ພວກໂຈມຕີ ສະໜາມບິນ ອິສຕັນບູລ ມາຈາກ ຣັດເຊຍ ອຸສເບັກກິສຖານ ແລະ ກຽກກິສຖານ

ຕຳຫລວດພິເສດ ກຳລັງກວດກາສະໜາມບິນ Ataturk ທີ່ນະຄອນ Istanbul ວັນທີ 30 ມິຖຸນາ, 2016.

ເທີ​ກີ​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ສາມ​ຄົນ ທີ່​ໄດ້​ທຳ​ການ​ໂຈມ​ຕີຢ່າງ​ຮ້າຍ​ແຮງ ​ທີ່​ສະໜາມບິນນາໆຊາດ Istanbul ​ໄດ້​ມາ​ຈາກ ຣັດ​ເຊຍ ອຸສ​ເບັກ​ກິສ​ຖານ ​ແລະ​ກຽກກິ​ສ ຖານ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ເທີກີ ຍັງ​ເຊື່ອວ່າການ​ໂຈມ​ຕີ ​ໄດ້​ເລີ້ມ​ໂດຍ​ພວກ​ນັກ​ລົບ​ອິສລາມ ​ແຕ່​ບໍ່​ໄດ້​ບອກ​ຊື່​ພວກ​ວາງ​ລະເບີດຜູ້​ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ໄດ້​ຍິງປືນ​ອັດຕະ ​ໂນ​ມັດເຂົ້າໃສ່​ພວກ​ຜູ້​ໂດຍສານ ​ແລະ​ພະນັກງານ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ​ ຢູ່​ທີ່​ສະໜາມ​ບິນນາໆ​ຊາດ Ataturk ກ່ອນລະ​ເບີດ​ຕົນ​ເອງ​ຕາຍ.

ຈຳນວນ​ຜູ້​ເສຍ​ຊີ​ວິດຈາກ​ເຫດ​ລະ​ເບີດ​ຢູ່​ສະໜາມ​ບິນ​ທີ່​ມີ​ຜູ້​ໂດຍສານ​ໄປມາຫລາຍ​ທີ່ສຸດ​ເປັນອັນ​ດັບສາມ​ໃນ​ຢູ​ໂຣບ ​ໄດ້​ເພີ້​ມຂຶ້ນ​ເປັນ 44 ຄົນ ​ໃນ​ຂະນະ​ທີ່ຫລາຍ​ກວ່າ 230 ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການໂຈມ​ຕີ.

ພະນັກງານສະໜາມບິນ ພາກັນໄວ້ອາໄລເພື່ອນມິດຂອງເຂົາເຈົ້າ ຜູ້ທີ່ໄດ້ເສຍຊີວິດ ຈາກການໂຈມຕີ ທີ່ສະໜາມບິນ Istanbul.

ຕຳຫລວດ​ໄດ້​ບຸກ​ເຂົ້າ​ໄປ​ກວດຄົ້ນ 16 ​ແຫ່ງໃນ​ສາມ​ຄຸ້ມ​ຂອງ​ນະ​ຄອນ Istanbul ​ໃນ​ວັນ​ພະຫັດ​ວານ​ນີ້ແລະຈັບ​ຜູ້​ຕ້ອງ​ສົງ​ໄສ 13 ຄົນ​ທີ່​ພົວພັນ​ກັບກຸ່ມ​ລັດ​ອິສລາມ.

​ຍິ່ງໄປ​ກວ່າ​ນັ້ນ ອົງການ​ຂ່າວ Anadou ຂອງລັດຖະບານ ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຈັບ​ເກົ້າ​ຄົນ ຢູ່ເມືອ​ງ Izmir ຊຶ່​ງ​ເປັນ​ເມືອງ​ແຄມ​ຝັ່ງ​ທະ​ເລ​ທາງພາກ​ຕາ​ເວັນ​ຕົກຂອງ​ປະ​ເທດ ​ໂດຍກ່າວ​ຫາ​ພວກ​ເຂົາວ່າ ​ພົວພັນ​ກັບ​ພວກ​ນັກ​ລົບລັດ​ອິສ ລາມຢູ່​ໃນ​ຊີ​ເຣຍ ທີ່ຮວມທັງ​ໃຫ້ການ​ສະໜັບສະໜູນດ້ານການ​ເງິນ​ແກ່​ກຸ່ມດັ່ງກ່າວ ​ເກນຄົນ ​ແລະ​ໃຫ້ການ​ສະໜັບສະໜຸນ​ດ້ານ​ພະລາທິການ.

ບັນດາສະມາຊິກຄອບຄົວ ແລະເພື່ອນຝຸງ ພາກັນສູດມົນໄວ້ອາໄລຢູສະໜາມບິນ Istanbul.

ຍາ​ຍົກ​ລັດຖະມົນ​ຕີ Binali Yildirim ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ການ​ສືບ​ສວນ​ຍັງ​ດຳ​ເນີ​ນຢູ່ຕໍ່​ໄປ ​ແຕ່​ວ່າ​ຫລັກ​ຖານ​ຊີ້​ໃສ່ກຸ່ມ​ລັດ​ອິສລາມ ​ເຖິງ​ແມ່ນ​ວ່າ​ພວກ​ຫົວ​ຮຸ່ນແຮງ​ຍັງ​ບໍ່​ໄດ້​ອ້າງ​ເອົາ​ຄວາ​ມຮັບຜິດຊອບ. ທ່ານ​ໄດ້​ສະແນະເໜີ​ວ່າການ​ໂຈມ​ຕີ​ອາດ​ເປັນ​ການ​ຕອບ​ໂຕ້​ຕໍ່​ເທີ​ກີທີ່​ໄດ້​ພະຍາຍາມ​ປັບປຸງ​ຄວາມສຳພັນກັບ ຣັດ​ເຊຍ ​ແລະ​ອິສຣາ​ແອ​ລ.

ຫົວໜ້າອົງການ​ສືບ​ລັບ​ສະຫະລັດ ທ່ານ John Brennan ກ່າວ​ວ່າ ການວາງ ລະ​ເບີດ ​ມີ​ຮ່ອງ​ຮອຍ​ຂອງ “ຄວາມ​ຊົ່ວ​ຊ້າ” ທຸກ​ຢ່າງ​ຂອງກຸ່ມ​ລັດ​ອິສລາມ ແລະ​ໄດ້​ເຕືອນ​ເຖິງ​ການ​ທ້າ​ທາຍ​ໃນ​ການ​ຢຸດ​ຢັ້ງ​ການ​ໂຈມຕີ​ດັ່ງກ່າວ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ພາບເດັ່ນ ປະຈຳ ວັນທີ 30 ມິຖຸນາ 2016