ກຸ່ມປົກປ້ອງ ສິດທິມະນຸດ ປະນາມ ເທີກີ ທີ່ກີດກັ້ນ ການເຂົ້າຫາ You Tube (ວີດີໂອ)

ສັນຍາລັກ You Tube ຢູ່ໜ້າຕະໜ່າງ ຄອມພິວເຕີ ທີ່ສະແດງໃຫ້ ເຫັນທຸງຂອງເທີກີ

ກຸ່ມປົກປ້ອງສິດທິມະນຸດນາໆຊາດຂັ້ນແນວໜ້າກຸ່ມນຶ່ງ
ເອີ້ນການຕັດສິນໃຈຂອງ ເທີກີ ທີ່​ໄດ້​ກີດ​ກັ້ນ​ຂັດຂວາງ
ບໍ່ໃຫ້ຜູ້ຄົນ ເຂົ້າໄປຫາຕາໜ່າງວີດີໂອ You Tube ນັ້ນ
ວ່າ ເປັນການເຄື່ອນໄຫວໄປສູ່ຄວາມຫາຍຍະນະສຳລັບ
ສິດເສລີພາບໃນການ ສະແດງອອກຊຶ່ງຄວາມຄິດຄວາມ
ເຫັນ ແລະສິດທິໃນການໄດ້ຮັບຂໍ້ມູນຂ່າວສານ ຕ່າງໆ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ໄດ້
ຮຽກຮ້ອງໃຫ້ເທີກີຟື້ນຟູ ຄືນການອະນຸຍາດໃຫ້ເຂົ້າຫາ
ເວັບໄຊທ໌ You Tube ຕະຫລອດທັງເວັບໄຊທ໌ Twitter
ທີ່ຖືກຫ້າມໃນອາທິດແລ້ວນີ້.

ກຸ່ມປົກປ້ອງສິດທິມະນຸດທີ່ມີສຳນັກງານຢູ່ນະຄອນນິວຢອກດັ່ງກ່າວເວົ້າວ່າ ການຈຳ
ກັດຮັດແຄບທີ່ວ່ານີ້ ແມ່ນເປັນການລ່ວງລະເມີດຕໍ່ພັນທະຂອງເທີກີພາຍໃຕ້ກົດໝາຍ
ນາໆຊາດວ່າດ້ວຍສິດທິມະນຸດ ແລະກົດໝາຍຂອງເທີກີເອງດ້ວຍ.

ເທີກີ ໄດ້ໄດ້​ກີດ​ກັ້ນ​ຂັດຂວາງບໍ່ໃຫ້ຜູ້ຄົນເຂົ້າໄປຫາຕາໜ່າງວີດີໂອ You Tube ຫລັງ
ຈາກເວັບໄຊທ໌ດັ່ງກ່າວ ໄດ້ນຳອອກເຜີຍແຜ່ ໃນວັນພະຫັດວານນີ້ ໃນອັນ​ທີ່​ປາກົດວ່າ​ເປັນການບັນທຶກສຽງທີ່ມີການຮົ່ວໄຫລ​ ຂອງລັດຖະມົນຕີການຕ່າງປະ ເທດເທີກີ ແລະ
ເຈົ້າໜ້າທີ່ອະວຸໂສອື່ນໆ ທີ່ຫາລື​ກັນ​ກ່ຽວກັບຄວາມເປັນໄປໄດ້ໃນ ການປະຕິບັດງານ
ທາງທະຫານ ໃນສົງຄາມ​ກາງ​ເມືອງຂອງຊີ​ເຣຍ.

ລັດຖະບານເທີກີີໄດ້ຂັດຂວາງບໍ່ໃຫ້ຜູ້ຄົນເຂົ້າໄປຊົມໃຊ້ຕາໜ່າງ Twitter ຫລັງ ຈາກ
ອົງການບໍລິການກະຈາຍຂ່າວທາງອິນເຕີແນັດຫລື microblogging ໄດ້ ຖືກນຳໃຊ້
ເພື່ອເຜີຍແຜ່ສຽງບັນທຶກ ທີ່ພົວພັນກັບນາຍົກລັດຖະມົນຕີເທີກີທ່ານ Recep Tayyip Erdogan ແລະລູກຊາຍຂອງທ່ານ ໃນການສໍ້ລາດບັງຫຼວງ.

Your browser doesn’t support HTML5

Ukraine