ນາຍົກລັດຖະມົນຕີຂອງເທີກີ ທ່ານ Binali Yildirim ກ່າວໃນວັນພຸດວານນີ້ວ່າ ການເຈ ລະຈາສັນຕິພາບຊີເຣຍຢູ່ກາຊັກສະຖານ ໃນອາທິດນີ້ ແມ່ນ “ຄວາມສຳເລັດທາງດ້ານການທູດທີ່ແທ້ຈິງ.”
ເທີກີ ຣັດເຊຍ ແລະອີຣ່ານເປັນຜູ້ໄກ່ເກ່ຍໃນການຈັດກອງປະຊຸມເປັນເວລາສອງມື້ ທີ່ນະ ຄອນ Astana ລະຫວ່າງລັດຖະບານຊີເຣຍແລະຄະນະຜູ້ຕາງໜ້າຂອງພວກຕໍ່ຕ້ານ ຊຶ່ງໄດ້ຕົກລົງກັນ ໃນຕອນທ້າຍຂອງກອງປະຊຸມວ່າ ພວກເຂົາເຈົ້າຈະຕິດຕາມເບິ່ງການຢຸດ ຍິງເປັນບາງສ່ວນຢູ່ໃນຊີເຣຍ ແລະສະໜັບສະໜຸນ ການດຳເນີນຄວາມພະຍາຍາມເພື່ອ ຊອກຫາການແກ້ໄຂທາງດ້ານການເມືອງຕໍ່ບັນຫາຂັດ ແຍ້ງຢູ່ໃນປະເທດດັ່ງກ່າວ.
ທ່ານ Yildirim ກ່າວວ່າ ການແກ້ໄຂຄວນຈະພົວພັນ ກັບລັດຖະບານຊີເຣຍຊຸດໃໝ່ “ທີ່ ຕາງໜ້າໃຫ້ທຸກພັກຝ່າຍ.”
ຈາກຊ້າຍ, ຮອງລັດຖະມົນຕີການຕ່າງປະເທດເທີກີ Sedat Onal, ທູດພິເສດຣັດເຊຍ ກ່ຽວກັບຊີເຣຍ ທ່ານ Alexander Lavrentiev, ລັດຖະມົນຕີການຕ່າງປະເທດ Kazakh ທ່ານ Kairat Abdrakhmanov, ທູດພິເສດ ປະຈຳອົງການສະຫະປະຊາຊາດ ທ່ານ Mistura ແລະຮອງລັດຖະມົນຕີການຕ່າງປະເທດອີຣ່ານ Hossein Jaber Ansari ຖ່າຍຮູບຮ່ວມກັນ ກ່ອນການເຈລະຈາສັນຕິພາບ ໃນ Astana, 24 ມັງກອນ, 2017.
ນຶ່ງໃນບັນຫາທີ່ຍັງຄ້າງຄາໃນການເຈລະຈາສັນຕິພາບຮອບກ່ອນກໍແມ່ນບົດບາດ ຂອງປະທານາທິບໍດີ Bashar al-Assad ທີ່ຈະມີຢູ່ໃນລັດຖະບານຊຸດໃໝ່. ພວກຕໍ່ຕ້ານຢາກໃຫ້ທ່ານລົງຈາກອຳນາດ ແຕ່ພວກສະໜັບສະໜຸນທ່ານ ຮວມທັງຣັດເຊຍ ຢາກໃຫ້ຜູ້ກ່ຽວ
ກຳອຳນາດຕໍ່ໄປ.
ຖະແຫລງການສະບັບນຶ່ງ ໃນຕອນທ້າຍຂອງກອງປະຊຸມ ທີ່ນະຄອນ Astana ກ່າວວ່າ
ທຸກພັກຝ່າຍຂອງຊີເຣຍ ຈະພົບປະກັນອີກໃນເດືອນໜ້ານີ້ ທີ່ນະຄອນເຈນີວາ. ບັນດາກຸ່ມຕໍ່ຕ້ານລັດຖະບານ ທີ່ເຂົ້າຮ່ວມໃນການເຈລະຈາໄດ້ສະແດງຄວາມສົງໄສກ່ຽວກັບກົນໄກ
ສາມຝ່າຍ ທີ່ຈະຄ້ຳປະກັນ ໃຫ້ມີການປະຕິບັດຕາມການຢຸດຍິງ.
ທ່ານ Issam Alrayyes ໂຄສົກຂອງກອງທັບຊີເຣຍເສລີໃນເຂດພາກໃຕ້ກ່າວວ່າ “ພວກ ເຮົາແມ່ນມີຄວາມບໍ່ແນ່ໃຈສະເໝີ ກ່ຽວກັບປະເທດເຫລົ່ານັ້ນ. ຂ້າພະເຈົ້າໝາຍຄວາມວ່າ ສ່ວນໃຫຍ່ແມ່ນອີຣ່ານ ແນ່ນອນຣັດເຊຍ. ແຕ່ພວກ ເຮົາກໍຫວັງວ່າ ເທື່ອນີ້ຣັດເຊຍຈະເອົາບົດບາດທີ່ແຕກຕ່າງອອກໄປ.”
ຜູ້ນຳຄະນະຜູ້ແທນຂອງກຸ່ມຝ່າຍຄ້ານໃນຊີເຣຍ ທ່ານ Muhammad Alloush ໄດ້ໃຫ້ ການອະນຸມັດຕໍ່ການຢຸດຍິງໃນຂອບເຂດທີ່ກວ້າງຂວາງຂອງຣັດເຊຍແລະກ່າວວ່າ ທ່ານຄາດວ່າຈະໄດ້ຮັບຄຳຕອບພາຍໃນນຶ່ງອາທິດ.
ລັດຖະບານຊີເຣຍ ທີ່ໄດ້ຮັບການໜຸນຫລັງຈາກຣັດເຊຍແລະອີຣ່ານ ໄດ້ສະແດງ ຄວາມຊົມເຊີຍຕໍ່ແຜນການສາມຝ່າຍ ແຕ່ກໍໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ລັດຖະບານຈະດຳເນີນການຕໍ່ໄປ ໃນການບຸກໂຈມຕີທາງທະຫານຕໍ່ພວກຕໍ່ຕ້ານຢູ່ນອກນະຄອນຫລວງດາມັສກັສ.