ເທີກີ ແລະຣັດເຊຍ ເຫັນພ້ອມ ໃຫ້ສ້າງເຂດ “ຫຼຸດ​ຜ່ອນຄວາມ​ເຄັ່ງ​ຕຶງ” ໃນຊີເຣຍ

ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan, ຂວາ ແລະປະທານາທິບໍດີຣັດເຊຍ ທ່ານ Vladimir Putin ຈັບມືກັນ ທີ່ກອງປະຊຸມ ໃນນະຄອນ Ankara ປະເທດ Turkey ວັນທີ 28 ກັນຍາ, 2017.

ປະທາ​ນາ​ທິບໍດີຣັດ​ເຊຍ ທ່ານ Vladimir Putin ແລະ​ຄູ່​ຕຳ​ແໜ່​ງ ຝ່າຍ​ເທີ​ກີ ທ່ານ
Recep Tayyib Erdogan ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້ຕົກລົງ​ເຫັນ​ພ້ອມ​ທີ່​ຈະ​ຊຸກຍູ້ ໃຫ້
ສ້າງ​ເຂດ “ຫລຸດ​ຜ່ອນຄວາມ​ເຄັ່ງ​ຕຶງ” ຢູ່​ໃນ​ແຂວງ Idlib ທາງ​ພາກ​ເໜືອ ທີ່​ສຳ​ຄັນ ​ຂອງ
ຊີ​ເຣຍ ​ເພື່ອຊ່ວຍ​ຍຸຕິສົງຄາມ​ກາງ​ເມືອງ.

ທ່ານ Erdogan ກ່າວ​ຫລັງ​ຈາກ​ການ​ສົນທະນາ​ໃນ​ນະຄອນ Ankara ວ່າທັງ​ສອງ​ໄດ້​
ເຫັນ​ພ້ອມ​ທີ່​ຈະ “ດຳ​ເນີນ​ການ​ຢ່າງ​ຂຸ້ນຂ້ຽວ​ເພີ້ມຕື່ມ” ​ໃນ​ການຈັດຕັ້ງປະ ປະຕິບັດ ເຂດ
ຫລຸດ​ຜ່ອນ​ຄວາ​ມ​ເຄັ່ງ​ຕຶງ​ ​ໃນແຂ​ວງ Idlib ຊຶ່ງ​ປັດ​ຈຸ​ບັນ​ນີ້ ​ຍັງ​ຢູ່​ພາຍ​ໃຕ້ການ​ຄວບ​ຄຸມ​ຂອງພວກນັກ​ລົບ​ອິສລາມ​ຫຼື jihadist.

ຂໍ້​ຕົກລົງ​ນີ້​ ເບິ່ງ​ກັນວ່າ ​ເປັນ​ບາດກ້າວ​ທີ່​ສຳຄັນ ໄປ​ສູ່​ການ​ສິ້ນ​ສຸດ​ລົງ​ຂອງສົງ ຄາມ​ກາງ​
ເມືອງ​ ແລະ​ການ​ແຜ້ວ​ທາງ​ໄປ​ສູ່​ການ​ເລີ້ມ​ຕົ້ນຂັ້ນຕອນສັນ​ຕິ​ພາບ.

ທ່ານ Putin ​ໄດ້​ປະກາດ​ທີ່​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ວ່າ “​ເງື່ອນ​ໄຂ​ທັງໝົດ​ໃນເວລາ​ນີ້
ແມ່ນ​ໄດ້​ສ້າງຕັ້ງຂຶ້ນ​ເພື່ອ​ຍຸຕິ​ສົງຄາມ​ຢູ່​ໃນ​ຊີ​ເຣຍ.”

ຮູບພາບເຜິຍແຜ່ໂດຍ ກະຊວງປ້ອງກັນປະເທດຣັດເຊຍ ວັນທີ 18 ສິງຫາ 2016 ສະແດງໃຫ້ເປັນເຮືອບິນລົບ ຖີ້ມລະເບີດ ຣັດເຊຍ Sukhoi Su-34.

ອິງ​ຕາ​ມລາຍ​ງານ​ແລ້ວ ທ່ານ Erdogan ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັບ​ທ່ານ Putin
ກ່ຽວ​ກັບຈຳນວນພົນລະ​ເຮືອນ​ທີ່​ເສຍ​ຊີວິດ​ໂດຍການ​ຖີ້ມລະ​ເບີດຂອງຣັດ ​ເຊຍຢູ່​ໃນ​
ຊີ​ເຣຍ. Ankara ​ແລະ Moscow ຕ່າງ​ກໍ​ໃຫ້ການ​ສະໜັບສະໜູນ​ແກ່​ຄູ່​ປໍ​ລະ​ປັກ ​ຢູ່​ໃນສົງຄາມກາງ​ເມືອງ ​ໃນຊີ​ເຣຍ. ຄວາ​ມສຳພັນລະຫວ່າງ​ປະ​ເທດ​ທັງ​ສອງ​ ໄດ້​ຕົກລົງ​
ສູ່ລະດັບ​ຕ່ຳ​ສຸດ ຫລັງ​ຈາກເຮືອບິນ​ຖີ້ມລະ​ເບີດ​ຣັດ​ເຊຍ​ ຖືກ​ຍິງຕົກ​ໂດຍ​ເຮືອບິນ​ລົບ​
ເທີ​ກີ​ໃນ​ປີ 2015. ​ເຖິງ​ຢ່າງ​ໃດ​ກໍ​ດີ ​ຄວາມ​ສຳພັນ​ໄດ້ດີ​ຂຶ້ນຄືນ ນັບ​ແຕ່ໄດ້​ມີ​ການ​ພະ
ຍາຍາມ​ຟື້ນຟູ​ຄວາມ​ສຳພັນ​ກັນ​ໃໝ່​ໃນ​ປີ​ກາຍ​ນີ້.

ແຕ່​ບັນດາ​ນັກວິ​ເຄາະເຕືອນ​ວ່າ ຄວາ​ມສຳພັນ​ເຫລົ່າ​ນີ້​ບໍ່ມີຜົນ​ບັງຄັບ.

ທ່ານ Sinan Ulgen ນັກຊ່ຽວຊານ ​ທີ່ ສະ​ຖາ​ບັນ Carnegie​ໃນ​ນະຄອນ Brussel
ກ່າວ​ວ່າ “ຈະ​ມີ​ຂອບເຂດ​ຈຳກັດ​ຢູ່​ສະ​ເໝີ ​ແລະ​ຄວາມ​ໃກ້​ຊິດໃນ​ການ ເຂົ້າ​ຫາ​ກັນຢ່າງ
​ໃດ ທີ່ຄວາມ​ສຳພັນ​ສາມາດ​ເປັນ​ໄປ​ໄດ້. ມີ​ປະຫວັດສາດຢູ່ທີ່​ວ່າ ມີີ​ຄວາມ​ແຕກ​ຕ່າງ​ກັນ
ກ່ຽວ​ກັບ​ປະ​ເທດທັງ​ສອງ​ພາກັນ​ເບິ່ງ​ການ​ເຄື່ອນ​ໄຫວ​ໃນ ຂົງ​ເຂດ​ແບບ​ໃດ. ​ເພາະສະ​
ນັ້ນ​ຈະ​ມີຂອບ​ເຂດ​ຈຳ​ກັດ​ຢູ່​ສະ​ເໝີ.”

ພວກທະຫານບ້ານ Kurdistan ພັກແຮງງານ ຫລື PKK, ກຳລັງແລ່ນໃນຂະນະທີ່ສູ້ລົບ ກັບໜ່ວຍຮັກສາຄວາມປອດໄພເທີກີ.

ຫລັງ​ຈາກ​ການ​ເຈລະຈາ​ຫາລື​ເປັນ​ເວລາຫລາຍ​ຊົ່ວ​ໂມງ​ ໃນການ​ຮັບ​ປະທານ​ອາຫານ
​ແລງ​ແລ້ວ ຜູ້ນຳ​ທັງ​ສອງ​ໄດ້​ກ່າວ​ຢ້ຳ​ເຖິງຄວາມ​ສຳຄັນກ່ຽວກັບຄວາມ​ສຳພັນ​ທີ່​ລົງ​ເລິກ​ຫຼາຍຂຶ້ນລະຫວ່າງປະ​ເທດທັງ​ສອງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Turkey Russia