ເທີກີ ພ້ອມແລ້ວ ຈະຊ່ວຍກາຕ້າ ໃນວິກິດການ ທີ່ພວມດຳເນີນຢູ່

ທະຫານເທີກີ ພວມຍ້າຍລົດ ອອກຈາກເຮືອບິນ ຢູ່ຄ້າຍທະຫານເຂົາເຈົ້າ ໃນນະຄອນ Doha ປະເທດ Qatar ວັນທີ 23 ມິຖຸນາ 2017.

ເທີ​ກີ​ ຍັງ​ສືບ​ຕໍ່ຖືກແກ່ດຶງ​ເຂົ້າ​ສູ່​ວິ​ກິດ​ການ ລະ​ຫວ່າງ Qatar ​ແລະ​ຊາ​ອຸ​ດີ ອາ​ຣາເບ​ຍ
ກັບ​ບັນດາ​ປະ​ເທດ​ໃນ​ເຂດ​ອ່າວ​ເປີ​ເຊຍ ກ່ຽວ​ກັບ​ການ​ກ່າວ​ຫາ​ວ່າ Doha ​ໃຫ້ການ​
ສະໜັບສະ​ໜູນ​ຕໍ່​ບັນດາ​ກຸ່ມ​ອິສລາ​ມ​ຫົວ​ຮຸນ​ແຮງຢູ່​ໃນ​ຂົງ​ເຂດ. Ankara ​ໃຫ້ການໜູນ
​ຫລັງຢ່າງ​ແຂງ​ຂັນ​ຕໍ່​ Qatar ​ແລະ​ໄດ້​ປະຕິ​ເສດ ​ທີ່​ຈະ​ຢຸດ​ເຊົາ​ການ​ການສ້າງ​ຄວາມ
ສຳພັນ​ທາງ​ທະຫານຂອງ​ຕົນ​ຫວ່າງ​ມໍ່​ໆ​ນີ້.

​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ ລົດ​ຫຸ້ມ​ເກາະ​ເທີ​ກີ​ຫ້າ​ຄັນ ​ແລະ​ທະຫານ 23 ຄົນ​ໄດ້ໄປເຖິງ
ນະຄອນ Doha ​ໃນ​ຖານະ​ທີ່​ເປັນ​ພາກສ່ວນນຶ່ງ ຂອງ​ການ​ສ້າງ​ຕັ້ງ​ຄ້າຍ​ທະຫານ ທີ່​
ປະກອບ​ດ້ວຍ​ທະຫານຫຼາຍ​ກວ່າ 5000 ຄົນ. ​ແຕ່​ວ່າການ​ປິດ​ຄ້າຍທະຫານດັ່ງກ່າວ
​ແມ່ນ​ນຶ່ງ​ໃນ​ການ​ຮຽກຮ້ອງ 13 ຂໍ້​ໃນ​ ທີ່ Riyadh ​ໄດ້​ຍື່ນ​ຕໍ່ Qatar ​ເພື່ອ​ຈະ​ຍຸຕິ​ວິ​ກິດ​
ການນີ້.

​ໃນ​ວັນ​ສຸກ​ວານ​ນີ້ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດເທີ​ກີ ທ່ານ Fikri Isik ໄດ້​ຕອບ​ໂຕ້​ຄືນ
ຢູ່​ໃນ​ການ​ໃຫ້​ສຳພາດ​ທາງ​ໂທລະພາບ​. “ການ​ຊັ່ງ​ຊາຄືນ​ໃໝ່ກ່ຽວ​ກັບຂໍ້​ຕົກ ລົງ​ເລື່ອງ​
ຄ້າຍ​ທະຫານ​ກັບ Qatar ນັ້ນ ບໍ່​ໄດ້​ຢູ່​ໃນ​ລາຍການ ​ຂອງ​ພວກ​ເຮົາ” ທ່ານ Isik ​ໄດ້​ກ່າວ​
ຢ້ຳວ່າ ​ການ​ສົ່ງ​ທະຫານ​ໄປ​ຕື່ມ ​ແມ່ນ​ບໍ່​ໄດ້​ແນ​ໃສ່ ປະ​ເທດ​ໃດໆ ​ແລະ​ຄວນ​ເຫັນ​ວ່າ​ເປັນ​
ການ​ປະກອບສ່ວນ ​ຕໍ່ການ​ສ້າງ​ສະຖຽນ​ລະ​ພາບ​ຢູ່​ໃນ​ຂົງ​ເຂດ. ​ໃນ​ການ​ໃຫ້​ຄວາມ​ເຫັນ
ກ່ຽວ​ກັບລາຍ​ງານການ​ປິດ​ຄ້າຍ​ທະຫານນັ້ນ ທ່ານ​ກ່າວ​ວ່າ “ຖ້າ​ຫາກ​ມີ​ການ​ຮຽກ​ຮ້ອງ
ດັ່ງກ່າວ ຈະ​ໝາຍ​ຄວາມ​ວ່າ​ເປັນ​ການ​ແຊກ​ແຊງຕໍ່ຄວາມ​ສຳພັນ​ສອງ​ຝ່າ​ຍ.”

ຂໍ້​ຕົກ​ລົງ​ເພື່ອ​ສ້າງ​ຕັ້ງ​ຄ້າຍ​ທະຫານ​ເທີ​ກີ ມີ​ຂຶ້ນ​ໃນ​ປີ 2014 ​ແລະ​ເປັນສ່ວນນຶ່ງ​ໃນ​ຍຸດ
​ທະ​ສາດອັນ​ກວ້າງຂວາງ​ຂອງ Ankara ​ໃນ​ການຂະຫຍາຍ​ອິດ​ທິພົນຂອງ​ຕົນ.

ທະຫານເທີກີ ເດີນທາງມາເຖິງ ນະຄອນ Doha ປະເທດ Qatar ວັນທີ 23 ມິຖຸນາ 2017.

“ຄ້າຍທະຫານ​ນີ້ ​ແມ່ນ​ມີ​ຄວາມສຳຄັນ​ ເພາະວ່າ​ມັນ​ເຮັດ​ໃຫ້​ເທີ​ກີ​ ມີ​ຄ້າຍຂອງ​ຕົນ​ຢູ່​ໃນ​
ຂົງ​ເຂດ” ນັ້ນ​ເປັນ​ຂໍ້​ສັງ​ເກດ​ຂອງ​ນັກຂ່າວ​ການ​ເມືອງ ທ່ານ Semih Idiz ຂອງເວັບ​ໄຊ
Al Monitor. “​ແຕ່​ຫລັງ​ຈາກ​ວິ​ກິດ​ການ​ Qatar ​ແລ້ວ ວິທີການທີ່ Ankara ​ໄດ້​ຮັບ​ຜ່ານ​
ຮ່າງ​ກົດໝາຍຢ່າງ​ຮີບ​ຮ້ອນອະນຸຍາດ​ໃຫສົ່ງ​ທະຫານ​ໄປ​ນັ້ນ ແມ່ນເປັນ​ທີ່​ແຈ້ງ​ຂາວ
ສະ​ແດງ​ໃຫ້​ເຫັນ​ຮ່ອງ​ຮອຍ ໃຫ້ການ​ສະໜັບສະໜູນ​ແກ່ຜູ້​ປົກຄອງ Qatar ທີ່​ລັດຖະມົນ
ຕີ​ປ້ອງ​ກັນ​ປະ​ເທດ​ເທີ​ກີໄດ້ກ່າວ.”

ປະທານາທິບໍດີເທິກີ ທ່ານ Recep Tayyip Erdogan ກ່າວຕໍ່ບັນດາສະມາຊິກພັກປົກຄອງຍຸຕິທຳ ພັດທະນາທີ່ ນະຄອນ Ankara ປະເທດເທີກີ.

ປະທານາທິບໍ​ດີ​ເທີກີ ທ່ານ Recept Tayyib Erdogan ​ໄດ້​ຢູ່​ແຖວ​ໜ້າ​ຂອງ​ຜູ້ໃຫ້ການ​
ໜູນ​ຫລັງ​ແກ່ Doha ​ໂດ​ຍຮ້ອງການ​ຂວ້ຳ​ບາດ​ຂອງ​ຊາ​ອຸ​ດີ ​ຕໍ່ Qatar ວ່າ “​ເປັນ​ການ​ລົງ​
ໂທດ​ປະຫານ​ຊີວິດ.” ພ້ອມ​ກັບ​ການ​ສົ່ງ​ທະຫານ​ໄປ​ນັ້ນ Ankara ຍັງ​ໄດ້​ນຳພາ​ ການ​ດຳ​ເນີນຄວາມ​ພະຍາຍາມ ​ເພື່ອ​ທັບ​ມ້າງ​ການ​ຂວ້ຳ​ບາດ ​ແລະສົ່ງການ​ຊ່ວຍ​ເຫລືອ​ຕ່າງໆ​
ຫລາຍ​ພັນ​ໂຕນໄປ​ໃຫ້ກາ​ຕ້າ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ