ເທີກີ ຮຽກຮ້ອງໃຫ້ ປ. ທຣຳ ຮັກສາ ຄຳສັນຍາ ທີ່ຈະຢຸດ ການໃຫ້ອາວຸດ ແກ່ທະຫານ​ບ້ານ ຊາວ​ເຄີ​ດ

ພາບທີ່ນຳອອກມາຈາກວີດີໂອ ທີ່ນຳອອກເຜີຍແຜ່ ໃນວັນທີ 11 ສິງຫາ, 2017, ຈາກສະຖານີ ຟູຣັຕ ແອັຟແອັມ, ຊຶ່ງເປັນກຸ່ມ ສື່ມວນຊົນຊາວເຄີດ ໃນຊີເຣຍ, ທີ່ສະແດງໃຫ້ເຫັນ ເຖິງການສະໜັບສະໜຸນຂອງສະຫະລັດ ຕໍ່ກຳລັງ ປະຊາທິປະໄຕ ໃນຊີເຣຍ ທີ່ໄດ້ຮັບໄຊຊະນະ ໃນມືອງຣັກກາ ປະເທດຊິເຣຍ

ເຈົ້າ​ໜ້າ​ທີ່​ເທີ​ກີ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ພວມຈັບຕາ​ເບິ່ງວ່າ ສະຫະລັດ ຈະ​ຮັກ​ສາ​ຄຳ​ໝັ້ນ​ສັນຍາຂອງຕົນ​ບໍ່ ທີ່​ພວກ​ເຂົາ​ເຈົ້າ​ໄດ້​ອ້າງ​ວ່າ ມີ​ຂຶ້ນໂດ​ຍປະທານາທິບໍດີ​ສະຫະລັດ ທ່ານ
ດໍ​ໂນລ ທຣຳ ​ໄດ້​ໃຫ້​ໄວ້​ກັບ​ຄູ່​ຕຳ​ແໜ່​ງຝ່າຍ​ເທີ​ກີ ​ໃນ​ສັບປະດາ​ແລ້ວ​ນີ້ ທີ່​ຈະ​ຢຸດເຊົາ​ການ
​ໃຫ້​ອາວຸດ​ແກ່​ພວກທະຫານ​ບ້ານຊາວ​ເຄີ​ດ ທີ່​ມີ​ບົດບາດ​ສຳຄັນ ​ໃນ​ການ​ເອົາ​ຊະນະ​ກຸ່ມ​ລັດ ອິສລາມ ​ໃນ​ຊິ​ເຣຍ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ເທີ​ກີ ທ່ານ ​ແມວ​ລູດ ຄາ​ວູ​ໂຊກ​ລູ ທີ່​ໄດ້​ປະກາດ​ເຖິງ​ການ​ໃຫ້ຄຳໝັ້ນສັນຍາ​ດັ່ງກ່າວ ທີ່​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ບໍ່​ດົນ​ຫຼັງ​ຈາກ​ທີ່​ປະທານາທິບໍດີ
ທັງສອງ ​ໄດ້​ໂອ້​ລົມ​ກັນ​ທາງ​ໂທລະສັບ ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້. “ທ່ານທຣຳ ​ໄດ້​ກ່າວ​ຢ່າງ​
ຈະ​ແຈ້ງວ່າ ທ່ານ​ໄດ້​ສັ່ງ​ການ​ຢ່າງຈະແຈ້ງ ​ແລະ​ວ່າ​ ຈະ​ບໍ່​ມີ​ການ​ໃຫ້​ອາວຸດ​ແກ່​ກຸ່ມ
ວາຍ​ພີ​ຈີ ​ແລະ​ວ່າ​ເລື່ອງ​ບໍ່​ເປັນ​ເລື່ອງ​ນີ້ ຄວນ​ຈະ​ຈົບ​ສິ້ນລົງ​ແຕ່​ດົນ​ແລ້ວ,”
ຊຶ່ງ​ອົງການ
​ຂ່າວເອພີ ​ໄດ້​ອ້າງ​ເຖິງ​ຄຳ​ເວົ້າ​ຂອງ​ທ່ານ ຄາ​ວູ​ໂຊກ​ລູ ທີ່​ໄດ້​ກ່າວ​ໄວ້​ນັ້ນ.

ລັດຖະມົນຕີການຕ່າງປະເທດເທີກີ ທ່ານ ແມວລູດ ຄາວູໂຊກລູ ກ່າວໃນສະໂມສອນສື່ຕ່າງປະເທດ, ທີ່ນະຄອນໂຣມ, 23 ພະຈິກ 2017.

​ເຖິງ​ຢ່າງ​ໃດກໍ​ຕາມ ຖະ​ແຫຼ​ງການ​ຂອງ​ທຳນຽບຂາວ ​ທີ່ນຳ​ເຜີຍ​ແຜ່​ອອກ​ໄປ​ ຫຼັງຈາກ
ການ​ໂອ້​ ລົມ​ທາງ​ໂທສະ​ສັບ ​ກັບ​ປະທານາທິບໍດີ​ເທີ​ກີ ທ່ານຣີ​ແຊັບ ຕາ​ຢິບ ​ເອີ​ດວນ
ນັ້ນ​ແມ່ນ​ວ່າ ຍິ່ງ​ລະມັດລະວັງ ໂດຍ​ກ່າວ​ວ່າ ທ່ານ​ທຣຳ “ຍັງ​ໄດ້​ບອກ​ກ່າວ​ຕໍ່​ທ່ານ
ເອີ​ດວນ ກ່ຽວ​ກັບ​ການ​ລໍ​ຖ້າ​ການ​ປ່ຽນແປງ ​ຕໍ່​ການສະໜັບສະ​ໜຸນ​ທາງ​ທະຫານ
ທີ່​ໃຫ້​ແກ່ພາຄີ ຂອງ​ພວກ​ເຮົາ ​ທາງ ​ພາກ​ພື້ນ​ດິນ​ໃນ​ຊິ​ເຣຍ, ປັດຈຸບັນ​ນີ້ ການ​ຕໍ່
ສູ້​ກັນ​ໃນເມື​ອງຣັກກາ ແມ່ນ​ສິ້ນ​ສຸດ​ລົງ​ແລ້ວ ​ແລະ​ພວກ​ເຮົາ​ແມ່ນ​ໄດ້​ສືບ​ຕໍ່​ປະຕິ
ບັດ​ງານ ​ເຂົ້າ​ໃນຂັ້ນ​ຕອນ​ຂອງ​ການ​ມີ​ສະຖຽນ​ລະ​ພາບ ທີ່​ວ່າ ກຸ່ມ​ລັດ​ອິສລາມ​ນັ້ນ
ຈະ​ບໍ່​ກັບຄືນ​ມາ​ໄດ້​ອີກ.”

ການ​ຂາດ​ຄວາມ​ຊັດ​ເຈນ ​ແມ່ນ​ຍັງມີຢູ່​ຕໍ່​ມາໃນ​ວັນ​ຈັນ​ວານ​ນີ້ ທີ່​ຂົ່ມຂູ່​ທີ່​ຈະ​ເພີ່ມ​ຄວາມ
​ຕຶງ​ຄຽດ​ທີ່ຮ້າຍ​ແຮງ​ນັ້ນ ​ຂຶ້ນ​ຕື່ມ​ລະຫວ່າງສະຫະລັດ​ແລະ​ພັນທະມິ​ດ​ທີ່​ສຳຄັນ​ໃນ
​ອົງການ​ເນ​ໂຕ​,ຫຼື​ບໍ່ ກໍ​ເປັນການ​ບ່ອນ​ທຳລາຍ​ ຕໍ່ກຸ່ມວາຍ​ພີ​ຈີ, ຊຶ່ງ​ແມ່ນພັນທະມິ​ດ​ກັບ
​ສະຫະລັດ ທີ່​ໄດ້​ຮັບ​ພາລະ​ໃນ​ການ​ຕໍ່ສູ້​ເພື່ອກຳຈັດກອງ​ກຳລັງ​ຂອງກຸ່ມ​ລັດ​ອິສລາມ
ຈາກ​ເມືອງຣັກກາ ໃນປະ​ເທດ​ຊິ​ເຣຍ ​ເມືອງ​ຫຼວງ​ທີ່​ພວກ​ເຂົາ​ປະກາດເອງນັ້ນ.

ຮອງ​ນາຍົກລັດຖະມົນຕີ​ເທີ​ກີ ທ່ານ ບາ​ເຄີ ບອນ​ສ​ແດກ ​ໄດ້​ກ່າວໃນ​ການ​ໃຫ້​ສຳພາດ​
ທາງ​ໂທລະພາບ ​ໃນ​ວັນ​ຈັນ​ວານ​ນີ້ວ່າ ​ເທີ​ກີ ຈຳ​ເປັນ​ທີ່​ຈະ “​ເຫັນ​ການ​ສະທ້ອນ​ທີ່
ເປັນ​ຮູບ​ປະ​ທຳ​ຂອງ​ຄຳຖະ​ແຫຼ​ງທ່ານທຣຳ ຕໍ່​ຜືນ​ແຜ່ນ​ດິນນີ້. ຖ້າ​ຫາກ​ວ່າ​ກຸ່ມ
ພີ​ວາຍ​ດີ/ວາຍ​ພີ​ຈີ ກຸ່ມ​ກໍ່​ການ​ຮ້າຍ ໄດ້​ຮັບ​ອາວຸດ​ຈາກ​ທາງ​ສະຫະລັດ ຫຼັງຈາກ
​ຄຳຖະ​ແຫຼ​ງນັ້ນ​ໄດ້ອອກ​ໄປ​ແລ້ວ​ຊັ້ນບໍ? ​ເທີ​ກີ ຈະຕິດຕາມເບິ່ງ​ຢ່າງ​ໃກ້ຊິດ​ຕໍ່​ສິ່ງ​ທີ່
​ທ່ານ​ໄດ້​ປະຕິຍານ​ໄວ້.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ປະທານາທິບໍດີ ເທີກີ ທ່ານຣີແຊັບ ຕາຢິບ ເອີດວນ, ຂວາ, ໂອ້ລົມທາງໂທລະສັບ ກັບປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, 24 ພະຈິກ, 2017.