ທະຫານເທີກີ ເຂົ້າໄປ ປະຕິບັດການ ຍົກຍ້າຍ ທະຫານຍາມ ສຸສານສຳຄັນ ໃນຊີເຣຍ

ພວກທະຫານເທີກີ ຢືນຍາມ ຢູ່ທາງເຂົ້າຫາສຸສານ Suleyman Shah ທີ່ບ້ານ Karakozak ເມືອງ Aleppo ຊີເຣຍ ເດືອນເມສາ 2011.

ກອງທັບ​ເທີ​ກີ ​ໄດ້ເຂົ້າ​ໄປປະຕິບັດ​ງານ​ໃນ​ຊີ​ເຣຍ ເມື່ອ​ຄືນ​ຜ່ານ
​ມາ​ນີ້ ​ເພື່ອຍົກຍ້າຍ​ພວກ​ທະຫານ ​ທີ່ຍາມ​ສຸສານ​ຂອງ​ມື້ລາງ
Suleyman Shah ພໍ່​ຕູ້​ຂອງ​ຜູ້​ກໍ່​ຕັ້ງ​ອານາຈັກ Ottoman ຂຶ້ນ
​ມາ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ເທີ​ກີ ກ່າວ​ວ່າ ພວກ​ລົດ​ຖັງ ​ແລະ​ອາວຸດໜັກ
ອື່ນໆ ​ໄດ້​ເຄື່ອນ​ເຂົ້າ​ໃນ​ຊີ​ເຣຍ ​ໂດຍ​ຜ່ານ​ເມືອງ​ຊາຍ​ແດນ ​ໂຄ​
ບາ​ນີ ຊຶ່ງ​ພວກ​ນັກ​ຕໍ່ສູ້​ຊາວ​ເຄີ​ດຊີ​ເຣຍ ​ໄດ້​ຍຶດ​ເອົາຄືນ​ມາ​ໃນ
​ເດືອນ​ແລ້ວ​ນີ້ ຫຼັງ​ຈາກການ​ສູ້​ລົບ​ກັນ​ຢ່າງ​ດຸ​ເດືອດ ​ກັບ​ກຸ່ມ​ລັດ
​ອິສລາມ.

ບັນດາ​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ການ​ອອກ​ປະຕິບັດ​ງານ​ໄດ້ຮັບຄວາມສຳ​ເລັດ ​ໂດຍ​ໄດ້​ນຳ​ເອົາ
ພວກ​ທະຫານ​ຍາມ​ເຫຼົ່າ​ນັ້ນ​ ກັບ​ຄືນ​ມາຍັງ​ເທີ​ກີ ​ແລະ​ໃຫ້​ຂໍ້​ສັງ​ເກ​ດວ່າ ມີທະຫານ​ຄົນ​ນຶ່ງ
ເສຍ​ຊີວິດ ຍ້ອນ​ອຸບັດ​ເຫ​ດ.

ສຸສານ​ດັ່ງກ່າວ ຊຶ່ງ​ຢູ່​ເລິກ​ເຂົ້າ​ໄປ​ໃນ​ດິນ​ຊີ​ເຣຍ ປະມານ 35 ຫຼັກ​ກິ​ໂລ​ແມັດ ​ໃນແຂວງ Aleppo ນັ້ນ ​ຖື​ວ່າຢູ່​ໃນ​ດິນ​ແດນ​ຂອງ​ເທີ​ກີ ອີງ​ຕາມ​ສົນທິສັນຍາ​ທີ່​ໄດ້​ລົງ​ນາມ​ກັນ ​ໃນ
​ປີ 1921.

ທ່ານ Ahmet Davutoglu ນາຍົກລັດຖະມົນຕີ​ເທີ​ກີ ກ່າວ​ວ່າ ສຸສານດັ່ງກ່າວ​ຈະ​ຖືກ
ຍົກຍ້າຍ​ໄປ​ຕັ້ງ​ຢູ່​ບ່ອນ​ອື່ນ​ໃນ​ຊີ​ເຣຍ ​ໃກ້​ກັບ​ຊາຍ​ແດນ​ເທີ​ກີຫລາຍ​ຂຶ້ນ.

ລັດຖະບານ​ເທີ​ກີ ກ່າວ​ໃນ​ປີ​ແລ້ວ​ນີ້​ວ່າ ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມພວມ​ຄືບ​ໜ້າ​ໄປ
​ຍັງ​ສຸສານ​ດັ່ງກ່າວ ທີ່​ມີ​ທະຫານ​ເທີ​ກີ​ຫຼາຍ​ສິບ​ຄົນ​ຍາມ​ຮັກສາ​ຢູ່.

Your browser doesn’t support HTML5

Kurdish Fighters Hold Syrian Town With IS on Outskirts