ນາຍົກ Erdogan ແຫ່ງເທີກີ ແຕ່ງຕັ້ງ ລັດຖະມົນຕີໃໝ່ 10 ທ່ານ (ວີດີໂອ)

ນາຍົກລັດຖະມົນຕີເທີກີ ທ່ານ Recep Tayyip Erdogan

ນາຍົກລັດຖະມົນຕີເທີກີທ່ານ Recep Tayyip Erdogan ໄດ້ຊັບ
ຊ້ອນຄະນະລັດຖະບານຂອງທ່ານ ຫຼັງຈາກລັດຖະມົນຕີ 3 ທ່ານ
ລາອອກ ຍ້ອນການສືບສວນ ກ່ຽວການຮັບເງິນສິນບົນຂອງເຈົ້າ
ໜ້າທີ່ລະດັບສູງ.

ໃນມື້ວັນພຸດວານນີ້ ທ່ານ Erdogan ໄດ້ແຕ່ງຕັ້ງ ຜູ້ເຂົ້າຮັບໜ້າທີ່
ແທນລັດຖະມົນຕີກະຊວງເສດຖະກິດ ກະຊວງພາຍໃນແລະກະ
ຊວງສິ່ງແວດລ້ອມ ຊຶ່ງພວກລູກຊາຍ ຂອງລັດຖະມົນຕີທັງ 3 ໄດ້
ຖືກຈັບ ໃນຖານະ ທີ່ເປັນພາກສ່ວນນຶ່ງ ຂອງການສືບສວນ ກ່ຽວ
ກັບການຮັບເງິນສິນບົນ ແລະການສໍ້ລາດບັງຫຼວງຂະໜາດໃຫຍ່
ທີ່ແນໃສ່ພັນທະມິດຂອງທ່ານ Erdogan. ພວກລູກຊາຍຂອງລັດ
ຖະມົນຕີທັງ 3 ແມ່ນສ່ວນນຶ່ງຂອງ 24 ຄົນທີ່ຖືກຈັບໃນອາທິດແລ້ວພາຍໃຕ້ຂໍ້ຫາຮັບເງິນສິນ
ບົນໃນຄະດີສໍ້ລາດບັງຫຼວງທີ່ພົວພັນກັບທະນາຄານລັດວິສາຫະກິດ Halkbank.

ນອກນັ້ນແລ້ວ ທ່ານ Erdogan ຍັງໄດ້ແຕ່ງຕັ້ງຄົນໃໝ່ເຂົ້າຮັບໜ້າທີ່ແທນລັດຖະມົນຕີຮັບ ຜິດຊອບ ເລື່ອງຄວາມສຳພັນກັບສະຫະພາບຢູໂຣບ. ຮວມທັງໝົດແລ້ວ ທ່ານ Erdogan ແມ່ນໄດ້ແຕ່ງຕັ້ງຜູ້ເຂົ້າຮັບໜ້າທີ່ ແທນລັດຖະມົນຕີທັງໝົດ 10 ທ່ານ ຫລືເທົ່າກັບ ເຄິ່ງນຶ່ງ ຂອງຄະນະລັດຖະບານຂອງທ່ານ.

ຄະດີດັ່ງກ່າວນີ້ ແມ່ນນຶ່ງໃນການສືບສວນກ່ຽວກັບການສໍ້ລາດບັງຫຼວງທີ່ໃຫຍ່ທີ່ສຸດເທົ່າທີ່ ເຄີຍມີມາໃນເທີກີ. ການສືບສວນທີ່ວ່ານີ້ໄດ້ສຸມໃສ່ ການກ່າວຫາ ກ່ຽວກັບການຟອກເງິນ ຈາກອີຣ່ານ ເພື່ອຫລົບຫລີກການລົງໂທດຂອງນາໆຊາດ ຕໍ່ເຕຫະຣ່ານ.

ນອກນັ້ນແລ້ວ ຍັງມີການກ່າວຫາກ່ຽວກັບການຮັບເງິນສິນບົນໃນການໃຫ້ສຳປະທານເພື່ອ ການພັດທະນາທີ່ດິນຂອງລັດຖະບານ.

Your browser doesn’t support HTML5

ເທີກີ