ພວກກູ້ໄພ ພົບເຫັນ ຜູ້ລອດຊີວິດ ອີກຄົນນຶ່ງ ຈາກແຜ່ນດິນໄຫວ ທີ່ເທີກີ (ເບິ່ງວີດີໂອແລະສະໄລດ໌)

ນາງ Gozde Bahar ໄວ 27 ປີ ຜູ້ລອດຊີວິດຈາກໄພແຜ່ນດິນໄຫວກໍາລັງ ຖືກສົ່ງໃສ່ລົດໂsງໝໍໃນເມືອງ Ercis, ໃນພາກຕາເວັນອອກຂອງເທີກີ. ວັນທີ 26 ຕຸລາ 2011.

ພວກ​ຊ່ອຍ​ກູ້​ໄພ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ເທີ​ກີ​ກໍາລັງ​ສືບ​ຕໍ່​ຊອກ ຄົ້ນ​ຫາ​ພວກ​ທີ່​ອາດ​ລອດ​ຊີວິດ​ມາ​ໄດ້​ ຈາກ​ໄພ​ແຜ່ນໄຫວ ທີ່​ສ້າງຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ທີ່​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວຢ່າງໜ້ອຍ 459 ຄົນ​ແລະ​ບາດ​ເຈັບ​ຕື່ມ​ອີກ 1300 ຄົນ​ນັ້ນ.

ໃນ​ເຊົ້າ​ວັນ​ພຸດ​ມື້​ນີ້ ພວກ​ພະນັກງານ​ກູ້​ໄພ ​ໄດ້​ຊ່ອຍ​ກູ້​ຊີວິດ​ແມ່ຍິງໄວ 27 ປີ​ຄົນນຶ່ງ​ອອກ​ມາ​ຈາກ​ຊາກ​ຫັກ​ພັງ ​ຂອງ​ຕຶກ​ອາຄານ​ຫລັງ​ນຶ່ງ​ທີ່​ຫັກ​ພັງ​ລົງ. ​ເຖິງ​ຢ່າງ​ໃດ​ກໍ​ດີ ທາງ​ການ​ເທີ​ກີ​ກ່າວ​ວ່າ ຄວາມ​ຫວັງ​ທີ່​ຈະ​ພົບ​ເຫັນ​ຜູ້​ທີ່​ອາດ​ລອດ​ຊີວິດ​ມາ​ໄດ້​ຕື່ມ​ນັ້ນ​ ແມ່ນ​ພວມໝົດໄປ ຊຶ່ງ​ຍັງ​ມີ​ປະຊາຊົນ​ຕື່ມ​ ອີກ​ຫລາຍ​ຮ້ອຍ ຫລື​ຫລາຍ​ພັນ​ຄົນ​ຍັງ​ຄົງ​ຄ້າງ​ຢູ້ກ້ອງ​ຊາກ​ຫັກ​ພັງຂອງ​ ພວກ​ຕຶກ​ອາຄານ​ນັ້ນ.

ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 7.2 ຣິກ​ເຕີ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ​ໄດ້ເຮັດ​ໃຫ້​ປະຊາຊົນ​ຫລາຍ​ພັນ​ຄົນ​ຂາດ​ທີ່ພັກ​ພາ​ອາ​ໄສ.

ກອງທັບ​ອິສຣາ​ແອ​ລ ​ໄດ້​ຕອບ​ສະໜອງ​ຕໍ່ຄໍາ​ຮຽກຮ້ອງ​ຈາກ​ທາງ​ການ​ເທີ​ກີ​ເພື່ອ​ຂໍ​ການ​ຊ່ອຍ​ເຫລືອ​ນັ້ນ​ດ້ວຍ​ການ​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະ​ສົ່ງເຄື່ອງ​ອຸບ​ປະກອນພິ​ເສດ ຮວມທັງ​ເຄື່ອງສຳລັບ​ປຸກ​ບ່ອນ​ພັກ​ພາ​ອາ​ໄສສຸກ​ເສິນໄປ​ໃຫ້​ເທີ​ກີ ​ໃນ​ເວລາ​ໄວ​ທີ່​ສຸດ​ທີ່​ຈະ​ເປັນ​ໄປ​ໄດ້. ກ່ອນ​ໜ້າ​ນີ້ ​ເທີ​ກີ​ໄດ້​ປະຕິ​ເສດ​ຕໍ່​ການສະ​ເໜີ​ໃຫ້ການ​ຊ່ອຍ​ເຫລືອ​ຈາກ​ອິສຣາ​ແອ​ລ ສໍາລັບ​ຊ່ອຍເຫລືອ​ພວກປະຊາຊົນ​ທີ່ເຮືອນຊານ​ຂອງ​ເຂົາ​ເຈົ້າໄດ້ຮັບຄວາມເສຍຫາຍ​ຈາກແຜ່ນດິນ​ໄຫວ​ນັ້ນ.

ມີ​ເກືອບ 90 ປະ​ເທດສະ​ເໜີ​ໃຫ້ການ​ຊ່ອຍ​ເຫລືອ ​ແຕ່​ທໍາ​ອິດ​ນັ້ນ ​ເທີ​ກີ ພຽງ​ແຕ່ຮັບ​ເອົາ​ການ​ຊ່ອຍ​ເຫລືອຈາກ​ອີຣ່ານ​ແລະ Azerbaijan ຊຶ່ງ​ມີ ຊາຍ​ແດນ​ຕິດ​ກັບ​ຂົງ​ເຂດ​ທີ່​ເກີດໄພ​ແຜ່ນດິນ​ໄຫວ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ແຜ່ນດິນ​ໄຫວ​ໃກ້​ກັບ​ຊາຍ​ແດນ​ຕິດ​ກັບ​ອີຣ່ານ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຫລາຍ​ກວ່າ​ໝູ່​ໃນ​ເມືອງ Ercis 90 ຫລັກ​ກິ​ໂລ​ແມັດ​ໄປ​ທາງ​ທິດ​ເໜືອ​ຂອງ​ເມືອງ Van ຊຶ່ງ​ໄດ້​ເຮັດ​ໃຫ້ໄຟຟ້າ​ມອດ ​ແລະ​ນໍ້າ​ປະປາ​ບໍ່ມີໃຊ້ໃນ​ຫລາຍ​ເຂດ.

ແຜ່ນດິນ​ໄຫວ​ຂະໜາດນ້ອຍທີ່ຕິດຕາມ​ມາ​ຫລາຍ​ຮ້ອຍ​ຄັ້ງ ​ໄດ້​ສັ່ນ​ສະ​ເທືອ​ນຂົງ​ເຂດ​ມາ​ຕັ້ງ​ແຕ່​ເກີດ​ແຜ່ນດິນ​ໄຫວ​ຄັ້ງ​ທໍາ​ອິດ ຮວມທັງ​ແຜ່ນດິນ​ໄຫວ​ຄັ້ງ​ນຶ່ງ​ທີ່ມີຄວາມ​ແຮງ​ພໍ​ປານ​ກາງ​ ເກີດ​ຂຶ້ນ​ໃນ​ວັນ​ອັງຄານ​ວານ​ນີ້ ຊຶ່ງ​ວັດ​ແທກ​ໄດ້ 5.4 ຣິກ​ເຕີ ທີ່ໄດ້​ເຮັດ​ໃຫ້​ປະຊາຊົນ​ພາກັນ​ແຕກ​ໄປ​ຢູ່​ຕາມຖະໜົນ​ຫົນທາງ​ສາຍ​ຕ່າງໆ​ນັ້ນ.

ພວກ​ນັກ​ໂທດ​ທີ່ມີ​ຈິດ​ໃຈ​ບໍ່​ສະບາຍ​ຈາກ​ແຜ່ນດິນ​ໄຫວ​ທີ່ຕິດຕາມ​ມາ​ນີ້ ພາກັນ​ສ້າງ​ຄວາມ​ວຸ້ນວາຍ​ຂຶ້ນ ​ແລະ​ເລີ້ມ​ເອົາ​ໄຟ​ຈູດ​ເຜົາ​ຄຸກ​ແຫ່ງນຶ່ງ​ ໃນ​ເມືອງ Van ຊຶ່ງ​ພວກ​ນັກ​ໂທດ​ເຫລົ່າ​ນີ້​ຢາກ​ໃຫ້​ມີ​ການ​ອົບ​ພະຍົບ​ເຂົາ​ເຈົ້າ​ອອກ​ຈາກ​ຄຸກ ​ແຕ່​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ປິດ​ລ້ອມ​ຄຸກ​ໄວ້​ເພື່ອ​ຮັກສາ​ບໍ່​ໃຫ້​ພວກ​ນັກ​ໂທດ​ເຫລົ່ານີ້ຫລົບໜີ​ໄປ.