ພວກເຈົ້າໜ້າທີ່ເທີກີ ໄດ້ຮ້ອງໂຮຢ່າງໂກດແຄ້ນ ຕໍ່ນາຍົກລັດຖະມົນຕີເຢຍຣະມັນ ທ່ານ
ນາງ Angela Merkel ແລະຄູ່ແຂ່ງໃນການເລືອກຕັ້ງຂອງທ່ານນາງ ຄືທ່ານ Martin
Schulz ທີ່ຕິຕຽນເທີກີ ລະຫວ່າງການໂຕ້ວາທີ່ຜ່ານທາງໂທລະພາບໃນວັນອາທິດແລ້ວ
ນີ້ ກ່ອນການເລືອກຕັ້ງ.
ໂຄສົກປະທານາທິບໍດີເທີກີ ທ່ານ Ibrahim Kalin ໄດ້ສົ່ງຂໍ້ຄວາມໂດຍຂຽນລົງທາງ
Twitter ໃນວັນຈັນວານນີ້ວ່າ “ພວກເຮົາຫວັງວ່າບັນຍາກາດທີ່ເປັນບັນຫາດັ່ງກ່າວ ທີ່ເປັນການສ່ຽງສຳລັບ ສາຍພົວພັນເທີກີ-ເຢຍຣະມັນ ເຮັດໃຫ້ເຫັນການປ່ຽນແປງແນວ
ທາງການເມືອງພໍແຄບໆໃນບໍ່ຊ້ານີ້.”
ລະຫວ່າງການໂຕ້ວາທີຂອງພວກເພິ້ນນັ້ນ ທ່ານນາງ Merkel ກ່າວວ່າເທີກີ ບໍ່ສົມຄວນ
ມາເປັນສະມາຊິກສະຫະພາບຢູໂຣບ ໃນຂະນະທີ່ທ່ານ Schulz ໄດ້ກ່າວຫາທ່ານນາງ
Merkel ວ່່າອ່ອນແອຕໍ່ເທີກີ ແລະຮຽກຮ້ອງໃຫ້ມີຄວາມເຂັ້ມງວດຂຶ້ນ.
ຮູບພາບຈາກໂທລະພາບ ສະແດງໃຫ້ເຫັນການໂຕ້ວາທີ ລະຫວ່າງ ນາຍົກລັກຖະມົນຕີເຢຍຣະມັນ ທ່ານນາງ Angela Merke ແລະຜູ້ສະໝັກທ້າທາຍ ທ່ານ Martin Schulz ໃນນະຄອນ Berlin.
ຄຳຖະແຫລງຂອງທ່ານ Kalin ສົ່ງຢູ່ໃນຂໍ້ຄວາມໃນການຂຽນລົງທາງ Twitter ບໍ່ໄດ້
ໃຫ້ຄວາມສົນໃຈກັບການໂຕ້ວາທີດັ່ງກ່າວ. “ບໍ່ກ່ຽວວ່າພັກການເມືອງໃດຈະຊະນະ
ການເລືອກຕັ້ງຢູ່ໃນເຢຍຣະມັນ ເພາະວ່າບັດນີ້ເປັນທີ່ແຈ້ງຂາວແລ້ວວ່າ ການຕັດສິນ
ໃຈຢ່າງໃດທີ່ຈະຊະນະ. ຄວາມຈິງບໍ່ວ່າແຕ່ ທ່ານນາງ Markel ຫລື ທ່ານ Schulz
ໄດ້ຖະແຫລງເຖິງການຈຳແນກ ຫລືເພີ້ມຄວາມກຽດຊັງຜິວພັນຜ່ານການໂຕ້ວາທີ
ສະແດງໃຫ້ເຫັນນະໂຍບາຍເຢຍຣະມັນທີ່ໄອອກມານັ້ນ.”
ຮູບພາບໃນວັນທີ 21 ກໍລະກົດ 2016 ທີເຫັນນັກຂ່າວເທີກີ ທ່ານ Deniz Yucel ລະຫວ່າງການສົນະນາທາງໂທລະພາບ ທີ່ນະຄອນ Berlin ປະເທດ Germany.
ໂຄສົກໄດ້ກ່າວຫາເຢຍຣະມັນວ່າ ເກັບກຳເອົາສັດຕູເທີກີ. ຫລາຍກວ່າ 250 ຄົນທີ່
ເປັນທະຫານເທີກີ ແລະພະນັກງານການທູດ ໄດ້ຮ້ອງຂໍຖານະເປັນອົບພະຍົບ ຢູ່ໃນ
ເຢຍຣະມັນ ຫລັງຈາກຄວາມພະຍາມເຮັດລັດຖະປະຫານຢູ່ໃນເທີກີໃນປີແລ້ວນີ້.
ພວກຄົນເຂົ້າເມືອງ ພາກັນລຳຖ້າຢູ່ຕໍ່ໜ້າ ຫ້ອງການຄົນເຂົ້າເມືອງ ແລະອົບພະຍົບ ລັດຖະບານກາງ ທີ່ເຂດ Spandau ຂອງນະຄອນ Berlin.
ນອກນັ້ນ Ankara ຍັງໄດ້ກ່າວຫາ Berlin ວ່າກຳລັງລົ້ມແຫລວ ໃນການ ທັບມ້າງ
ກິດຈະການກຸ່ມກະບົດ PKK ຢູ່ໃນເຢຍຣະມັນ. PKK ໄດ້ຈັດວ່າເປັນອົງການກຸ່ມກໍ່
ການຮ້າຍ ໂດຍເທີກີ ສະຫະພາບຢູໂຣບ ແລະສະຫະລັດ.
ລະຫວ່າງປີກາຍນີ້ ສາຍພົວພັນກັບພາຄີຂອງອົງການ NATO ໄດ້ຕົກຕໍ່າກັບ Berlin
ໃນການຍົກເອົາເລື່ຶອງສິດທິມະນຸດຂຶ້ນມາ ຫລັງຈາກການທັບມ້າງລັດຖະປະຫານໃນ
Ankara.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ