍເຮືອບິນລົບເທີກີ ທີ່ທະລົ່ມກຸ່ມຫົວຮຸນແຮງ ລັດອິສລາມຢູ່ເຂດຊາຍແດນ ໃນຊີເຣຍ.

ທະຫານ​ເທີ​ກີ​ສອງ​ຄົນ ຖືກ​ສັງຫານ ​ແລະ ອີກ​ສີ່​ຄົນ​ບາດ​ເຈັບ ​
ເມື່ອ​ຕອນ​ຄ່ຳ​ວັນ​ເສົາ​ວານ​ນີ້ ​ໃນ​ເຫດ​ລົດວາງ​ລະ​ເບີດ​ແຕກ​ຂຶ້ນ
ຢູ່​ໃນ​ແຂວງ​ທີ່​ມີ​ຊາວ​ເຄີ​ດອາ​ໃສ​ຢູ່​ເປັນ​ສ່ວນ​ໃຫຍ່ ຢູ່​ທາງ​ພາກ​
ຕາ​ເວັນ​ອອກສຽງໃຕ້​ຂອງ​ເທີ​ກີ.

​ເມື່ອ​ຕອນ​ເຊົ້າວັນ​ເສົາ​ວານ​ນີ້​ເຊັ່ນ​ກັນ ​ເຮືອບິນ​ລົບເທີ​ກີຫຼາຍລຳ
​ໄດ້​ໂຈ​ມຕີຄ້າຍຕ່າງໆ​ ຂອງ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຢູ່​ໃນ​
ຊີ​ເຣຍ ​ໃນ​ຂະນະ​ດຽວ​ກັນ ກອງ​ກຳລັງ​ເທີ​ກີ​ອີກ​ສ່ວນ​ນຶ່ງ ​ກໍໄດ້​
ໂຈມ​ຕີ ສະຖານ​ທີ່​ຂອງ​ພວກ ພັກ​ກຳມະກອນ​ເຄີ​ດ ຫຼື PKK ຢູ່​
ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ ຂອງ​ເທີ​ກີ ​ແລະ ການ​ໂຈມ​ຕີ
​ທາງ​ອາກາດຫຼາຍບັ້ນ​ແນ​ຖືກ​ເປົ້າ​ພວກ​ກະບົດ PKK ທີ່​ຕັ້ງຢູ່​
ສະຖານ​ທີ່​ຕ່າງໆ ​ໃນ​ພາກ​ເໜືອ​ຂອງ​ອີຣັກ.

ຜູ້ບັນຊາການກອງທັບອາກາດເທີກີ ພົນເອກ Akin Ozturk (ຊ້າຍ) ແຈ້ງໃຫ້ ນາຍົກລັດຖະມົນຕີເທີກີ ທ່ານ Ahmet Davutoglu ຊາບໂດຍຫຍໍ້ ໃນລະຫວ່າງ ກອງປະຊຸມຄວາມໝັ້ນຄົງພິເສດ ກ່ຽວັກັບລັດອິສລາມ ໃນຊີເຣຍ ແລະ ກຸ່ມ PKK ໃນອີຣັກ, ຢູ່ທີ່ຜະສາດ Cankaya ທີ່ນະຄອນຫຼວງ Ankara ປະເທດເທີກີ, ວັນທີ 25 ກໍລະກົດ 2015.

ບັນດາ​ເຈົ້າໜ້າ​ທີ່​ເທີ​ກີ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດດັ່ງກ່າວ ​ໃນຊີ​ເຣຍ ​ແມ່ນ​ໄດ້​ແນເປົ້າ ໝາຍໃສ່​ເພື່ອ​ສ້າງ​ “ເຂດ​ປອດ​ໄພ” ​ໃນ​ທົ່ວ​ບໍລິ​ເວນສ່ວນ​ນຶ່ງ ທີ່​ກວ້າງຂວາງ ​ທາງພາກ​ເໜືອ ​ຂອງ​ຊີ​ເຣຍ.

ນາຍົກລັດຖະມົນຕີ​ເທີ​ກີ Ahmet Davutoglu ກ່າວ​ໃນ​ວັນ​ເສົາ​ວານ​ນີ້ ວ່າ ການ​ປະຕິບັດ
​ການຮັກສາ​ຄວາມ​ໝັ້ນຄົງ​ຂອງ​ເທີ​ກີ ຈະ​ສືບ​ຕໍ່​ໄປ ຖ້າ​ຫາກ​ວ່າ ມີ​ຄວາມ​ຈຳ​ເປັນ. ທ່ານ
Davutoglu ເວົ້າວ່າ “ພາລະກິດ ​ເຫຼົ່ານັ້ນ ບໍ່​ແມ່ນ​ເປັນ​ຈຸດ​ດຽວ​ຂອງ​ການປະຕິບັດ​ການຕ່າງໆ ​ແລະ ຈະ​ສືບ​ຕໍ່​ໄປ ຖ້າ​ຫາກ​ວ່າ ຍັງ​ມີ​ການ​ຂົ່ມຂູ່​ຕໍ່ເທີ​ກີຢູ່​.” ທ່ານ​ເວົ້າ​ອີກ​
ວ່າ ບໍ່​ມີ​ຜູ້​ໃດ​ຄວນ​ສົງ​ໃສ​ຄວາມ​ຕັ້ງ​ໃຈ​ຂອງ​ພວກເຮົາເລີຍ. ພວກ​ເຮົາ​ຈະ​ບໍ່​ອະນຸຍາດ​ໃຫ້​
ເທີ​ກີ ກາຍ​ມາ​ເປັນ​ປະ​ເທດ​ທີ່​ປາດ​ສະ​ຈາກກົດໝາຍ.”

ເຮືອບິນລົບໄອພົົນ F-16 ກຽມພ້ອມທີ່ຈະບິນອອກ ໃນລະຫວ່າງການຊ້ອມລົບ Anatolian Eagle ຢູ່ທີ່ ຖານທັບອາກາດ 3rd Main Jet Air Base ໃກ້ກັບພາກກາງເມືອງ Anatolian ຂອງແຂວງ Konya.